ຮູ້ 3 ທີມ ຊະນະເລີດ ການແຂ່ງຂັນ Lao Cyber Security Hacking Challenge

202

ໃນວັນທີ 22 ທັນວາ 2022 ໄດ້ເປີດງານແຂ່ງຂັນ ຄວາມປອດໄພໄຊເບີ ພາຍໃຕ້ ຫົວຂໍ້: Lao Cyber Security Hacking Challenge ຂຶ້ນ, ເຊິ່ງງານດັ່ງກ່າວນີ້ເປັນໜຶ່ງໃນກິດຈະກຳຂອງງານສັບປະດາດີຈິຕ໋ອນ (Digital Week) ປະຈໍາປີ 2022 ທີ່ຈັດໂດຍ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ. ໂດຍມີ 8 ທີມເຂົ້າຮ່ວມການແຂ່ງຂັນ ແລະ ຄັດເລືອກເອົາ 3 ທີມທີ່ຊະນະເລີດ.

May be an image of 3 people and people standing

ທ່ານ ຄຳຫຼ້າ ສູນນະລັດ ຫົວໜ້າກົມຄວາມປອດໄພໄຊເບີ ແລະ ບໍລິສັດໄຊເບີຣັດ ກະຊວງກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ທັງເປັນອະນຸກຳມະການແຂ່ງຂັນໄອຊີທີ ແລະ ນະວັດຕະກໍາປະຈໍາປີ 2022 (Lao ICT Innovation Award 2022) ກ່າວວ່າ: ໃນການຈັດງານການແຂ່ງຂັນຄັ້ງນີ້ ເປັນການຈັດແບບເປັນທາງການຄັ້ງທໍາອິດເພື່ອສົ່ງເສີມ ແລະ ພັດທະນາບຸກຄະລະກອນໄວໜຸ່ມ, ນັກຮຽນນັກສຶກສາຜູ້ທີີສົນໃຈເຂົ້າຮ່ວມແຂ່ງຂັນ, ບັນດາຜູ້ເຂົ້າຮ່ວມແຂ່ງຂັນທີ່ໄດ້ຜ່ານຮອບຄັດເລືອກເປີດກວ້າງທົ່ວປະເທດ 19 ທີມ ແລະ ເຂົ້າມາແຂ່ງຂັນຮອບຊິງຊະນະເລີດແບບເຊິ່ງໜ້າໃນມື້ນີ້ ຈໍານວນ 8 ທີມ ເຊິ່ງເຮົາໄດ້ຄັດເລືອກເອົາ 3 ທີມ ອັນດັບ ໜຶ່ງ, ສອງ ແລະ ສາມ ຕາມລໍາດັບ.

May be an image of 1 person and standing

ພ້ອມນັ້ນກໍ່ຍັງເປັນການສ້າງຄວາມຮ່ວມມື ລະຫວ່າງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກໍ່ຄື ກົມຄວາມປອດໄພໄຊເບີ ແລະ ບໍລິສັດໄຊເບີຣັດ, ລວມທັງເປັນການສົ່ງເສີມການສ້າງ ແລະ ແລກປ່ຽນຄວາມຮູ້ໃຫ້ຜູ້ເຂົ້າຮ່ວມທັງໝົດ ໄດ້ເຂົ້າໃຈກ່ຽວກັບ ການປົກປ້ອງ, ການຄົ້ນຫາຂໍ້ມູນ ແລະ ການຕອບໂຕ້ກັບໄພຄຸກຄາມທາງໄຊເບີ ແລະ ໃຫ້ເຫັນເຖິງຄວາມສໍາຄັນໃນວຽກງານການຮັກສາຄວາມປອດໄພໄຊເບີ ໃຫ້ຫຼາຍຂຶ້ນ.

May be an image of 10 people and people standing

ທ່ານກ່າວຕື່ມວ່າ: ໃນປີນີ້ ຕົວແທນຈາກ ສປປລາວ ໄດ້ອັນດັບ 4 ໃນງານການແຂ່ງຂັນ Cyber Seagame 2022 ທີ່ໄດ້ຈັດຂຶ້ນຢູ່ ປະເທດ ໄທ ເປັນງານທີ່ແຂ່ງຂັນດ້ານ Cyber Security ລະດັບອາຊຽນ ອາຍຸ 15-29 ປີ ຖືວ່າເປັນຜົນງານທີ່ພາກພູມໃນໜຶ່ງຂອງໄວໜຸ່ນລາວ, ຂ້າພະເຈົ້າຄິດວ່າທີມເຂົ້າຮ່ວມງານໃນຄັ້ງນີ້ ທັງ 8 ທີມ ຄົງຈະໄດ້ບົດຮຽນແນວທາງປະສົບການບໍ່ຫຼາຍກໍໜ້ອຍ ຫຼັງຈາກຈົບງານແລ້ວຈະກັບໄປສຶກສາຮຽນຮູ້ຫາຂໍ້ມູນເພີ່ມຕື່ມ ແລະ ຫວັງຢ່າງຍິ່ງວ່າ ໜຶ່ງໃນ 8 ທີມນີ້ ອາດຈະເປັນຕົວແທນໃນລະດັບປະເທດເຂົ້າຮ່ວມການແຂ່ງຂັນດັ່ງກ່າວໃນປີຕໍ່ໄປກໍ່ເປັນໄດ້ ນີ້ຄືເປົ້າໝາຍຫຼັກຂອງການຈັດງານໃນຄັ້ງນີ້.

May be an image of 9 people, people standing, people sitting and indoor

ເຊິ່ງ 8 ທີມທີ່ເຂົ້າຮ່ວມ ແຂ່ງຂັນ ມີດັ່ງນີ້: Localhost; Kantan; Experience; Triple T; Zonice Naynay; Traveler; Free WiFi 4 U ແລະ Naynay.

May be an image of 4 people, people standing and text that says '1 KANTAN'

ຜ່ານການແຂ່ງຂັນ ທີມທີ່ຊະນະເລີດຄວ້າອັນດັບ 1 ແມ່ນ: Zonice Naynay ດ້ວຍຄະແນນ 2600 ຄະແນນ ພ້ອມຮັບລາງວັນ 5 ລ້ານກີບ; ອັນດັບ 2 ທີມ Localhost ດ້ວຍຄະແນນລວມ 1300 ຄະແນນ ຮັບລາງວັນ 4 ລ້ານກີບ ແລະ ອັນດັບ 3 ທີມ Kantan ດ້ວຍຄະແນນ 800 ຄະແນນ ຮັບລາງວັນມູນຄ່າ 3 ລ້ານກີບ.