ຊາຍຜູ້ຢູ່ເບື້ອງຫຼັງພາ ແຂວງວຽງຈັນ ບານເກີດສ້າງປະຫວັດສາດຄວ້າແຊັມບານເຕະຊາຍຊຽງຂວາງເກມ

110

ທ່ານ ນິກສັນ ພົມມະວິຈິດ ປະທານກຸ່ມບໍລິສັດ ນິກສັນ ພັດທະນາບໍແຮ່ ຈຳກັດ ທັງເປັນຜູ້ຈັດການທີມແຂວງວຽງຈັນ ກາຍເປັນຜູ້ຈຸດປະກາຍຜົນງານຄັ້ງປະຫວັດສາດໃຫ້ບ້ານເກີດ ພາທັບນັກກິລາບານເຕະ ແຂວງວຽງຈັນ ຄວ້າຫຼຽນຄຳ ໃນຊຽງຂວາງ ເກມ ຢ່າງຍິ່ງໃຫຍ່.

ການແຂ່ງຂັນເຕະບານຊາຍ ໃນງານຊຽງຂວາງເກມ 2022 ຄູ່ຊີງຊະນະເລີດ ແຂວວຽງຈັນ ພົບກັບ ນະຄອນຫຼວງວຽງຈັນ ໃນຕອນແລງຂອງວັນທີ 21 ທັນວາ 2022 ທີ່ສະໜາມໄຫຫີນ ແຂວງຊຽງຂວາງ ຜ່ານການແຂ່ງນັນປາກົດວ່າ: ນະຄອນຫຼວງວຽງຈັນ ຕ້ອງນໍ້າຕາຕົກ ເຖິງວ່າຈະຄອງເກມໄດ້ຫຼາຍກວ່າ ແລະ ມີໂອກາດຍິງຫຼາຍກວ່າແຕ່ບໍ່ສາມາດເຈາະກອງຫຼັງອັນແຂງແກ່ນຂອງ ແຂວງວຽງຈັນ ໄດ້ຈົນເຖິງໄລຍະທ້າຍເກມ ແຂວງວຽງຈັນ ມາໄດ້ປະຕູໄຊ ຈາກການຍິງຂອງ ຈິວ ນົນມະນີ ເອົາຊະນະ ນະຄອນຫຼວງວຽງຈັນ 1-0 ຄວ້າແຊັມ ແລະ ຫຼຽນຄໍາບານເຕະຊາຍ ໃນຊຽງຂວາງເກມ ແລະ ເປັນຫຼຽນຄໍາປະຫວັດຊາດຂອງທີມບານເຕະຊາຍ ແຂວງວຽງຈັນ ໃນງານມະຫະກໍາກີລາແຫ່ງຊາດ.

ຫຼັງຈົບການແຂ່ງນັນ ທ່ານ ນິກສັນ ພົມມະວິຈິດ ໃນນາມຜູ້ຈັດການທີມຂອງ ແຂວງວຽງຈັນ ໃຫ້ສຳພາດວ່າ: ສຸດທີ່ມີຄວາມພາກພູມໃຈ ທີ່ສາມາດນຳພາທັບນັກກິລາບານເຕະແຂວງວຽງຈັນ ເອົາຊະນະ ນະຄອນຫຼວງວຽງຈັນ 1-0 ປະຕູ ເຊິ່ງເປັນຜົນງານຫຼຽນຄຳຄັ້ງປະຫວັດສາດ ໃນງານກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ໃຫ້ແຂວງບ້ານເກີດ ເຊິ່ງໃນຕໍ່ໜ້າຫາກມີໂອກາດນຳພາກິລາດັ່ງກ່າວ ກໍຈະພະຍາຍາມສືບຕໍ່ຮັກສາມູນເຊື້ອຜົນງານເພື່ອມອບຄວາມສຸກໃຫ້ແກ່ຊາວແຂວງວຽງຈັນຕື່ມອີກ
ຂ່າວ-ຮູບ: Larh Creator ແລະ ສົງການ