ລັດຖະບານແຈ້ງຍົກເລີກທຸກມາດຕະການເຂົ້າ-ອອກທີ່ກ່ຽວຂ້ອງກັບໂຄວິດ-19

90

ໄລຍະນີ້ເຂົ້າສູ່ເທດສະການທ່ອງທ່ຽວແລ້ວ ຫຼື ທີ່ເອີ້ນກັນວ່າເປັນໄຮຊີຊັນ ເປັນຊ່ວງເວລາທີ່ນັກທ່ອງທ່ຽວຈາກທົ່ວໂລກຈະອອກເດີນທາງໄປພັກຜ່ອນ ເພາະອາກາດດີໄປມາສະດວກຕ່າງຈາກໜ້າຝົນ ສະນັ້ນ ເພື່ອສົ່ງເສີມການທ່ອງທ່ຽວລັດຖະບານໄດ້ອອກແຈ້ງການລົບລ້າງທຸກມາດຕະການເຂົ້າ-ອອກທີ່ກ່ຽວຂ້ອງກັບການປ້ອງກັນພະຍາດໂຄວິດ-19.

May be an image of 15 people, people standing and outdoors

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ອອກແຈ້ງການຕົກລົງ ແລະ ຊີ້ນໍາຂອງລັດຖະບານສະບັບເລກທີ 1914 ລົງວັນທີ 23 ທັນວາ 2022ລະບຸວ່າ: ເຫັນດີໃຫ້ລົບລ້າງການນໍາໃຊ້ໃບຢັ້ງຢືນສັກວັກຊີນຄົບໂດສ ແລະ ລົບລ້າງການກວດຫາເຊື້ອໂຄວິດ-19 ດ້ວຍເຄື່ອງກວດແບບໄວ (ATK) ພາຍໃນ 48 ຊົ່ວໂມງ ກ່ອນອອກຈາກປະເທດຕົ້ນທາງຂອງພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ຈະເດີນທາງເຂົ້າມາ ສປປ ລາວ.

No photo description available.

ທັງໝົດນີ້ແມ່ນອີງໃສ່ສະພາບຕົວຈີງໃນການປະຕິບັດນະໂຍບາຍໃນການເຂົ້າ-ອອກປະເທດຂອງບັນດາປະເທດໃນພາກພື້ນ ແລະສາກົນ, ການຄົ້ນຄວ້າ ແລະສະເໜີຂອງຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທັງອີງໃສ່ຜົນກອງປະຊຸມສະໄໝສາມັນຂອງຄະນະລັດຖະບານໃນເດືອນພະຈິກຜ່ານ.

No photo description available.

ແຈ້ງການຕາມນີ້

No description available.