4 ບັນຫາ ທ່ານ ທອງລຸນ ສີສຸລິດ ເນັ້ນຕໍ່ກອງປະຊຸມການນໍາລະດັບສູງ ກ່ຽວກັບການຫັນເປັນດິຈິຕ໋ອນແຫ່ງຊາດ

117

ກອງປະຊຸມການນໍາລະດັບສູງ ກ່ຽວກັບການຫັນເປັນດິຈິຕ໋ອນແຫ່ງຊາດ (Lao Digital Transformation Forum) ເປັນວາລະໜຶ່ງໃນງານສັບປະດາດິຈິຕ໋ອນລາວ ປະຈໍາປີ 2022 Lao Digital Week 2022 ທີ່ຈັດຂຶ້ນທີ່ຫໍປະຊຸມແຫ່ງຊາດ, ໃນວັນທີ 23 ທັນວາ 2022 ເຊິ່ງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ກໍ່ໄດ້ເປັນກຽດເຂົ້າຮ່ວມ ພ້ອມທັງມີຄຳເຫັນໂອ້ລົມຕໍ່ທີ່ປະຊຸມ ປະກອບດ້ວຍ 4 ບັນຫາດ້ວຍກັນ.

May be an image of 1 person, standing and indoor

ໃນກອງປະຊຸມ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະການສື່ສານ ໄດ້ລາຍງານຕໍ່ກອງປະຊຸມບາງຕອນວ່າ: ຜ່ານການຈັດຕັ້ງງານສັບປະດາດິຈິຕ໋ອນ Lao Digital Week 2022 ມາໄດ້ໄລຍະ 3 ວັນ ກໍເຫັນໄດ້ຜົນສຳເລັດຕາມເປົ້າໝາຍ ທີ່ສະແດງອອກຄື: ການສະແດງສິນຄ້າ ແລະ ນະວັດຕະກຳ ທາງດ້ານດິຈິຕ໋ອນ; ການແຂ່ງຂັນ Lao ICT and Innovation Award ແລະ Lao Cyber Security Hacking; ການຝຶກອົບຮົມ ແລະ ສຳມະນາ; ຈັດພິີທີເປີດງານ ສັບປະດາດິຈິຕ໋ອນ 2022; ຈັດພິທີສະຫຼຸບຕີລາຄາຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໄລຍະ 5 ປີ (2016 – 2020) ແລະ ທິດທາງແຜນການ ຮອດປີ 2025 ແລະ ພິທີມອບຫຼຽນໄຊ, ຫຼຽນກາ ແລະ ໃບຍ້ອງຍໍລັດຖະບານ ໃຫ້ແກ່ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນ; ຈັດເວທີສົນທະນາ ແລະ ສຳມະນາວຽກງານ 3 ເສົາຄ້ຳຂອງການຫັນເປັນດິຈິຕ໋ອນ ແລະ ເຜີຍແຜ່ຄວາມຮູ້, ບົດຮຽນ-ປະສົບການທາງດ້ານດິຈິຕ໋ອນ; ຈັດການແຂ່ງຂັນໂຕ້ວາທີ, ແຂ່ງຂັນ Lao ICT Award ແລະ ການແຂ່ງຂັນ Lao Cybersecurity Hacking Challenge ແລະ ຈັດກອງປະຊຸມການນຳລະດັບສູງ ກ່ຽວກັບ ການຫັນເປັນດິຈິຕ໋ອນແຫ່ງຊາດ (Lao Digital Transformation Forum).

May be an image of 1 person and flower

ພາຍຫຼັງໄດ້ຮັບຟັງການລາຍງານ ຂອງ ລມຕ ກຕສ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເນັ້ນໜັກບາງທິດຊີ້ນຳກ່ຽວກັບການຫັນເປັນດິຈິຕ໋ອນຂອງປະເທດເຮົາ ດັ່ງນີ້: 1). ການຫັນເປັນດິຈິຕອນ ແມ່ນຄວາມຕ້ອງການຈຳເປັນຢ່າງພາວະວິໄສໃນການພັດທະນາປະເທດເຮົາ, ວຽກດັ່ງກ່າວ ເປັນໜ້າທີ່ສຳຄັນພິເສດ, ທັງເປັນວຽກສະເພາະໜ້າຮີບດ່ວນ, ທັງເປັນຍຸດທະສາດທີ່ຍາວນານ ໃນລະບົບການເມືອງທົ່ວສັງຄົມເຊິ່ງຕິດພັນຢ່າງແໜ້ນແຟ້ນກັບຂະບວນການເຊື່ອມໂຍງສາກົນ; ສະນັ້ນພວກເຮົາຕ້ອງຮັບຮູ້ ແລະ ເຂົ້າໃຈເນື້ອໃນ ທາດແທ້ຂອງການຫັນເປັນດິຈິຕອນຢ່າງຄົບຖ້ວນ ແລະ ເລິກເຊິ່ງ ເພື່ອຫັນປ່ຽນດ້ານແນວຄິດ ແລະ ແລະ ຈິນຕະນາການໃໝ່, ປັບປຸງແບບແຜນວິທີເຮັດວຽກ ແລະ ການຜະລິດໃຫ້ມີລັກສະນະກ້າວໜ້າ ແລະ ວິທະຍາສາດທັນສະໄໝ ເພື່ອສ້າງໂອກາດໃຫ້ ສປປ ລາວ ມີບາດກ້າວບຸກທະລຸໃໝ່ໃນການພັດທະນາເສດຖະກິດ-ສັງຄົມ.

May be an image of 1 person and standing

2). ການຫັນເປັນດິຈິຕອນ ມີທັງກາລະໂອກາດ ແລະ ສິ່ງທ້າທາຍເຊິ່ງຈຳເປັນຕ້ອງໄດ້ຍາດແຍ່ງ ແລະ ນຳໃຊ້ກາລະໂອກາດຢ່າງມີປະສິດທິຜົນ ເພື່ອປັບປຸງສະມັດຕະພາບແຮງງານ, ປະສິດທິພາບ ແລະ ຄວາມສາມາດໃນການແຂ່ງຂັນການຜະລິດເສດຖະກິດ, ປະສິດທິພາບການຄຸ້ມຄອງສັງຄົມ ໂດຍນຳໃຊ້ບັນດາເຕັກໂນໂລຊີດິຈິຕອນຢ່າງແຂງແຮງ ໃນທຸກຂົງເຂດ ເສດຖະກິດ-ສັງຄົມ, ໂດຍສະເພາະໃນຂະແໜງການທີ່ເປັນທ່າແຮງ ແລະ ຂົງເຂດທີ່ເປັນຈຸດສຸມ. ຕັ້ງໜ້າປ້ອງກັນ ແລະ ຈຳກັດຜົນກະທົບທາງລົບ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມປອດໄພ, ຄວາມຍຸດຕິທຳທາງສັງຄົມ ແລະ ຄວາມຍືນຍົງຂອງການພັດທະນາປະເທດເຮົາ.

May be an image of one or more people, people sitting, people standing and indoor

3). ການຫັນເປັນດິຈິຕອນ ແມ່ນພາລະກຳປະຫວັດສາດຂອງທົ່ວສັງຄົມທັງພາກລັດ ແລະ ພາກເອກະຊົນຂອງປະເທດເຮົາ, ສະນັ້ນຕ້ອງເສີມຂະຫຍາຍການນຳໃຊ້ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນຢ່າງຕັ້ງໜ້າ, ໂດຍຖືເອົາທ່າແຮງພາຍໃນປະເທດເປັນປັດໄຈໃນການຕັດສິນ, ເປັນຍຸດທະສາດ ແລະ ເປັນປັດໄຈພື້ນຖານໃນການພັດທະນາໄລຍະຍາວ, ສ່ວນທ່າແຮງພາຍນອກກໍມີຄວາມສຳຄັນ ເພື່ອເຮັດໃຫ້ການພັດທະນາວ່ອງໄວ ແລະ ກ້າວກະໂດດ.

May be an image of 1 person, standing and indoor

4). ການຫັນເປັນດິຈິຕອນ ຈະຕ້ອງດຳເນີນໄປ 3 ດ້ານພ້ອມກັນ ເຊິ່ງຈະກາຍເປັນ 3 ເສົາຄ້ຳໃນການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດເຮົາຄື: ຫັນການບໍລິຫານລັດແບບດິຈິຕອນ, ສ້າງເສດຖະກິດດິຈິຕອນ ແລະ ພັດທະນາສັງຄົມດິຈິຕອນ.

May be an image of 2 people

ທ່ານກ່າວຕື່ມວ່າ: ເຕັກໂນໂລຊີດິຈິຕ໋ອນ ເປັນກຳລັງຂັບເຄື່ອນຕົ້ນຕໍຂອງການຫັນເປັນດິຈິຕ໋ອນຢູ່ປະເທດເຮົາ, ສະນັ້ນຕ້ອງຂະຫຍາຍການນຳໃຊ້ເຕັກໂນໂລຊີດິຈິຕ໋ອນໃຫ້ກວ້າງຂວາງ ແລະ ມີປະສິດທິພາບສູງ ຈຶ່ງຈະນຳໄປສູ່ການປ່ຽນແປງໄວ ແລະ ກ້າວສູ່ການພັດທະນາແບບກ້າວກະໂດດຂອງເສດຖະກິດ-ສັງຄົມ ແລະ ການປົກຄອງບໍລິຫານລັດ ເປັນຕົ້ນແມ່ນຕ້ອງນຳໃຊ້ ເຕັກໂນໂລຊີປັນຍາປະດິດ, ລະບົບສື່ສານຄວາມໄວສູງ, ອິນເຕີເນັດແຫ່ງສັບພະສິ່ງ, ລະບົບຂໍ້ມູນມະຫາສານ, ລະບົບຄລາວ, ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ, ກະເປົາເງິນເອເລັກໂຕຣນິກ ແລະ ເຕັກໂນໂລຊີການຊຳລະສະສາງແບບເອເລັກໂຕຣນິກທີ່ຈະເພີ່ມກຳລັງແຮງໃຫ້ປະຊາຊົນ ແລະ ຜູ້ປະກອບການ ໃນການສ້າງກາລະໂອກາດໃໝ່, ການບໍລິການໃໝ່ ແລະ ເຊິ່ງທັງໝົດນີ້ ຈະນຳໄປສູ່ການຫັນປະເທດເຮົາໃຫ້ເປັນອຸດສາຫະກຳ ແລະ ທັນສະໄໝຢ່າງໜັກແໜ້ນຕາມແນວທາງທີ່ພັກ ແລະ ລັດວາງໄວ້.