ອັດຕາການວ່າງງານຂອງຍີ່ປຸ່ນ ຫຼຸດລົງໃນເດືອນພະຈິກ

24

ສຳນັກຂ່າວຕ່າງປະເທດລາຍງານວ່າ ກະຊວງພາຍໃນ ແລະ ການສື່ສານຂອງຍີ່ປຸ່ນ ລາຍງານໃນວັນທີ 27 ທັນວາ 2022 ວ່າ: ອັດຕາການວ່າງງານຂອງຍີ່ປຸ່ນ ຫຼຸດລົງສູ່ລະດັບ 2,5% ໃນເດືອນພະຈິກ 2022 ຈາກ 2,6% ໃນເດືອນຕຸລາ ເຊິ່ງເປັນສັນຍານບົ່ງບອກວ່າ ການຈ້າງງານໃນຍີ່ປຸ່ນ ໄດ້ຟື້ນຕົວດີຂຶ້ນ.

May be an image of 5 people and people standing

ໃນຂະນະທີ່ສັດສ່ວນຕຳແໜ່ງງານວ່າງ ຕໍ່ຜູ້ສະໝັກງານຢູ່ທີ່ 1,35 ໃນເດືອນພະຈິກ ເຊິ່ງໝາຍຄວາມວ່າ ມີຕຳແໜ່ງງານວ່າງ 135 ຕຳແໜ່ງ ຕໍ່ຈຳນວນຜູ້ທີ່ຊອກຫາວຽກເຮັດງານທຳ 100 ຄົນ. ທັງນີ້, ທຸລະກິດທີ່ພັກອາໄສ ແລະ ຮ້ານອາຫານ ມີການຈ້າງງານສູງທີ່ສຸດໃນເດືອນພະຈິກ ໂດຍເພີ່ມຂຶ້ນສູງເຖິງ 21,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ໂດຍໄດ້ຮັບແຮງຍູ້ຈາກໂຄງການອຸດໜູນການເດີນທາງພາຍໃນປະເທດຂອງລັດຖະບານ ລວມທັງມີການຄາດການວ່າ ຈະມີນັກທ່ອງທ່ຽວເດີນທາງເຂົ້າປະເທດໃນໄລຍະເທສະການສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ຫຼັງຈາກທີ່ລັດຖະບານຍົກເລີກມາດຕະການຄວບຄຸມໂຄວິດ – 19 ເກືອບທັງໝົດ.

May be an image of one or more people, people walking, people standing and street

ລາຍງານລະບຸວ່າ: ຈຳນວນຜູ້ວ່າງງານໃນເດືອນພະຈິກ ຫຼຸດລົງ 50.000 ຄົນ ຫຼື ປະມານ 2,8% ຈາກເດືອນຕຸລາ ຢູ່ທີ່ລະດັບ 1,73 ລ້ານຄົນ, ໃນນີ້ມີປະມານ 710.000 ຄົນ ທີ່ລາອອກຈາກວຽກແບບສະໝັກໃຈ ເຊິ່ງເພີ່ມຂຶ້ນ 9,2% ຈາກເດືອນຕຸລາ, ຂະນະທີ່ 420.000 ຄົນ ຖືກເລີກຈ້າງ ເພີ່ມຂຶ້ນ 2,4% ເມື່ອທຽບໃສ່ເດືອນຕຸລາ.