ຈີນ ເປີດນຳໃຊ້ເຂື່ອນໄຟຟ້າ ໄປເຮີ້ຖານ ຢ່າງເຕັມຮູບແບບ

43

CRI ລາຍງານວ່າ: ເຄື່ອງຈັກ ( ເຄື່ອງປັ່ນໄຟ ) ເຄື່ອງສຸດທ້າຍຂອງເຂື່ອນໄຟຟ້ານ້ຳຕົກ ໄປເຮີ້ຖານ ໄດ້ສຳເລັດການທົດລອງເປັນເວລາ 72 ຊົ່ວໂມງ ແລະ ເລີ່ມຜະລິດໄຟຟ້າຢ່າງເປັນທາງການ ເຮັດໃຫ້ເຄື່ອງປັ່ນໄຟທັງ 16 ເຄື່ອງຂອງເຂື່ອນແຫ່ງນີ້ ມີຄວາມສາມາດຜະລິດໄຟຟ້າປະມານລ້ານກິໂລວັດ, ສະແດງໃຫ້ເຫັນວ່າພະລັງງານສະອາດໃຫຍ່ທີ່ສຸດໃນໂລກຢູ່ເທິງແມ່ນ້ຳ ຢັງຊີກຽງ ໄດ້ສ້າງສຳເລັດ ແລະ ເດີນເຄື່ອງຢ່າງເຕັມຮູບແບບ.

May be an image of outdoors

ເຂື່ອນໄຟຟ້າ ໄປເຮີ້ຖານ ຕັ້ງຢູ່ແຂວງເສສວນ ຂອງ ສປ ຈີນ ແມ່ນກິດຈະການຜະລິດໄຟຟ້າດ້ວຍພະລັງງານນ້ຳ ທີ່ມີຂະໜາດໃຫຍ່ກວ່າໝູ່ ແລະ ມີເຕັກນິກການກໍ່ສ້າງທີ່ຫຍຸ້ງຍາກກວ່າໝູ່ຢູ່ໃນໂລກປັດຈຸບັນ, ຕົ້ນຕໍແມ່ນຜະລິດໄຟຟ້າ, ນອກນັ້ນຍັງມີພາລະບົດບາດປ້ອງກັນນ້ຳຖ້ວມ, ການເດີນເຮືອ ແລະ ຊຸກຍູ້ການພັດທະນາເສດຖະກິດ – ສັງຄົມ ຢູ່ທ້ອງຖິ່ນ.

May be an image of body of water

ຄຽງຄູ່ກັບພະລັງງານສະອາດທີ່ໃຫຍ່ກວ່າໝູ່ຢູ່ໃນໂລກ ໄດ້ຮັບການສ້າງສຳເລັດຢ່າງຮອບດ້ານແລ້ວ, ຍັງສາມາດປະຢັດຖ່ານຫີນ ມາດຕະຖານໄດ້ 90,45 ລ້ານໂຕນຕໍ່ປີ, ຫຼຸດຜ່ອນການປ່ອຍກາກບອນ ໄດອອກໄຊ ໃຫ້ໜ້ອຍລົງ ປະມານ 248,4 ລ້ານໂຕນ, ມີບົດບາດຕໍ່ການປັບປຸງໂຄງປະກອບດ້ານພະລັງງານ, ພ້ອມທັງຊ່ວຍຊຸກຍູ້ໃຫ້ບັນລຸເປົ້າໝາຍ ຫຼຸດການປ່ອຍກາກບອນໄດອອກໄຊ ( ມົນລະພິດ ) ລົງໃຫ້ເປັນສູນ ຕາມຍຸດທະສາດຂອງລັດຖະບານຈີນ.