2023 ບໍລິສັດ ສາຍສະໄໝຂາອອກ-ຂາເຂົ້າ ສາຂາເມືອງນອງ ຕັ້ງເປົ້າເກັບຊື້ມັນຕົ້ນຈາກປະຊາຊົນໃຫ້ໄດ້ 50 ພັນໂຕນ ລາຄາຕາມສັນຍາ

127

ມາຮອດປະຈຸບັນ ແມ່ນໄລຍະການເກັບກ່ຽວຜົນຜະລິດມັນຕົ້ນ ຂອງປະຊາຊົນຊາວເມືອງນອງ ແຂວງສະຫວັນນະເຂດ ໄດ້ດຳເນີນໄປຢ່າງເປັນຂະບວນ ຟົດຟື້ນ ເຊິ່ງເມືອງດັ່ງກ່າວມີ ບໍລິສັດສາຍສະໄໝຂາອອກ-ຂາເຂົ້າ ເປັນຜູ້ເກັບຊື້ມັນຕົ້ນຈາກພໍ່ແມ່ປະຊາຊົນ ເຊິ່ງໃນປີ 2023 ນີ້ ບໍລິສັດຕັ້ງເປົ້າເກັບຈະເກັບຊື້ມັນຕົ້ນຈາກປະຊາຊົນ ໃຫ້ໄດ້ 50 ພັນໂຕນ ລາຄາຕາມສັນຍາມັນແຫ່ງ 2.500 ກີບຕໍ່ກິໂລ ຄາດວ່າຈະປະກອບສ່ວນສຳຄັນໃນການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ຫຼຸດພົ້ນຈາກຄວາມທຸກຍາກໄປເທື່ອລະກ້າວ.

ທ່ານ ສີວິໄຊ ເກດແກ້ວສີວິໄລ ຜູ້ບໍລິຫານ ບໍລິສັດສາຍສະໄໝ ໃຫ້ຮູ້ວ່າ: ບໍລິສັດ ພວກເຮົາໄດ້ເລີ່ມເຂົ້າມາຈັດຕັ້ງ ປະຕິບັດຮັບຊື້ມັນຕົ້ນຢູ່ທີ່ເມືອງນອງ ນັບແຕ່ປີ 2020 ເປັນຕົ້ນມາ ໂດຍພວກເຮົາມີລານເກັບຊື້ມັນຕົ້ນຢູ່ບັນດາເມືອງທົ່ວແຂວງ ສະຫວັນນະເຂດຄື: ໄຊບູລີ, ຈຳພອນ, ໄຊພູທອງ, ສອງຄອນ, ຊົນນະບູລີ ແລະ ເມືອງນອງ ລວມມີລານເກັບຊື້ມັນຕົ້ນ 10 ກວ່າລານ, ສ່ວນລານໃຫຍ່ມັນຕົ້ນແຫ້ງຂອງ ບໍລິສັດແມ່ນຕັ້ງຢູ່ຫຼັກ 35 ເມືອງ ຈຳພອນ.

ສຳລັບການເກັບຊື້ ມັນຕົ້ນຂອງບໍລິສັດສາຍສະໄໝ ຢູ່ທີ່ເມືອງນອງ ແມ່ນມີລານເກັບ ຊື້ 2 ລານຄື: ລານຈຸດສຸມຕັງອາ ໄລ-ລະແບງ ແລະ ລານບ້ານຫີນ ສະຫວ່າງ, ສ່ວນໃຫຍ່ພໍ່ແມ່ປະຊາຊົນຊາວເມືອງນອງ ຈະຂາຍເປັນມັນຕົ້ນດິບ. ທັງນີ້, ແມ່ນອີງໃສ່ສະ ພາບດິນຟ້າອາກາດຂອງເມືອງ ທີ່ເປັນເມືອງພູດອຍ, ພູສູງ, ໃນຊ່ວງລະດູໜາວອາກາດຈະໜາວເຢັນ, ບໍ່ມີແສງແດດ ແລະ ມີຝົນ ຝອຍໃນບາງຄັ້ງ ເຮັດໃຫ້ການຜະລິດມັນແຫ້ງແມ່ນມີຄວາມຫຍຸ້ງຍາກ ແລະ ທ້າທາຍຫຼາຍ ເຊິ່ງໃນທຸກໆມື້ຈະມີປະຊາຊົນນຳເອົາມັນ ຕົ້ນດິບມາຂາຍຕາມຈຸດເກັບຊື້ໃນລານເກັບຊື້; ສ່ວນລາຄາເກັບຊື້ມັນ ຕົ້ນດິບແມ່ນ 1.000 ກີບຕໍ່ກິໂລ, ມັນແຫ້ງ 2.500 ກີບຕໍ່ກິໂລ ເຊິ່ງອີງຕາມການເຊັນບົດບັນທຶກສັນຍາລະຫວ່າງບໍລິສັດກັບເມືອງທີ່ມີຂໍ້ສັນຍາກັນ; ເລີ່ມແຕ່ເດືອນກັນຍາ 2022 ຈົນມາຮອດປະຈຸບັນ ທາງບໍລິສັດສາຍສະໄໝສາມາດ ເກັບຊື້ມັນຕົ້ນໄດ້ແລ້ວ 6 ພັນໂຕນ ຫຼື ເປັນເງິນ 6 ຕື້ກີບ ທີ່ໄດ້ຊຳລະໃຫ້ທາງພໍ່ແມ່ປະຊາຊົນ.

ຮູບປະກອບ

ຕາມການສອບຖາມປະຊາຊົນ ຊາວບ້ານຄູນສີ ທີ່ເປັນບ້ານໜຶ່ງທີ່ມີການປູກມັນຕົ້ນເພື່ອຂາຍເປັນສິນຄ້າໃນເມືອງນອງ ໄດ້ໃຫ້ຮູ້ວ່າ: ໃນເມື່ອກ່ອນເຄີຍເຮັດໄຮ່, ສວນ ແລະ ຍ້າຍບ່ອນໄປເລື້ອຍໆ ແຕ່ພໍມີບໍລິສັດສາຍສະໄໝເຂົ້າ ມາຊຸກຍູ້ສົ່ງເສີມການປູກມັນຕົ້ນ ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ ແລະ ເຫັນວ່າການປູກມັນຕົ້ນແມ່ນມີລາຍໄດ້ດີກວ່າ, ປູກງ່າຍກວ່າ ແລະ ຍ້ອນການເອົາໃຈໃສ່ຈາກການນຳເມືອງສົມ ທົບກັບທາງບໍລິສັດ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງມາຕິດຕາມ ແລະ ໃຫ້ຄຳແນະນຳທາງດ້ານຫຼັກວິຊາການໃນການປູກໃຫ້ຖືກຕ້ອງ ຕາມຫຼັກການຂອງກະສິກຳ, ການບົວລະບັດຮັກສາ, ການປູກມັນຕົ້ນ ຂາຍເປັນສິນຄ້າແມ່ນຂາຍງ່າຍ, ຂາຍໄດ້ປີຕໍ່ປີ. ນອກນັ້ນ, ທາງບໍລິ ສັດສາຍສະໄໝ ຍັງໄດ້ຊຸກຍູ້ສົ່ງ ເສີມແນວພັນໃຫ້ພໍ່ແມ່ປະຊາຊົນ ໃນກຸ່ມບ້ານເປົ້າໝາຍໄດ້ສະໜອງແນວພັນລຳມັນຕົ້ນໃຫ້ໂດຍບໍ່ໄດ້ເສຍຄ່າ ແລະ ໄດ້ມີການແຈກຢາຍໃຫ້ປະຊາຊົນປູກ.

ທ່ານ ສີວິໄຊ ເກດແກ້ວສີວິໄລ ໃຫ້ຮູ້ຕື່ມວ່າ: ສຳລັບໃນປີ 2023 ນີ້ ທາງບໍລິສັດພວກເຮົາ ຕັ້ງເປົ້າຈະເກັບຊື້ມັນ ຕົ້ນໃນທົ່ວເມືອງໃຫ້ໄດ້ 50 ພັນໂຕນ ໂອກາດນີ້,  ພ້ອມຮຽກຮ້ອງໃຫ້ທາງການນຳຂອງເມືອງ ຊ່ວຍຊຸກຍູ້ຕໍ່ກັບບັນດາບ້ານທີ່ຍັງບໍ່ທັນໄດ້ປູກມັນຕົ້ນ ຫຼື ຖ້າມີຄວາມສົນໃຈຢາກປູກໃນປີຕໍ່ໜ້າສາມາດມາ ພົວພັນທາງພາກສ່ວນກ່ຽວຂ້ອງ ຫຼື ທາງບໍລິສັດໄດ້ ໂດຍພວກເຮົາ ມີຄວາມຍິນດີໃຫ້ຄຳປຶກສາທຸກຢ່າງ.

ຂ່າວ: ສະຫວັນພັດທະນາ