ເຈົ້າພາບຜິດຫວັງອີກຄັ້ງ ດວນຈຸດໂທດເສຍໃຫ້ ເຊກອງ ນັດຊີງຫຼຽນທອງບານເຕະຊາຍ ຊຽງຂວາງເກມ

56

ການແຂ່ງຂັນເຕະບານຊາຍ ໃນງານຊຽງຂວາງເກມ 2022 ຄູ່ຊີງອັນດັບ 3 ເປີດສາກຂຶ້ນໃນຕອນແລງຂອງວັນທີ 21 ທັນວາ 2022 ທີ່ສະໜາມໄຫຫີນ ແຂວງຊຽງຂວາງ ເປັນການພົບກັນລະຫວ່າງ ເຈົ້າພາບແຂວງຊຽງຂວາງ ພົບກັບ ແຂວງເຊກອງ.

ຜ່ານການແຂ່ງຂັນປາກົດວ່າ: ໃນເຄິ່ງເວລາທໍາອິດຕ່າງຝ່າຍຕ່າງມີໂອກາດຍິງປະຕູ ແຕ່ຍັງບໍ່ຄົມພໍ ເຮັດໃຫ້ຈົບການແຂ່ງຂັນສະເໝີກັນ 0-0, ສ່ວນເຄິ່ງເວລາທີ ຕ່າງຝ່າຍກະຍັງເປີດເກມບຸກໃສ່ກັນ ແຕ່ຍັງບໍ່ມີປະຕູເກີດຂຶ້ນຈົບ 90 ນາທີສະເໝີກັນ 0-0.
ເຮັດໃຫ້ຕ້ອງໄປຕັດສິນກັນດ້ວຍການດວນຈຸດໂທດ ປາກົດວ່າ: ຕ່າງຝ່າຍຕ່າງຍິງພາດໄປຫຼາຍຄົນພໍສົມຄວນ ກ່ອນທີ່ ເຊກອງ ຈະຍິງຂຶ້ນນໍາ 3-2 ແລະ ຄົນສຸດທ້າຍຂອງ ເຈົ້າພາບ ຍິງຖືກ ຜູ້ຮັກສາປະຕູຂອງເຊກອງ ປ້ອງກັນໄວ້ໄດ້ ບຽດເອົາຊະນະ ເຈົ້າພາບ 3-2 ຄວ້າອັນດັບ 3 ຫຼື ຫຼຽນທອງໄປຄອງ, ສ່ວນ ເຈົ້າພາບ ຜິດຫວັງອີກແລ້ວ ເພາະກ່ອນໜ້ານີ້ ທີມບານເຕະຍິງກໍເສຍໃຫ້ກັບ ນະຄອນຫຼວງ ໄດ້ພຽງຫຼຽນເງິນ.

ສ່ວນຮອບຊີງຊະນະເລີດ ການແຂ່ງຂັນບານເຕະຊາຍ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ຮອບຊີງຊະນະເລີດ ແຂວງວຽງຈັນ ພົບ ນະຄອນຫວງ ແຂ່ງຂັນວັນທີ 21 ທັນວາ 2022 ເວລາ 15:45 ໂມງ ທີ່ສະໜາມໄຫຫີນ ແຂ່ງຂັນເປັນຄູ່ທີ 2.

ຂ່າວ-ຮູບ: Larh Creators