ທຸງ ງານກິລາແຫ່ງຊາດ ຄັ້ງທີ 12 ເດີນທາງຮອດບ້ານເຈົ້າພາບ ນະຄອນຫຼວງວຽງຈັນ ແລ້ວ

175

ທຸງກິລາ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ແລະ ທັບນັກກິລາ ນະຄອນຫຼວງວຽງຈັນ ຮອງເຈົ້າຫຼຽນຄຳ ຊຽງຂວາງ ເກມ 2022 ເດີນທາງຮອດນະຄອນຫຼວງວຽງຈັນ ເປັນທີ່ຮຽບຮ້ອຍແລ້ວ ນຳໂດຍ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຖືກຕ້ອນຮັບຈາກຄະນະນຳນະຄອນຫຼວງ ກໍຄືມວນຊົນຊາວນະຄອນຫຼວງວຽງຈັນ ຢ່າງອົບອຸ່ນ.

ພິທີຕ້ອນຮັບທັບນັກກິລາ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນຕອນແລງວັນທີ 23 ທັນວາ 2022 ທີ່ຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ພູໂຄງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ, ບັນດາການນຳຂັ້ນເມືອງ, ມວນຊົນ, ນ້ອງນ້ອຍເຍົາວະຊົນ ແລະ ພາກສ່ວນກ່ຽວຂ້ອງຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ສົມພອນ ສອນດາລາ ໄດ້ລາຍງານສະພາບການເຂົ້າຮ່ວມການແຂ່ງຂັນຂອງຄະນະນຳ ແລະ ນັກກິລານະຄອນຫຼວງວຽງຈັນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ລະຫວ່າງວັນທີ 13-22 ທັນວາ 2022 ໃຫ້ຮູ້ວ່າ: ຕະຫຼອດໄລຍະການເຂົ້າຮ່ວມແຂ່ງຂັນງານກິລາ ຊຽງຂວາງ ເກມ ທາງຄະນະນຳ-ນັກກິລາ ໄດ້ເອົາໃຈໃສ່ເປັນເຈົ້າການໃນໄລຍະການຝຶກຊ້ອມ ແລະ ຮ່ວມແຂ່ງຂັນກິລາແຕ່ລະປະເພດຢ່າງຕັ້ງໜ້າ ສາມາດຊີງໄຊມາໄດ້ 58 ຫຼຽນຄຳ, 51 ຫຼຽນເງິນ ແລະ 97 ຫຼຽນທອງ ລວມທັງໝດ 206 ຫຼຽນ ເປັນອັນດັບທີ 2 ຮອງຈາກເຈົ້າພາບ ແຂວງຊຽງຂວາງ ທີ່ສາມາດຍາດໄດ້ 62 ຫຼຽນຄຳ, 60 ຫຼຽນເງິນ ແລະ 95 ຫຼຽນທອງ ລວມທັງ 217 ຫຼຽນ.

ໃນໂອກາດດັ່ງກ່າວ, ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ຄະນະນຳ-ນັກກິລານະຄອນຫຼວງວຽງຈັນ ຍາດມາໄດ້ ບໍ່ວ່າຈະເປັນຄະນະນຳ ກໍຄື ຄະນະຮັບຜິດຊອບແຕ່ລະສະຫະພັນກິລາ, ຄູຝຶກ ແລະ ນັກກິລາ ທີ່ໄດ້ອຸທິດສະຕິປັນຍາ ເຫື່ອແຮງນັບແຕ່ການຝຶກຊ້ອມ ແລະ ການກຽມພ້ອມດ້ານຕ່າງໆ ໃນການເຂົ້າຮ່ວມງານແຂ່ງຂັນກິລາດັ່ງກ່າວ ເຮັດໃຫ້ນະຄອນຫຼວງວຽງຈັນ ໄດ້ຮັບຜົນສຳເລັດ ເຖິງແມ່ນວ່າເຮົາຈະບໍ່ໄດ້ເປັນເຈົ້າຫຼຽນຄຳ ແຕ່ກໍໄດ້ທີ 2 ອັນເປັນຜົນງານທີ່ໜ້າເພິ່ງພໍໃຈ ຊຶ່ງເປັນເລື່ອງປົກກະຕິໃນເກມການແຂ່ງຂັນກິລາ ເທົ່ານີ້ກໍຖືວ່າປັນຜົນງານອັນຍິ່ງໃຫຍ່ແລ້ວ.

ມອບຮັບທຸງກິລາ

ຢ່າງໃດກໍຕາມ, ໃນຕໍ່ໜ້າຄືພວກເຮົາຮູ້ນຳກັນແລ້ວວ່າ ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ໃນປີ 2025 ນັ້ນ ພວກເຮົາຕ້ອງໄດ້ຕັ້ງເປົ້າໝາຍເປັນເຈົ້າຫຼຽນຄຳ. ດັ່ງນັ້ນ, ແຕ່ລະສະຫະພັນກິິລາຕ້ອງໄດ້ເອົາໃຈໃສ່ໃນການວາງແຜນຝຶກຊ້ອມແຕ່ຫົວທີ ສະນັ້ນ ຂໍຮຽກຮ້ອງນັກກິລາເອົາໃຈໃສ່ໃນການປະກອບສ່ວນເຂົ້າຮ່ວມເປັນຄະນະນັກກິລານະຄອນຫຼວງວຽງຈັນ ສືບຕໍ່ເອົາໃຈໃສ່ຝຶກຊ້ອມນັບແຕ່ນີ້ເປັນຕົ້ນໄປ ເພື່ອເຮັດໃຫ້ຄວາມຫວັງເປັນເຈົ້າຫຼຽນຄຳໃຫ້ບັນລຸເປົ້າໝາຍທີ່ໄດ້ວາງໄວ້.

ຂ່າວ: ໜັງສືພິມສຶກສາກິລາ ລາຍວັນ