ມອບ-ຮັບເຂົ້າຈາກອາຊຽນບວກສາມ 1.000 ໂຕນໃຫ້ ສປປ ລາວ ເພື່ອພີ່ນ້ອງຜູ້ຖືກນ້ຳຖ້ວມ

55

ໃນວັນທີ 21 ທັນວາ 2022 ທີ່ສາງ ຫຼັກ 17 ກະຊວງແຮງງານ ແລະສະຫວັດດີການສົງຄົມ ສປປ ລາວໄດ້ຮັບເຂົ່າຊ່ວຍເຫຼືອຈາກປະເທດອາຊຽນບວກສາມເຊິ່ງ ເຂົ້າຮ່ວມໃນພິທີໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້,ທ່ານ ຕະອິລະ ມາຊຸໂມໂຕະ ຫົວໜ້າກົມນະໂຍບາຍການຜະລິດຕະພັນເຂົ້າ ກະຊວງກະສິກໍາ ແລະ ປ່າໄມ້ ປະເທດ ຍີ່ປຸ່ນ ສະພາບໍລິຫານຄັງແຮເຂົ້າ ອາຊຽນ ບວກສາມ, ທ່ານ ດອກເຕີ ຈູມເຈັດ ກັນຈະນາເກສອນ ຫົວໜ້າກອງເລຂາຄັງແຮເຂົ້າອາຊຽນ ບວກສາມ ມີ ທ່ານ ຈູງຢະ ນະກະໂນະ ອັກຄະຣະຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ນາງ ຈ່ອງ ຈີ່ຢ້າງ ເລຂາ 1 ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ  ມີບັນດາທ່ານ ຄະນະຫ້ອງການ, ຄະນະກົມອ້ອມຂ້າງກະຊວງຮສສ ແລະ ອົງການສາກົນ ເຂົ້າຮ່ວມ.

May be an image of 17 people and people standing
ເຂົ້າຈຳນວນນີ້ແມ່ນຊ່ວຍເຫຼືອຈາກລັດຖະບານ ຍີ່ປຸ່ນ ແລະ ລັດຖະບານ ແຫ່ງ ສ. ເກົາຫຼີ ແກ່ ສປປລາວ ໂດຍຜ່ານໂຄງການຄັງແຮເຂົ້າຊ່ວຍເຫຼືອສຸກເສີນອາຊຽນ+3 ປະຈໍາປີ 2021 ຈຳນວນ 1.000 ໂຕນ ເພື່ອໃຫ້ການຊ່ວຍເຫຼືອຜູ້ປະສົບໄພພິບັດນໍ້າຖ້ວມຢູ່ບັນດາແຂວງໃນຂອບເຂດທົ່ວປະເທດຂອງ ສປປ ລາວ ໃນປີ 2022.

May be an image of 8 people and people standing
ປີ 2021 ຜ່ານມາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສົມທົບກັບກະຊວງກະສິກຳ ແລະ ປ່າໄມ້ ຂຽນບົດໂຄງການສະໝັກເປັນເຈົ້າພາບເກັບຮັກສາເຂົ້າອາຊຽນ ບວກສາມ ເພື່ອຮອງໄພພິບັດສຸກເສີນ, ມາຮອດເດືອນ ສິງຫາ ປີ 2021 ກອງເລຂາຄັງແຮເຂົ້າອາຊຽນ+3 ໄດ້ແຈ້ງຕອບ ສປປ ລາວ ໄດ້ຖືກເລືອກໃຫ້ເປັນເຈົ້າພາບຮັກສາເຂົ້າ ຈໍານວນ 1.000 ໂຕນ ໃນນີ້: ລັດຖະບານ ຍີ່ປຸ່ນ ໃຫ້ການສະໜັບສະໜູນ ຈຳນວນ 300 ໂຕນ ແລະ ລັດ ຖະບານ ສ ເກົາຫຼີ ຈຳນວນ 700 ໂຕນ.

May be an image of 12 people and people standing

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສະເໜີພາກສ່ວນກ່ຽວຂ້ອງ ເພື່ອຂໍອະນຸມັດນໍາເຂົ້າ, ຍົກເວັ້ນພາສີ-ອາກອນ ແລະ ສົມທົບກັບອົງການອາຫານໂລກ ຮັບເອົາເຂົ້າດັ່ງກ່າວເຂົ້້າສາງ ຊຸດທີ 1 ຈໍານວນ 700 ໂຕນ ໃນເດືອນພະຈິກ ຫາ ເດືອນ ທັນວາ 2021, ຊຸດທີ 2 ຈໍານວນ 300 ໂຕນ ໃນເດືອນມັງກອນ 2022, ແລະ ໄດ້ເກັບຮັກສາເຂົ້້າດັ່ງກ່າວຮອດເດືອນ ສິງຫາ ປີ 2022 ເນື່ອງຈາກ ບັນດາແຂວງ ສປປ ລາວໄດ້ຮັບຜົນກະທົບຈາກໄພພິບັດ ໂດຍສະເພາະໄພນໍ້າຖ້ວມ ໃນຊ່ວງໄລຍະ ເດືອນ 7-9 ຜ່ານມາ, ກະຊວງ ຮສສ ໄດ້ສັງລວມຂໍ້ມູນຄວາມຕ້ອງການເຂົ້າກິນ ສະເໜີໄປຍັງກອງເລຂາຄັງແຮເຂົ້າອາຊຽນບວກສາມ ເພື່ອຂໍອະນຸຍາດນໍາໃຊ້ເຂົ້າຈໍານວນດັ່ງກ່າວ.

May be an image of 7 people and people standing
ໃນພິທີດ່ັງກ່າວ, ທ່ານ ລີປາວ ຢ່າງ ໃນນາມຕາງໜ້າໃຫ້ລັດຖະບານ ສປປ ລາວ, ກໍຄື ຕາງໜ້າ ກະຊວງ ຮສສ ຍັງສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງລັດຖະບານ ຍີ່ປຸ່ນ ແລະ ສ. ເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອ, ສະແດງຄວາມຂອບໃຈຕໍ່ກອງເລຂາຄັງແຮເຂົ້າ ປະຈໍາບາງກອກປະເທດໄທ, ໂດຍສະເພາະ ກະຊວງກະສິກຳ ແລະ ປ່າໄມ້ ທີ່ໄດ້ໃຫ້ການຊີ້ນຳຊ່ວຍເຫຼືອດ້ານຕ່າງໆ ແກ່ກະຊວງ ຮສສ ຕະຫຼອດມາ. ພ້ອມນີ້ ທ່ານ ຍັງໃຫ້ຄຳໝັ້ນສັນຍາວ່າ ໃນນາມກະຊວງຮສສ ໄດ້ເປັນຜູ້ຈັດຕັ້ງປະຕິບັດການແຈກຢາຍເຂົ້າ ຈະນໍາໃຊ້ເຂົ້າທັງໝົດນີ້ ແຈກຍາຍໃຫ້ທົ່ວເຖິງ ປະຊາຊົນລາວບັນດາເຜົ່າ ຜູ້ທີ່ຖືກຜົນກະທົບຈາກໄພພິບັດ ແລະ ໃຫ້ເກີດປະໂຫຍດສູງສຸດ.
(ຂ່າວສານຮສສ)