ຈ​ຳ​ປາ​ສັກ​ກໍ່​ເລີ່ມ​ຈັດ​ລະ​ບົບ​ໝໍ​້ນັບ​ໄຟ​ໃໝ່ ​ໃຫ້​ໄດ້ຕ​າມ​ມາດ​ຕະ​ຖານ

70

ສາຂາ ລັດວິສາຫະກິດໄຟຟ້າລາວ ແຂວງ ຈຳປາສັກ ​ເປີດ​ບັ້ນຈັດລະບຽບໝໍ້ນັບໄຟໃຫ້ໄດ້ມາດຕະຖານ ເພື່ອຄວາມສວຍງາມຂອງຕົວເມືອງພ້ອມດຽວກັບແຂວງ​ອື່ນໆ​ໃນທົ່ວປະເທດ.

May be an image of 8 people, people standing and outdoors
ພິ​ທີ​ທາງ​ການ​ໄດ້​ຈັດ​ຂຶ້ນ​ໃນວັນທີ 18 ທັນວາ 2022 ​ທີ່ບ້ານ ຫຼັກເມືອງ ນະຄອນປາກເຊ ແຂວງ ຈຳປາສັກ ໂດຍຜ່ານລະບົບ Zoom Meeting.

May be an image of 15 people, people standing and outdoors
ພິທີເປີດໂຄງການຈັດລະບຽບໝໍ້ນັບໄຟໃຫ້ໄດ້ມາດຕະຖານ ເພື່ອຄວາມສວຍງາມຂອງຕົວເມືອງ ຢູ່ແຂວງ ຈຳປາສັກ ໃຫ້ກຽດເຂົ້າຮ່ວມມີ ທ່ານ ແກ້ວ ສີລິສະຫວັດ ຫົວໜ້າພະແນກພະລັງານ ແລະ ບໍ່ແຮ່ ແຂວງ ພ້ອມຄະນະ, ທ່ານ ບຸນເນົາ ຟອງຄຳແດງ ຮອງເຈົ້ານະຄອນປາກເຊ, ທ່ານ ນາງ ແສງທະລາ ປ້ອງວິໄລ ຮອງຫົວໜ້າພະແນກໄປສະນີ ແລະ ໂທລະຄົມ ແຂວງ, ທ່ານ ສີໃສ ແກ້ວມະນີໄຊ ຫົວໜ້າສາຂາ ລັດວິສາຫະກິດໄຟຟ້າລາວ ແຂວງ ຈຳປາສັກ ພ້ອມຄະນະ, , ທ່ານ ບຸນເຮັງ ສີລິວັດ ຫົວຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງ ແລະ ນາຍບ້ານໆ ຫຼັກເມືອງ ທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of outdoors
ການຈັດຕັ້ງປະຕິບັດວຽກງານຂອງໄຟຟ້າລາວ ໃນການຈັດລະບຽບໝໍ້ນັບໄຟໃຫ້ໄດ້ມາດຕະຖານ ເພື່ອຄວາມສວຍງາມຂອງຕົວເມືອງ ກໍ່ຄືໃນຂອບເຂດເທດສະບານເມືອງ.

May be an image of 12 people, people standing and outdoors

ນອກຈາກນັ້ນ ຍັງເຮັດໜ້າທີ່ສະໜອງໄຟໃຫ້ສັງຄົມ ຍັງເອົາໃຈໃສ່ຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນຕໍ່ມາດຕະຖານ ຄວາມປອດໄພ ຂອງພໍ່ແມ່ປະຊາຊົນ, ຄຽງຄູ່ກັບການເປີດງານດັ່ງກ່າວແມ່ນເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງ ລັດວິສາຫະກິດໄຟຟ້າລາວ ຄົບຮອບ 61 ປີ (18/12/1961-18/12/2022) ອີກດ້ວຍ.