ຄຳມ່ວນໃຈປ້ຳ ຈັດພິທີຍ້ອງຍໍຄະນະນຳ ຄູເຝິກ ແລະ ນັກກີລາ ທີ່ສ້າງຜົນງານ ໃນຊຽງຂວາງ ເກມ

76

ແຂວງຄຳມ່ວນ ສ້າງຜົນງານມາດີໄດ້ຢູ່ອັນດັບທີ4 ຜູ້ຄອງຫຼຽນຄຳຫຼາຍສຸດໃນຊຽງຂວາງເກມ ຖັດຈາກຊຽງຂວາງເຈົ້າພາບ, ນະຄອນຫຼວງວຽງຈັນ ແລະກະຊວງປ້ອງກັນປະເທດ ສະນັ້ນ ເພື່ອເປັນຂວັນ ແລະກຳລັງໃຈ ເປັນການອົບອຸ່ນຈິດຈິດໃຈເຫຼົ່ານັກກິລາ ແລະຄູຝຶກທີ່ໄດ້ທຸ່ມເທແຮງກາຍ ແລະແຮງໃຈຕໍ່ການແຂ່ງຂັນລະດັບປະເທດໃນຄັ້ງນີ້ ແຂວງຈິ່ງຈັດການຍ້ອງຍໍເປັນການພິເສດ.

May be an image of 11 people, people standing, car and road

ຈັດພິທີສະຫຼຸບຜົນສຳເລັດ ແລະ ຍ້ອງຍໍຄະນະນຳ ຄູເຝິກ ແລະ ນັກກີລາ ຈຳນວນ 300 ກວ່າຄົນ ຊຸດສ້າງຜົນງານຄວ້າ 36 ຫຼຽນຄຳ 26 ຫຼຽນເງິນ ແລະ 47 ຫຼຽນທອງ ລວມ 109 ຫຼຽນ ຈັດຢູ່ອັນດັບທີ 4 ຂອງຕາຕະລາງສະຫຼຸບຫຼຽນ ຈາກ 22 ພາກສ່ວນເຂົ້າຮ່ວມຊີງໄຊ ໃນງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງເປັນເຈົ້າພາບ ລະຫວ່າງວັນທີ 13-22 ທັນວາ 2022 ໄດ້ຈັດຂຶ້ນໃນວັນທີ 24 ທັນວາ 2022 ທີ່ຫ້ອງປະຊຸມໃຫຍ່ ຫຼັກ 4 ເມືອງທ່າແຂກ ແຂວງຄຳມ່ວນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ແລະ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງ ທັງເປັນປະທານສະມາຄົມ-ສະຫະພັນກີລາ-ກາຍະກຳແຂວງຄຳມ່ວນ ພ້ອມດ້ວຍການນຳຂອງແຂວງ ຫົວໜ້າພະແນກການ ການນຳຂັ້ນເມືອງ ພະນັກງານອາວຸໂສບຳນານ ບັນດາບໍລິສັດຜູ້ອຸປະຖໍາ ຕະຫຼອດເຖິງຄະນະນຳ ຄູເຝິກ ແລະ ນັກກີລາ ຢ່າງພ້ອມພຽງ.

May be an image of 7 people and people standing
ໃນພິທີ ທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຄຳມ່ວນ ໄດ້ສະຫຼຸບຜົນການເຂົ້າຮ່ວມແຂ່ງຂັນງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ໃຫ້ຮູ້ວ່າ: ງານມະຫະກໍາກີລາແຫ່ງຊາດ ແມ່ນການແຂ່ງຂັນກີລາພາຍໃນປະເທດ ຊຶ່ງຈັດຂຶ້ນທຸກໆ 3 ປີ ເພື່ອສ້າງ ແລະ ຊຸກຍູ້ຂະບວນກີລາ-ກາຍະກຳ ໃຫ້ມີຄວາມເຂັ້ມແຂງ ປຸກລະດົມມະຫາຊົນໃຫ້ເຂົ້າຮ່ວມງານກີລານັບມື້ໃຫ້ຫຼາຍຂຶ້ນ ທັງເປັນການເສີມສ້າງສຸຂະພາບ ມິດຕະພາບ ການພັດທະນາ ແລະ ການຮ່ວມມືຂອງປວງຊົນລາວບັນດາເຜົ່າ.

May be an image of one or more people and people standing

ກິລາແຫ່ງຊາດແມ່ນການແຂ່ງຂັນເພື່ອເປີດໂອກາດໃຫ້ນັກກີລາໄດ້ແຂ່ງຂັນຕົວຈິງ ເພື່ອສ້າງຄວາມດີເດັ່ນໃນວົງການກີລາ-ກາຍະກຳ ສະເພາະບຸກຄົນ ແລະ ລວມໝູ່ ໃນການຍາດຊີງຫຼຽນປະເພດຕ່າງໆ ເຊິ່ງໄດ້ສ້າງຊື່ສຽງ ກຽດຕິຍົດ ສັກສີ ສ່ວນບຸກຄົນ ແລະ ລວມໝູ່ ກົມກອງ ແລະ ທ້ອງຖິ່ນ ໃຫ້ມີຄວາມໂດດເດັ່ນຂຶ້ນໃນວົງການກີລາແຫ່ງຊາດ ໃນນີ້ ສະເພາະຊຽງຂວາງ ເກມ ແມ່ນໄດ້ໄຂຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 13-22 ທັນວາ 2022 ມີການແຂ່ງຂັນທັງໝົດ 25 ປະເພດກີລາ ມີນັກກີລາເຂົ້າຮ່ວມທັງໝົດ 3 ພັນກວ່າຄົນ ມີການຊີງຫຼຽນທັງໝົດ 1.258 ຫຼຽນ ໃນນັ້ນ ມີ 363 ຫຼຽນຄຳ 363 ຫຼຽນເງິນ ແລະ 532 ຫຼຽນທອງ.

May be an image of 15 people, people standing and road
ສະເພາະແຂວງຄຳມ່ວນ ແມ່ນໄດ້ສົ່ງນັກກີລາເຂົ້າຮ່ວມແຂ່ງຂັນທັງໝົດ 19 ປະເພດ ມີນັກກີລາ ແລະ ຄະນະນຳ ຄູເຝິກ ເຂົ້າຮ່ວມ 300 ກວ່າຄົນ ໃນນັ້ນ ສະເພາະນັກກີລາ 180 ຄົນ ຜົນການແຂ່ງຂັນ ແຂວງຄຳມ່ວນ ສາມາດຍາດໄດ້ທັງໝົດ 109 ຫຼຽນ ປະກອບມີ: 36 ຫຼຽນຄຳ 26 ຫຼຽນເງິນ ແລະ 47 ຫຼຽນທອງ ຈັດຢູ່ໃນອັນດັບທີ 4 ຂອງປະເທດ ຈາກ 22 ພາກສ່ວນເຂົ້າຮ່ວມ ຮອງຈາກແຂວງຊຽງຂວາງ ເຈົ້າພາບ ນະຄອນຫຼວງວຽງຈັນ ແລະ ກະຊວງປ້ອງກັນປະເທດ ຕາມລຳດັບ.

May be an image of 12 people and people standing
​ໃນພິທີສະຫຼຸບຄັ້ງນີ້ ຍັງໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າແຂວງຄຳມ່ວນ ແລະ ໃບກຽດຕິຄຸນ ໃຫ້ແກ່ບັນດາຄະນະນຳ ກອງເລຂາ ຄູເຝິກ ແລະ ນັກກີລາ ລວມເຖິງບັນດາບໍລິສັດ ລັດວິສາຫະກິດ ຫ້າງຮ້ານ ແລະ ບຸກຄົນທີ່ມີຜົນງານ ແລະ ປະກອບສ່ວນຊຸກຍູ້ອຸປະຖໍາ ເຮັດໃຫ້ງານດັ່ງກ່າວສຳເລັດໄປດ້ວຍດີ ແລະ ມີການຈັດງານລ້ຽງພາເຂົ້າສາມັກຄີ ເພື່ອສະຫຼອງເຖິງຜົນສຳເລັດໃນວຽກງານດັ່ງກ່າວຢ່າງສົມກຽດ.

May be an image of 4 people, people standing and indoor