ທະນາຄານໂລກ ປັບຫຼຸດຄາດການເສດຖະກິດຈີນລົງ ເຫຼືອ 2,7% ໃນປີນີ້

35

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທະນາຄານໂລກ ໄດ້ອອກບົດລາຍງານປັບຫຼຸດການຄາດການຂະຫຍາຍຕົວຂອງເສດຖະກິດຈີນລົງ ເຫຼືອ 2,7% ໃນປີນີ້ ຈາກ 4,3% ທີ່ຄາດການໃນເດືອນມິຖຸນາຜ່ານມາ ແລະ ປັບຫຼຸດຈາກ 5,2% ເຫຼືອ 4,3% ໃນປີ 2023.

May be an image of 10 people and street

ທະນາຄານໂລກໃຫ້ເຫດຜົນວ່າ: ການປັບຫຼຸດການເຕີບໂຕເສດຖະກິດຈີນລົງ ເນື່ອງຈາກວ່າຜົນພວງຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ແລະ ການອ່ອນແອລົງຂອງພາກອະສັງຫາລິມະຊັບ ເຊິ່ງໄດ້ສົ່ງຜົນກະທົບຕໍ່ເສດຖະກິດຈີນ ທີ່ມີຂະໜາດໃຫຍ່ເປັນອັນດັບ 2 ຂອງໂລກ. “ ກິດຈະກຳທາງເສດຖະກິດຍັງປັບຂຶ້ນລົງຕາມການແຜ່ລະບາດ ເຊິ່ງການແຜ່ລະບາດຂອງພະຍາດ ເຮັດໃຫ້ເສດຖະກິດຈີນຟື້ນຕົວບໍ່ສະໝ່ຳສະເໝີ.

May be an image of 1 person and street

ທະນາຄານໂລກ ລະບຸວ່າ: ລັດຖະບານຈີນ ໄດ້ອອກມາດຕະການຄວບຄຸມໂຄວິດ – 19 ຢ່າງເຂັ້ມງວດມາເກືອບ 3 ປີ, ຂະນະນີ້ໄດ້ເລີ່ມຜ່ອນຄາຍລົງແດ່ແລ້ວ ເປັນຕົ້ນແມ່ນການກັກຕົວ ແລະ ຂໍ້ຈຳກັດການເດີນທາງໄດ້ຜ່ອນຄາຍລົງຫຼາຍ ແຕ່ພາກທຸລະກິດຍັງປະເຊີນກັບຄວາມຫຍຸ້ງຍາກຕໍ່ໄປ ເນື່ອງຈາກປະຊາຊົນຈຳນວນບໍ່ໜ້ອຍຍັງກັງວົນຕໍ່ການໃຊ້ຊີວິດແບບປົກກະຕິ ທ່າມກາງຕົວເລກຜູ້ຕິດເຊື້ອກຳລັງເພີ່ມຂຶ້ນ.