ຍີ່ປຸ່ນ ອະນຸມັດຜະລິດຊຸດກວດອັລໄຊເມີ ຈາກເລືອດ

30

ສຳນັກຂ່າວ AFP ລາຍງານວ່າ: ບໍລິສັດ Sysmex Corporation ເຊິ່ງເປັນບໍລິສັດດ້ານເຕັກໂນໂລຊີຂອງຍີ່ປຸ່ນ ໄດ້ຮັບອະນຸມັດຈາກລັດຖະບານ ໃຫ້ຜະລິດຊຸດກວດຫາເຊື້ອພະຍາດ ( ໂລກ ) ອັລໄຊເມີ ເຊິ່ງຖືວ່າເປັນ ຄວາມກ້າວໜ້າໃນການຮັບມືກັບພະຍາດທີ່ຄຸກຄາມຜູ້ຄົນທົ່ວໂລກ.

May be an image of 1 person and indoor

ບໍລິສັດ Sysmex Corporation ລະບຸວ່າ: ຂະນະນີ້ບໍລິສັດກຳລັງນຳຊຸດກວດຫາພະຍາດອັລໄຊເມີ ທີ່ນຳໃຊ້ເຕັກໂນໂລຊີ ເພື່ອກວດຫາການສະສົມຂອງໂປຣ ຕິນຊະນິດໜຶ່ງທີ່ເປັນຕົວບົ່ງຊີ້ຂອງເຊື້ອພະຍາດອັລໄຊເມີ ແລະ ຄາດວ່າຈະວາງຂາຍສູ່ຕະຫຼາດໃຫ້ໄວທີ່ສຸດເທົ່າທີ່ເປັນໄປໄດ້.

ຊຸດກວດດັ່ງກ່າວ ຖືວ່າເປັນນະວັດຕະກຳທີ່ລ້ຳສະໄໝອີກກ້າວໜຶ່ງໃນວົງການແພດ ໂດຍສະເພາະການວິນິດໄສພາວະສະໝອງເສື່ອມປະເພດນີ້ ມີຄ່າໃຊ້ຈ່າຍຂ້ອນຂ້າງສູງໃນປັດຈຸບັນ ລວມທັງມີຄວາມຫຍຸ້ງຍາກຫຼາຍຂັ້ນຕອນ ເຊິ່ງແພດມັກໃຊ້ວິທີສະແກນສະໝອງ ຫຼື ເຈາະນ້ຳໄຂສັນຫຼັງ ເພື່ອນຳມາວິເຄາະ.

May be an image of 1 person and child

ລາຍງານລະບຸວ່າ: ບໍລິສັດ Sysmex Corporation ໄດ້ພັດທະນາເຕັກໂນໂລຊີເພື່ອກວດ ແລະ ບົ່ງຊີ້ການສະສົມຂອງໂປຣ ຕິນ amyloid beta ໃນສະໝອງໄດ້ຢ່າງໄວວາ ແລະ ມີຄວາມພ້ອມ ເພື່ອແກ້ໄຂບັນຫາການວິນິດໄສພະຍາດອັລໄຊເມີ, ຊຸດກວດດັ່ງກ່າວນີ້ ຈະໃຊ້ກວດພະຍາດດັ່ງກ່າວຈາກເລືອດ ເຊິ່ງແຕກຕ່າງຈາກວິທີກວດແບບດັ້ງເດີມ ໂດຍເຄື່ອງກວດດັ່ງກ່າວນີ້ ຈະຫຼຸດການໃຊ້ຈ່າຍດ້ານການເງິນ, ທາງຮ່າງກາຍ ແລະ ທາງອາລົມຈິດຂອງຜູ້ປ່ວຍລົງ.