ອອກບ້ານແຕ່ອາຍຸ 14 ສູ້ຊີວິດໃນເມືອງຫລວງ ດຽວນີ້ເປັນຜູ້ອໍານວຍການບໍລິສັດ

143

ບໍ່ທໍາມະດາອີ່ຫລີ…​ ສາວດິນແດນວິລະຊົນ ຕົ້ນກໍາເນີດການປະຕິວັດ ກັດແຂ້ວສູ້ມາແຕ່ນ້ອຍ; ອອກຈາກບ້ານຂີ່ລົດໂດຍສານລໍາພັງພຽງຄົນດຽວເພື່ອສ້າງຝັນໃນເມືອງຫຼວງ. ຫຼັງຮຽນຈົບກໍບຸກສູ້ສ້າງທຸລະກິດໂດຍເອົາດີທາງຢາພື້ນເມືອງສືບທອດພູມປັນຍາຂອງພໍ່ທີ່ເຄີຍປິ່ນປົວຊ່ອຍເຫຼືອຜູ້ຄົນມາຫຼາຍຕໍ່ຫຼາຍ.

ທ່ານ ນາງ ຕຸກຕາ ບົວລະວົງ ເລົ່າສູ່ຜູ້ຂຽນຟັງວ່າ: ຕົນເອງເກີດທີ່ບ້ານຈາດ ເມືອງວຽງໄຊ ແຂວງ ຫົວພັນ ເປັນລູກສາວຄົນທີ 2 ໃນຈໍານວນເອື້ອຍ,ນ້ອງທັງໝົດ 5 ຄົນ (ບໍ່ມີລູກຊາຍ) ຕອນຍັງນ້ອຍແມ່ນຮຽນປະຖົມໃນຖິ່ນບ້ານເກີດໂດຍແຕ່ມື້ຍ່າງປະມານ 2 ກີໂລແມັດຕະຫຼອດສົກຮຽນ ແລະ ຈົນຈົບປະຖົມ. ດ້ວຍນໍ້າໃຈຮັບຜິດຊອບສູງຂອງພໍ່-ແມ່ ເຖິງຈະມີລູກຫຼາຍຕັ້ງ 5 ຄົນເຊິ່ງລູກໆແຕ່ລະຄົນກໍໄດ້ຮັບການສົ່ງເສີມເທົ່າທຽມກັນໂດຍສະເພາະໄດ້ເຂົ້າຮຽນໜັງສືຈົນຈົບຊັ້ນປະຖົມທັງໝົດ.

ສໍາລັບ ທ່ານ ນາງ ຕຸກຕາ ກໍຈະບຸກບັ່ນຂັນສູ້ຕ່າງໝູ່; ຫຼັງຈົບປະຖົມກໍຕໍ່ມັດທະຍົມຕອນຕົ້ນທີ່ເມືອງວຽງໄຊ ແນ່ນອນທີ່ຕັ້ງຂອງໂຮງຮຽນແມ່ນຫ່າງຈາກບ້ານໄປໄກຕື່ມ ແຕ່ດ້ວຍຄວາມຄິດຢາກກໍ່ຮ່າງສ້າງຕົວຂອງເດັກຍິງຄົນໜຶ່ງ ຈິ່ງພ້ອມທີ່ຈະຜ່າຟັນຂະຫຍັນຮຽນກວ່າເກົ່າ ຕື່ນເດິກລຸກເຊົ້າເພື່ອກຽມໂຕໄປໂຮງຮຽນໃຫ້ທັນເວລາ ພ້ອມນໍາເອົາເຂົ້າໄປກິນຢູ່ໂຮງຮຽນໃນທຸກໆວັນທີ່ເຂົ້າຮຽນ.
ຫຼັງຈົບມັດທະຍົມຕອນຕົ້ນ ການຕັດສິນໃຈຄັ້ງສໍາຄັນກໍເກີດຂຶ້ນ; ພາບວັນນັ້ນຍັງຕິດຕາ ແລະ ຝັງໃຈ ຫິ້ວກະເປົາ 1 ໜ່ວຍຂຶ້ນລົດໂດຍສານ ຈາກແຂວງຫົວພັນ ສູ່ ນະຄອນຫຼວງວຽງຈັນ ຕາມລໍາພັງຄົນດຽວ ເຊິ່ງເປັນການເດີນທາງທີ່ຍາວໄກ ແລະ ຫ່າງຈາກຄອບຄົວພໍ່ແມ່ຄັ້ງທໍາອິດຂອງເດັກຍິງໂຕນ້ອຍ ອາຍຸ 14 ປີ ໂດຍມີພີ່ນ້ອງຢູ່ນະຄອນຫຼວງເປີດໃຈຮັບໃຫ້ມາຮຽນ.

ການດີ້ນຮົນໃຊ້ຊີວິດໃນເມືອງຫຼວງ ສະພາບແວດລ້ອມທີ່ແຕກຕ່າງພາໃຫ້ຄິດຮອດບ້ານຫຼາຍ ແຕ່ ອໍານາດການຕັດສິນໃຈ ສູ້ໄປຂ້າງໜ້ານັ້ນສູງກວ່າ ຈິ່ງເປັນໄດ້ພຽງຮູ້ສຶກທໍ້ແຕ່ບໍ່ຖອຍ; ຕໍ່ມາເມື່ອຮູ້ຈັກໝູ່ຫຼາຍຂຶ້ນ ແລະ ເພື່ອຄວາມສະດວກໃນການທຽວຮຽນ ກໍຕັດສິນໃຈອອກຈາກເຮືອນພີ່ນ້ອງໄປເຊົ່າຫ້ອງແຖວ ແລະ ທຽວໄປໂຮງຮຽນພ້ອມໝູ່.

ການໃຊ້ຊີວິດຂອງເດັກມັດທະຍົມມາຈາກແດນໄກຄອບຄົວກໍຂາດເຂີນ “ຕ້ອງເປັນໂຕຂອງຕົນເອງໃຫ້ໄດ້” ແຕ່ລະມື້ປະຢັດຢູ່ປະຢັດກິນ ແລະ ໂຊກດີທີ່ມີຄອບຄົວໜຶ່ງຮັບສະໝັກຄົນລ້ຽງເດັກ ຈິ່ງກາຍເປັນທີ່ເພິ່ງດ້ານລາຍໄດ້ຕະຫຼອດໄລຍະການຮຽນມັດທະຍົມຕອນປາຍ ແລະ ຕໍ່ໃສ່ວິຊາຊີບປີທີ 1 ໂດຍໝູນໃຊ້ເວລາຫຼັງເລີກຮຽນແຕ່ລະມື້ 17:00-21:00 ໂມງໄປດູແລລູກໃຫ້ເຂົາເຈົ້າ.
ຫຼັງຈົບມັດທະຍົມກໍໄດ້ເຂົ້າຮຽນສາຍບໍລິຫານທຸລະກິດ ເປັນເວລາ 3 ປີ ເຊິ່ງຕອນນັ້ນເອງທີ່ໄດ້ປ່ຽນວິທີຫາເງິນ ແລະ ເລີ່ມປູພື້ນຖານດ້ານທຸລະກິດຢາພື້ນເມືອງເລີ່ມຈາກປີທີ 2 ຂອງການຮຽນວິຊາຊີບ ພ້ອມເຊົາເປັນແມ່ລ້ຽງເດັກນັບແຕ່ບັດນັ້ນມາ.

ຈຸດລິເລີ່ມແມ່ນການຂາຍອອນລາຍ ໂດຍອາໄສທ່າແຮງທີ່ພໍ່ເປັນໝໍຢາພື້ນເມືອງຢູ່ແລ້ວ ຈິ່ງນໍາເອົາຜະລິດຕະພັນທາງການຢາຈາກພໍ່ມາຂາຍ ເຖິງຈະບໍ່ໄດ້ຫຼາຍແຕ່ກໍພູມໃຈທີ່ໄດ້ຕໍ່ຍອດພູມປັນຍາຂອງພໍ່. ປະ ກອບກັບຄວາມຄິດຢາກມີທຸລະກິດເປັນຂອງຕົນເອງຢູ່ແລ້ວ ພາຍຫຼັງຮຽນຈົບກໍໄດ້ເປີດຮ້ານຂາຍຢາພື້ນ ເມືອງ ຢູ່ນະຄອນຫຼວງວຽງຈັນ ແຕ່ດ້ວຍທີ່ຕົນເອງເປັນຜູ້ຍິງສັງຄົມກໍບໍ່ຄ່ອຍເຊື່ອໝັ້ນຈິ່ງເຮັດໃຫ້ການຂາຍຫຍຸ້ງຍາກຫຼາຍ. ເຖິງແນວໃດກໍຕາມກໍພະຍາຍາມສູ້ຊົນຕໍ່ໄປ ເມື່ອມີຫຼາຍຄົນຊື້ໄປກິນແລ້ວໄດ້ຮັບຜົນຕໍ່ມາຍອດຂາຍກໍຄ່ອຍໆເພີ່ມຂຶ້ນ ແລະ ໃນທີ່ສຸດກໍໄດ້ໄປຝຶກອົບຮົມດ້ານຢາພື້ນເມືອງເພື່ອເດີນໜ້າທຸລະກິດແບບຈິງຈັງ.

ປັດຈຸບັນ ທ່ານ ນາງ ຕຸກຕາ ບົວລະວົງ ເປັນຜູ້ອໍານວຍການ ຫ້ອງປຸງແຕ່ງຢາພື້ນເມືອງທັນໃຈ (ບໍລິສັດທັນໃຈ) ທີ່ມີຜະລິດຕະພັນຫຼາຍຢ່າງອອກຈໍາໜ່າຍ ແລະ ເປັນທີ່ຕອບຮັບຂອງສັງຄົມນັບມື້ກວ້າງ ຂວາງ. ເຖິງຈະເປັນພຽງຜູ້ຍິງຄົນໜຶ່ງທີ່ສູ້ພຽງລໍາພັງ ແຕ່ດ້ວຍຄະຕິ “ຄິດຄືຄົນອື່ນ ແຕ່ບໍ່ເຮັດຄືຄົນອື່ນ” ໄດ້ສົ່ງຜົນຕໍ່ກິດຈະການເດີນໜ້າໃນດ້ານບວກຕະຫຼອດມາ.
ທຸກມື້ນີ້ ທ່ານ ນາງ ຕຸກຕາ ໄດ້ຊ່ວຍເຫຼືອຄອບຄົວພໍ່-ແມ່ ແລະ ນ້ອງໆຕາມກໍາລັງຄວາມສາມາດ ແລະ ທີ່ສໍາຄັນແມ່ນມີຄວາມຂະຫຍັນສູ້ຊົນກວ່າເກົ່າ ເຮັດວຽກແບບບໍ່ມີວັນເສົາ-ອາທິດ, ຕື່ນເດິກລຸກເຊົ້າເອົາດີທາງຢາພື້ນເມືອງລາວ ແລະ ດໍາລົງຊີວິດພາຍໃຕ້ຫຼັກການ “ ດຸໝັ່ນ, ອົດທົນ ແລະ ປະຢັດ ” ເປັນຫຼັກປະຈໍາໃຈ.
ຫ້ອງປຸງແຕ່ງຢາພື້ນເມືອງທັນໃຈ (ບໍລິສັດທັນໃຈ) ແມ່ນຕັ້ງຢູ່ບ້ານນາໄຫ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.