ການໄປເຮັດວຽກຢູ່ເກົາຫຼີ ຍັງເປັນຄວາມຫວັງຂອງໃຜຫຼາຍໆຄົນ ເພາະອັດຕາຄ່າເງິນເມື່ອມາແລກປ່ຽນເປັນເງິນກີບລາວໄດ້ສູງ, ລາຍໄດ້ຕໍ່ວັນຕໍ່ເດືອນກໍດີ ອັນທີ່ສຳຄັນກວ່ານັ້ນ ແມ່ນຜູ້ທີ່ໄດ້ໄປມາແລ້ວນອກຈາກຈະໄດ້ເງິນມາພັດທະນາຊີວິດການເປັນຢູ່ຍັງໄດ້ບົດຮຽນປະສົບການກັບມາຕໍ່ຍອດອີກດ້ວຍ.
ເພື່ອຕອບສະໜອງຕາມຄວາມຕ້ອງການຂອງປະຊາຊົນລາວ ແລະຜູ້ຈ້າງງານເອງຢູ່ປະເທດເກົາຫຼີ ລັດຖະບານສອງປະເທດແມ່ນໄດ້ພະຍາຍາມຫາຊ່ອງທາງເພີ່ມ ເພື່ອຈັດສົ່ງແຮງງານໄປເຮັດວຽກໃຫ້ຫຼາຍຂຶ້ນ ໂດຍສະເພາະແຮງງານລະດູການທີ່ສ່ວນໃຫຍ່ເນັ້ນໃສ່ການຜະລິດກະສິກຳ ແນໃສ່ເປັນການຍົກສູງຄຸນະພາບຂອງການຜະລິດກະສິກໍາ ເພື່ອສະໜອງພາຍໃນປະເທດໃຫ້ພຽງພໍ ແລະ ກ້າວໄປເຖິງການສົ່ງອອກຜະລິດຕະພັນກະສິກໍາໄປປະເທດຕ່າງໆ, ວັນທີ 23 ທັນວາ 2022,ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) , ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈັດສົ່ງຜູ້ອອກແຮງງານລາວໄປເຮັດວຽກຢູ່ ສ.ເກົາຫຼີ ຕາມລະດູການ ລະຫວ່າງ ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ເມືອງ ແອນດອງ, ແຂວງ ຈິຢອນຊັງບຸກໂດ, ສ.ເກົາຫຼີ
ເປັນກຽດເຂົ້າຮວ່ມ ໂດຍ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຕາງໜ້າເຊັນໂດຍ ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະສະຫວັດດີການສັງຄົມ ແລະ ທ່ານ ກອນ ກິຈາງ ເຈົ້າເມືອງ ເມືອງແອນດອງ ສ.ເກົາຫຼີ, ພ້ອມຄະນະທັງສອງຝ່າຍເຂົ້າຮ່ວມໃນພິທີດັ່ງກ່າວ.
ການຮ່ວມມືກັນລະຫວ່າງ ກົມການຈັດຫາງານ ແລະ ເມືອງ ແອນດອງ ໃນການຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການທີ່ເມືອງ ແອນດອງໃນຄັ້ງນີ້ ຈະເປັນບາດກ້າວສໍາຄັນ ແລະ ສ້າງຜົນປະໂຫຍດໃຫ້ແກ່ສອງຝ່າຍ. ສໍາລັບ ແຮງງານຂອງ ສປປ ລາວ ກໍ່ຈະໄດ້ຮັບການພັດທະນາສີມືແຮງງານ ແລະ ມ່ີລາຍຮັບໃຫ້ແກ່ແຮງງານເອງ ແລະ ຄອບຄົວ ພ້ອມທັງຈະຊ່ວຍຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ ຂອງ ສປປ ລາວ. ຊາວກະສິກອນ, ເຈົ້າຂອງຟາມ ພາຍໃນເມືອງ ແອນດອງ ກໍ່ຈະມີແຮງງານເຂົ້າຮັບໃຊ້ການຜະລິດກະສິກໍາ.
ໃນພິທີດັ່ງກ່າວ, ທ່ານ ນາງ ອານຸສອນ ຄຳສິງສະຫວັດ ໄດ້ກ່າວລາຍງານໃຫ້ຮູ້ວ່າ: ລັດຖະບານ ສປປ ລາວ ມີນະໂຍບາຍ ແລະ ໃຫ້ຄວາມສໍາຄັນ ໃນການສົ່ງເສີມປະຊາຊົນຜູ້ທີ່ປະກອບອາຊີບກະສິກໍາ ໂດຍສະເພາະຜູ້ທີ່ອາໄສໃນຂົງເຂດຊົນນະບົດ ໃຫ້ມີໂອກາດໃນການເຂົ້າເຖິງການພັດທະນາສີມືແຮງງານ ແລະ ນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝເຂົ້າໃນການຜະລິດກະສິກໍາ ຊຶ່ງແນ່ນອນວ່າ ສ.ເກົາຫຼີ ກໍ່ແມ່ນເປົ້າໝາຍໜຶ່ງທີ່ສໍາຄັນທີ່ລັດຖະບານ ສປປ ລາວ ມີເຈດຈໍານົງໃນການຮ່ວມມືໃນຫຼາຍໆດ້ານ ລວມທັງການຈັດສົ່ງແຮງງານລາວໄປເຮັດວຽກໃນຂົງເຂດກະສິກໍາ ເພື່ອຖ່າຍທອດເອົາຄວາມຮູ້ ແລະ ປະສົບການ ຂອງຊາວກະສິກອນ ສ.ເກົາຫຼີ ເພື່ອມາພັດທະນາບ້ານເກີດເມືອງນອນຂອງເຂົາເຈົ້າ.
ມາຮອດປະຈຸບັນກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລົງນາມສັນຍາຮ່ວມມືດ້ານການຈັດສົ່ງແຮງງານໄປເຮັດວຽກຕາມລະດູການ ຮ່ວມກັບ28 ເມືອງ ຂອງ ສ.ເກົາຫຼີ ແລະ ສາມາດຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການໄດ້ຈໍານວນ ທັງໝົດ 325 ຄົນ, ຍິງ 175 ຄົນ.
(ຂ່າວສານຮສສ)