10 ເມືອງໃຫຍ່ ທີ່ໜ້າໄປສຳຜັດ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່

49

ສຳນັກຂ່າວ CNN ໄດ້ນຳສະເໜີ 10 ເມືອງໃຫຍ່ທົ່ວໂລກທີ່ຍອດນິຍົມ ເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ສຳລັບການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2022 ແລະ ຕ້ອນຮັບປີໃໝ່ 2023 ມີດັ່ງນີ້:

1). ນະຄອນຊິດນີ ຂອງອົດສະຕຣາລີ ເນື່ອງຈາກເປັນເມືອງໃຫຍ່ລະດັບໂລກ ໂດຍການສະເຫຼີມສະຫຼອງເທສະການປີໃໝ່ໃນແຕ່ລະປີ ຈະມີການຈູດບັ້ງໄຟດອກເໜືອອ່າວຊິດນີ ໂດຍມີເປົາເຮົ້າ ແລະ ຂົວຮາເບີ ເປັນສາກຫຼັງອັນງົດງາມ, ນອກຈາກນີ້ ນັກທ່ອງທ່ຽວຍັງສາມາດທ່ຽວຊົມຫາດ ( ແຄມຝັ່ງທະເລ ) ອັນງົດງາມ ເຊັ່ນ: Manly, Bondi ແລະ Bronte.

2). ນະຄອນໄທເປ ໄຕ້ຫວັນ ໂດຍມີຕຶກໄທເປສູງ 101 ຊັ້ນ ສູງສຸດໃນໄຕ້ຫວັນ ເປັນຈຸດລວມຕົວໃນການຊົມບັ້ງໄຟດອກທີ່ໜ້າຕື່ນຕາຕື່ນໃຈສຸດໆ.

May be an image of night and fireworks

3). ນະຄອນຫຼວງບາງກອກ ( ກຸງເທບ ) ຂອງໄທ ເປັນເມືອງແຫ່ງຄວາມບັນເທີງອັນດັບຕົ້ນໆ ເໝາະສຳລັບນັກທ່ຽວລາຕຣີ ທີ່ເຕັມໄປດ້ວຍໄຟ ແສງ ສີ, ຜູ້ຄົນສາມາດຊົມການຈູດບັ້ງໄຟດອກຢ່າງຕື່ນຕາຕື່ນໃຈ.

4). ນະຄອນດູໄບ ຂອງ UAE ເປັນນະຄອນທີ່ມີຕຶກສູງລະດັບໂລກ ທີ່ສາມາດດຶງດູດຜູ້ຄົນມາລວມຕົວກັນ ເພື່ອຕ້ອນຮັບປີໃໝ່ ເພື່ອຊົມການຈູດບັ້ງໄຟດອກທີ່ຕື່ນຕາຕື່ນໃຈ.

5). ນະຄອນເຄັບທາວ ຂອງອາຟຣິກກາໃຕ້ ເປັນໜຶ່ງໃນເມືອງທີ່ສວຍງາມທີ່ສຸດຂອງອາຟຣິກກາ ແລະ ຂອງໂລກ ເຊິ່ງຈະມີການຈູດບັ້ງໄຟດອກອັນຍິ່ງໃຫຍ່ໃນຄືນສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ສາມາດດຶງດູດຜູ້ຄົນເປັນຈຳນວນຫຼງຫຼາຍເຂົ້າໄປທ່ຽວຊົມ.

May be an image of standing, fireworks and night

ນອກຈາກນີ້, ຍັງມີນະຄອນຫຼວງໂຣມ ຂອງອິຕາລີ, ນະຄອນຫຼວງລອນດອນຂອງອັງກິດ, ນະຄອນຣີໂອເດຈາເນໂຣ ຂອງບຣາຊິນ, ນະຄອນນິວຢອກ, ນະຄອນ ລາສເວກັສ ຂອງສະຫະລັດອາເມຣິກາ ກໍຕິດ 1 ໃນ 10 ຂອງເມືອງທີ່ໜ້າທ່ຽວຊົມໃນໄລຍະເທສະການສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ 2023 ເຊັ່ນກັນ.