ການຄ້າ ແລະ ບໍລິການທົ່ວໂລກ ອ່ອນແອລົງ

37

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົງການການຄ້າໂລກ ( WTO ) ເປີດເຜີຍວ່າ: ການຄ້າ ແລະ ບໍລິການຂອງໂລກ ອາດຈະຊຸດໂຊມລົງໃນໄຕມາດທີ 4 ປີ 2022 ແລະ ຈະສືບຕໍ່ອ່ອນແອລົງຈົນເຖິງຕົ້ນປີ 2023.

May be an image of standing, sky and text

ລາຍງານລະບຸວ່າ: ສາເຫດຕົ້ນຕໍມາຈາກຈັງຫວະການເຕີບໂຕດ້ານເສດຖະກິດຂອງກຸ່ມເສດຖະກິດຊັ້ນນຳຂອງໂລກຊ້າລົງ, ຕົວເລກດັດຊະນີກ່ຽວກັບສະພາບການຄ້າ – ບໍລິການທົ່ວໂລກ ໃນເດືອນຕຸລາປີ 2022 ໄດ້ຫຼຸດລົງສູ່ລະດັບ 98,3 ເຊິ່ງຕ່ຳກວ່າເດືອນເມສາ 2022 ຢ່າງຫຼວງຫຼາຍ. ເສັ້ນມາດຕະຖານຂອງຕົວເລກດັດຊະນີສະພາບການຄ້າ – ບໍລິການທົ່ວໂລກແມ່ນຢູ່ລະດັບ 100, ຖ້າຕົວເລກສູງກວ່າ 100 ສະແດງໃຫ້ເຫັນວ່າ ການເຕີບໂຕດ້ານການຄ້າແມ່ນສູງກວ່າຕົວເລກຄາດໝາຍໄວ້, ແຕ່ຖ້າຫາກຕ່ຳກວ່າ 100 ກໍໝາຍຄວາມວ່າ ການເຕີບໂຕດ້ານການຄ້້າ ແມ່ນຕ່ຳກວ່າລະດັບດັ່ງກ່າວ.

May be an image of outdoors