ທັບນັກກີລາແຂວງຊຽງຂວາງ ເຈົ້າພາບ ຄອງເຈົ້າຫຼຽນຄຳ ງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ລະຫວ່າງວັນທີ 13-22 ທັນວາ 2022 ກວາດໄປໄດ້ເຖິງ 62 ຫຼຽນຄຳ, 60 ຫຼຽນເງິນ ແລະ 95 ຫຼຽນທອງ ລວມ 217 ຫຼຽນ ເປັນອັນດັບ 1 ຂອງຕາຕະລາງ, ສ່ວນທັບນັກກີລາ ນະຄອນຫຼວງວຽງຈັນ ຕ້ອງຜິດຫວັງອີກຄັ້ງໃນການທ່ວງ ຕຳແໜ່ງເຈົ້າຫຼຽນຄຳກີລາແຫ່ງຊາດ ຫຼັງຍາດມາໄດ້ພຽງ 58 ຫຼຽນຄຳ, 51 ຫຼຽນເງິນ ແລະ 97 ຫຼຽນທອງ ລວມ 206 ຫຼຽນ ຈົບອັນດັບທີ 2 ອີກສະໄໝ.
ໂດຍກີລາບານສົ່ງໃນຮົ່ມປະເພດທີມຊາຍ ເປັນຫຼຽນຄໍາສຸດທ້າຍທີ່ ແຂວງຊຽງຂວາງ ຄວ້າຫຼຽນຄຳປິດທ້າຍໃຫ້ກັບເຈົ້າພາບ ຊ່ວຍໃຫ້ກວາດ ມາໄດ້ເຖິງ 62 ຫຼຽນຄຳ, 60 ຫຼຽນເງິນ ແລະ 95 ຫຼຽນທອງ ລວມ 217 ຫຼຽນ ເປັນອັນດັບ 1 ຂອງຕາຕະລາງ. ຂະນະທີ່ ກີລາທີ່ແຂວງຊຽງຂວາງ ທີ່ຍາດໄດ້ຫຼຽນຄໍາຫຼາຍທີ່ສຸດເປັນກີລາລອຍນໍ້າ ກວາດໄປເຖິງ 8 ຫຼຽນຄໍາ, 1 ຫຼຽນເງິນ ແລະ 6 ຫຼຽນທອງ ແລະ ຮອງລົງມາເປັນກີລາກະຕໍ້ ກວາດໄປ 6 ຫຼຽນຄໍາ, 7 ຫຼຽນເງິນ ແລະ 1 ຫຼຽນທອງ.
ສຳລັບ ງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ແມ່ນແຂ່ງຂັນທັງໝົດ 25 ປະເພດກີລາ ຄື: ຍິງປືນ, ລອຍນໍ້າ, ບານບ້ວງ, ເທຄວັນໂດ, ໝາກແລ້, ຍິງທະນູ, ໜ້າເກັກ, ແລ່ນ-ລານ, ມວຍສາກົນ, ໝາກເສິກ, ປັນຈັກສີລັດ, ມວຍປໍ້າ, ຄາຣາເຕໂດ, ກະຕໍ້-ຊິນລອນ, ບານເຕະ, ໝາກຂ່າງ, ເປຕັງ, ກ໊ອຟ, ດອກປີກໄກ່, ເທັນນິດ, ລົດຖີບ, ປິ່ງປ່ອງ, ມວຍລາວ, ຢູໂດ ແລະ ວູຊູ.
ສ່ວນນັກກີລາ ເຂົ້າຮ່ວມທັງໝົດຈຳນວນ 3.093 ຄົນຈາກ 17 ແຂວງ, 1 ນະຄອນຫຼວງ ແລະ 4 ກະຊວງ ເປັນຕົ້ນ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງສາທາລະນະສຸກ ເຂົ້າຮ່ວມຊີງຫຼຽນທັງໝົດ 2.598 ຫຼຽນ. ຊຶ່ງໄດ້ເລີ່ມແຂ່ງຂັນຕົວຈິງມາແຕ່ວັນທີ 14 ພະຈິກ 2022 ຢູ່ນະຄອນຫຼວງວຽງຈັນ ຄື: ກິລາລອຍນ້ຳ ແລະ ກິລາຍິງປືນ. ສ່ວນຢູ່ແຂວງຊຽງຂວາງ ເລີ່ມມາແຕ່ວັນທີ 1-22 ທັນວາ 2022 ຈຶ່ງສຳເລັດ ຜ່ານການແຂ່ງຂັນຜົນປະກົດວ່າ ທັບນັກກີລາແຂວງຊຽງຂວາງ ເຈົ້າພາບ ຄອງເຂົ້າຫຼຽນຄໍາ, ສ່ວນອັນດັບອື່ນໆເບິ່ງທີ່ຮູບ
ຂ່າວ-ຮູບ: Larh Creators
C777: ເຈົ້າພາບແຂວງຊຽງຂວາງ ຄອງເຈົ້າຫຼຽນຄໍາ ຊຽງຂວາງເກມ