ມອບນ້ຳພຸ ສວນສາທາລະນະລາວກັບຄືນໄປຢູ່ໃນການດູແລຂອງລັດ

135

ສວນນ້ຳພຸຊຽງຍືນ ເຊິ່ງຄົນວຽງຈັນ ຫຼື ຄົນທີ່ເຄີຍມານະຄອນຫຼວງວຽງຈັນໃນເມື່ອກ່ອນຈະຮູ້ກັນດີວ່າຈຸດນີ້ຄືເປັນໜຶ່ງໃນສະຖານທີ່ພັກຜ່ອນຂອງພໍ່ແມ່ປະຊາຊົນ ພາຍຫຼັງໃຫ້ບໍລິສັດເອກະຊົນມາສຳປະທານມາແຕ່ປີ 2011 ແລະຮອດມື້ນີ້ຈະມອບກັບຄືນໄປຢູ່ພາຍໃຕ້ການດູແລຂອງລັດຖະບານ ໃຫ້ເປັນສວນສາທາລະນະຄືເກົ່າ.

May be an image of outdoors

ສວນນ້ຳພຸແຫ່ງນີ້ມີປະຫວັດທີ່ຍາວນານມາແຕ່ລາວຍັງຕົກເປັນເມືອງຂຶ້ນຂອງຕ່າງຊາດ ຫລັງຈາກລາວໄດ້ຕົກມາເປັນເມືອງຂຶ້ນຂອງຝຣັ່ງ ເມື່ອປີ ຄສ 1893 ( ຕາມສົນທິສັນຍາລະຫວ່າງ ຝຣັ່ງ ກັບສະຫຍາມເຊັນກັນແບ່ງລາວອອກເປັນສອງພູດ ຝັ່ງຂວາແມ່ນໃຫ້ໄປຂຶ້ນກັບສະຫຍາມ ສ່ວນຝັ່ງຊ້າຍແມ່ນໃຫ້ຝຣັ່ງປົກຄອງ ) ເມືອງວຽງຈັນເຊິ່ງກ່ອນຫນ້ານັ້ນ 60 ກວ່າປີຫລັງແມ່ນເປັນເມືອງຮ້າງຈາກຜົນຂອງໄພສົງຄາມ.

May be an image of 4 people, people standing and outdoors

ຕົກມາຮອດປີ 1912 – 1914 ເລີ່ມມີຜູ້ຄົນອົບພະຍົກມາອາໄສຢູ່ເມືອງວຽງຈັນຫລາຍຂຶ້ນ ທາງການຈຶ່ງເລິ່ມຫາສະຖານທີສ້າງຕະຫລາດເຊົ້າຂຶ້ນ ທີ່ບໍລິເວນນ້ຳພຸ ແຫ່ງນີ້ເອງ ແລະນຳໃຊ້ຕະຫລາດເຊົ້າແຫ່ງນີ້ຊື້-ຂາຍ ສິນຄ້າອຸປະໂພກ-ບໍລິການເລື້ອຍໆມາ.
ຈົນມາຮອດ ປີ ຄສ 1961 ຍ້ອນຜູ້ຄົນເພິ່ມຂຶ້ນ ຕົວເມືອງຂະຫຍາຍຕົວອອກຫລາຍ ສະຖານທີຈຶ່ງຄັບແຄບ ຈຶ່ງມີການຍ້າຍຕະຫລາດເຊົ້າແຫ່ງນີ້ອີກຄັ້ງຫນຶ່ງ ໄປສ້າງທີ່ຕະຫລາດເຊົ້າ ທີ່ເຫັນໃນທຸກມື້ນີ້ ຫລັງຈາກຍ້າຍຕະຫຼາດເຊົ້າໄປຈາກນ້ຳພຸແລ້ວ ທາງການຈຶ່ງມີການກໍ່ສ້າງນ້ຳພຸໃສ່ກາງລານເດີ່ນທີ່ວາງເປົ່າໃນຕອນນັ້ນ.

May be an image of one or more people and people standing
ໝາຍຄວາມວ່າສວນສາທາລະນະ “ ນ້ຳພຸ ” ແມ່ນເກີດຂຶ້ນເມື່ອປີ ຄສ 1961 ຫລັງຈາກທີ່ຍ້າຍຕະຫລາດເຊົ້າຢູ່ຈຸດສວນນ້ຳພຸໄປຕັ້ງຢູ່ບ່ອນໃຫມ່ ( ຍ້າຍໄປຕະຫລາດເຊົ້າປັດຈຸບັນນີ້ ) ເຊິ່ງບໍລິເວນອ້ອມຮອບນ້ຳພຸ ໃນອະດິດນັ້ນ ມີອາຄານໃນຍຸກອານານິຄົມ 2 ຊັ້ນ ( ໂຄໂຣນຽມ ) ອ້ອມຮອບ ມີຮ້ານອາຫານ ຮ້ານຄ້າຕ່າງໆ ທີ່ສຳຄັນໃນຕອນນັ້ນແມ່ນມີ ໂຮງຮູບເງົາທີ່ເກົ່າແກ່ທີ່ສຸດແລະຖືວ່າເປັນໂຮງຮູບເງົາໂຮງທຳອິດກໍ່ວ່າໄດ້ ນັ້ນກໍ່ຄື “ ໂຮງຊີເນ່ມາ ຊື່ວ່າ : Cinema Julien Freres ຕໍ່ມາໄດ້ປ່ຽນມາເປັນ ໂຮງຊີເນ່ ສະເຫຼີມວຽງ ” ທີ່ໂດ່ງດັງສຸດໃນຍຸກນັ້ນ ແຕ່ດຽວນີ້ດິນບໍລິເວນນັ້ນແມ່ນເພິ່ນສ້າງໂຮງແຮມ Ibis Vientiane Nam Phu ໃສ່ແລ້ວ ຕອນນັ້ນໃຜມາວຽງຈັນ ຖ້າໄດ້ມາເບິ່ງຊີເນ່ມາ ( ຮູບເງົາ ) ໃນໂຮງນີ້ແມ່ນສຸດຍອດແລ້ວ .

May be an image of 3 people and text that says 'VIENTIANE: LE MARCHÉ. � De nombreuses Laotiennes viennent en bavardant y vendre des étoffes de soie ou des produits du sol. (CI. athé-Revue.)'

ເມື່ອປີ ຄສ. 2011 ສະພາບສວນນ້ຳພຸເລີ່ມມີການເປ່ເພ, ຂາດການບຳລຸງຮັກສາ ຂາດໄຟສ່ອງແສງສວ່າງໃນຍາມຄ່ຳຄືນ ເນື່ອງຈາກງົບປະມານໃນການເຂົ້າມາເບິ່ງແຍງ ຂອງອົງກອນການພັດທະນາ ແລະ ບໍລິຫານຂອງນະຄອນຫລວງວຽງຈັນ ມີງົບປະມານຈຳກັດ ດັ່ງນັ້ນຈຶ່ງມອບໃຫ້ບໍລິສັດ ເອເຊຍ ລົງທຶນພັດທະນາ ແລະ ກໍ່ສ້າງ ຈຳກັດ ເຂົ້າມາສຳປະທານ ແລະ ພັດທະນາ ສວນນ້ຳພຸແທນ ໂດຍໃຊ້ງົບປະມານ 10.000 ລ້ານກີບ ( ສິບຕື້ກີບ) ການປັບປຸງ ແລະ ພັດທະນາ ເລີ່ມຕົ້ນໃນຊ່ວງປາຍປີ ຄສ 2011 ແລະ ເປີດຮັບໃຊ້ບໍລິການ ໃນວັນທີ່ 23 ສິງຫາ ປີ ຄສ. 2012 ເປັນຕົ້ນມາ.

May be an image of outdoors

ມາຮອດປີ 2017 ບໍລິສັດຜູ້ສຳປະທານນ້ຳພຸໄດ້ຕັດສິນໃຈ ປັບປຸງພື້ນທີ່ສວນນ້ຳພຸຄືນໃຫມ່ຕື່ມ ໂດຍໃຊ້ງົບປະມານສາມຕື້ກີບ ໂດຍເນັ້ນໃຫ້ເປັນແບບພື້ນທີ່ສາທາລະນະຫລາຍຂຶ້ນ ແລະ ສາມາດໃຫ້ຈັດກິດຈະກຳຕ່າງໆຫລາຍຂຶ້ນ ເພື່ອຮອງຮັບນັກທ່ອງທ່ຽວລາວ ໃນປີ ທ່ອງທ່ຽວລາວ ປີ ຄສ. 2018 ຄວາມຫວັງຄືມໃຫ້ສະຖານທີ່ແຫ່ງນີ້ກັບຄືນມາກາຍເປັນແລນມາກ ຫລື ຈຸດເຕົ້າໂຮມຂອງຊາວວຽງຈັນອີກຄັ້ງ.

May be an image of 1 person and outdoors

ແຕ່ເຖິງຢ່າງໃດກໍ່ຕາມ ມາຮອດປີ 2021 ຕາມການຮຽກຮ້ອງຂອງສັງຄົມ ແລະ ລັດຖະບານ ທີ່ມີຄວາມເປັນຫ່ວງເປັນໃຍຕໍ່ກັບມໍລະດົກຂອງຊາດ ຄຸນຄ່າທາງດ້ານວັດທະນະທຳ ແລະ ຈິດໃຈຂອງປະຊາຊົນ ບໍລິສັດ AIDC ຈຶ່ງໄດ້ສະໝັກໃຈຕາມຂໍ້ສະເຫນີຂອງທ່ານ ນາຍົກລັດຖະມົນຕີ ແລະ ເພື່ອເປັນການສະແດງຄວາມຮູ້ບຸນຄຸນຕໍ່ປະເທດຊາດ ຈຶ່ງຂໍມອບສວນນ້ຳພຸແຫ່ງນີ້ຄືນແກ່ລັດຖະບານ ແກ່ອົງກອນທີ່ພັດທະນາ ແລະ ບໍລິຫານນະຄອນຫຼວງວຽງຈັນ ເພື່ອໃຫ້ເປັນສວນສາທາລະນະຄືນ 100% ໂດຍທີ່ບໍລິສັດຜູ້ສຳປະທານ ຈະບໍ່ຮຽກຮ້ອງຄ່າຊົດເຊີຍຄືນແຕ່ຢ່າງໃດ ແລະ ມາຮອດມື້ນີ້ 21 ທັນວາ 2022 ແມ່ນຈະມອບຄືນໃຫ້ພາກລັດເປັນຜູ້ຄຸ້ມຄອງດູແລຢ່າງເປັນທາງການ.

May be an image of body of water

ທ່ານ ບຸນທອງ ພົມມະຈັນ ອະດີດຄະນະປະຈຳພັກ,​ອະດີດເລຂາຊາວໜຸ່ມນະຄອນຫຼວງ ທ່ານເປັນຄົນທ້ອງຖິ່ນນະຄອນຫລວງວຽງຈັນທີ່ເຫັນການປ່ຽນແປງຂອງສະຖານທີ່ແຫ່ງນີ້ມາແຕ່ຕົ້ນໄດ້ໃຫ້ສຳພາດກັບທີມຂ່າວເສດຖະກິດ-ການຄ້າວ່າ: ຈະເວົ້າໄປແລ້ວສະຖານທີ່ແຫ່ງນີ້ເປັນສວນສາທາລະນະທີ່ເກົ່າແກ່ມາແຕ່ກ່ອນປົດປ່ອຍ ເປັນຄວາມຊົງຈຳດີໆ ແລະສະຖານທີ່ປະຫວັດສາດ ເຊື່ອວ່າພາຍຫຼັງມອບ-ຮັບແລ້ວຈະໄດ້ຮັບການບົວລະບັດຮັກສາ ແລະປັບປຸງສວນດອກໄມຕ່າງໆໃຫ້ດີຂຶ້ນ ແລະໃຫ້ກັບມາເປັນສວນສາທາລະນະໃຫ້ປະຊາຊົນລາວໄປພັກຜ່ອນຍ່າງຫຼິ້ນຄືເມື່ອກ່ອນ.

May be an image of 1 person

ຂໍ້ມູນຈາກ Houmphet Manisouk