ທີມຊາດລາວ ກຽມຮັບມື ສິງກະໂປ ລຸ້ນຮຽກຊັດທາຈາກແຟນບານ 27 ທັນວານີ້, ຫຼັງເສຍມາ 2 ນັດ

44

ທີມຊາດລາວ ຊຸດໃຫຍ່ ສະຖານະການບໍ່ດີໃນການແຂ່ງຂັນບານເຕະ AFF Mitsubishi electric Cup 2022 ຫຼັງລົງສະໜາມໄປ 2 ນັດເສຍໄປທັງໝົດ ທີ່ສໍາຄັນເສຍໄປເຖິງ 11 ປະຕູ ແລະ ບໍ່ສາມາດຍິງປະຕູຄູ່ແຂ່ງໄດ້ແມ່ນແຕ່ໜ່ວຍດຽວ. ຢ່າງໃດກໍຕາມ ໃນວັນທີ 27 ທັນວານີ້ ຈະຮັບການມາຢາມຂອງ ທີມຊາດສິງກະໂປ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ໃນນະຄອນຫຼວງວຽງຈັນ ສປປ ລາວ.

ທີມຊາດລາວ ຊຸດໃຫຍ່ ລົງສະໜາມນັດທໍາອິດເສຍໃຫ້ກັບ ທີມຊາດຫວຽດນາມ ຂາດລອຍ 0-6 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ໃນອາທິດທີ່ຜ່ານມາ ແລະ ຫຼ້າສຸດໃນວັນທີ 24 ທັນວາ 2022 ລົງສະໜາມນັດທີ 2 ຂອງຮອບແບ່ງກຸ່ມໆ B ກໍເສຍໃຫ້ກັບ ມາເລເຊຍ ຂາດລອຍ 0-5 ທີ່ສະໜາມ Bukit Jalil National Stadium ໃນນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ.

ຈາກຜົນດັ່ງກ່າວເຮັດໃຫ້ ທີມຊາດລາວ ລົງສະໜາມ 2 ນັດບໍ່ມີຈັກຄະແນນ ແລະ ເສຍໄປ 11 ປະຕູຢູ່ອັນດັບສຸດທ້າຍຂອງຕາຕະລາງຄະແນນລວມກຸ່ມ B ໂດຍ ມາເລເຊຍ ມີ 6 ຄະແນນຈາກ 2 ນັດຢຶດທີມນໍາກຸ່ມ, ອັນດັບ 2 ຫວຽດນາມ ມີ 3 ຄະແນນຈາກ 1 ນັດ, ອັນດັບ 3 ສິງກະໂປ ມີ 3 ຄະແນນຈາກ 1 ນັດ ແລະ ອັນດັບ 4 ມຽນມາ ບໍ່ມີຈັກຄະແນນຈາກ 2 ນັດ.

ຫຼ້າສຸດໃນວັນທີ 25 ທັນວາ 2022 ທັບນັກກີລາທີມຊາດລາວ ຊຸດໃຫຍ່ ໄດ້ເດີນທາງຈາກມາເລເຊຍ ກັບມາ ສປປ ລາວ ເປັນທີ່ຮຽບຮ້ອຍ ເພື່ອກຽມພ້ອມຮັບມືກັບ ທີມຊາດສິງກະໂປ ໃນເວລາ 17:00 ໂມງຂອງວັນທີ 27 ທັນວາ 2022 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ເພື່ອແກ້ຕົວ ແລະ ຮຽກຊັດທາຈາກແຟນບານຄືນມາ.

ຂະນະທີ່ ໃນຕອນເຊົ້າຂອງວັນທີ 26 ທັນວາ 2022 ໄດ້ມີພິທີຖະແຫຼງຂ່າວຄວາມພ້ອມກ່ອນການແຂ່ງຂັນນັດທີ 3 ຂອງທີມຊາດລາວ ທີ່ຈະພົບກັບ ສິງກະໂປ ຢູ່ທີ່ໂຮງແຮມແລນມາກ ໂດຍ ທ່ານ ໄມເຄິລ ໄວທ໌ ຫົວໜ້າຄູຝຶກຊ້ອມທີມຊາດລາວ ກ່າວໃນພິທີວ່າ 2 ນັດທີ່ຜ່ານມາທີ່ ທີມຊາດລາວ ເສຍໃຫ້ກັບຫວຽດນາມ ແລະ ມາເລເຊຍ ກໍໄດ້ຮັບບົດຮຽນຫຼາຍໆຢ່າງ ທີ່ສໍາຄັນແມ່ນພວກເຮົາໃຊ້ນັກເຕະໜຸ່ມນ້ອຍເກືອບໝົດທີມ ແລະ ບິລລີ ກໍຍັງໄດ້ຮັບບາດເຈັບ ເຮັດໃຫ້ບໍ່ສາມາດສູ້ກັບນັກເຕະທີ່ຢູ່ໃນລະດັບສູງຢ່າງ ຫວຽດນາມ ແລະ ມາເລເຊຍ ໄດ້. ຢ່າງໃດກໍຕາມ ນັດທີ່ຈະພົບກັບ ສິງກະໂປ ພວກເຮົາພ້ອມຈະສູ້ເຕັມທີ່, ສ່ວນ ຄູຝຶກຂອງ ສິງກະໂປ ແມ່ນຕັ້ງເປົ້າເກັບໄຊຊະນະໃຫ້ໄດ້.
ຂ່າວ: Larh Creators; ຮູບຈາກ: ສຕລ