ນວ ຈະນໍາໃຊ້ນັກສະແດງຫຼາຍ 100 ຄົນ ສະແດງສິລະປະໃນໂອກາດຮັບທຸງກິລາແຫ່ງຊາດ ຕໍ່ຈາກແຂວງຊຽງຂວາງ ເປັນເຈົ້າພາບຄັ້ງທີ 12

80

ນະຄອນຫຼວງວຽງຈັນ (ນວ) ຈະນໍາໃຊ້ນັກສະແດງຫຼາຍ 100 ຄົນ ເພື່ອສະແດງສິລະປະເນື່ອງໃນໂອກາດຮັບທຸງກິລາແຫ່ງຊາດຕໍ່ຈາກແຂວງຊຽງຂວາງ ເພື່ອເປັນເຈົ້າພາບຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12 ທີ່ເບື້ອງຕົ້ນວ່າກໍານົດວ່າ ຈະເລືອກເອົາປະຕູໄຊເປັນສັນຍາລັກ ແລະ ຈະເລືອກເອົານົກຍຸງເປັນສັດນໍາໂຊກ

ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ ໃຫ້ສໍາພາດວັນທີ 19 ທັນວາຜ່ານມາ ວ່າ: ນະຄອນຫຼວງວຽງຈັນ ໄດ້ກະກຽມ ແລະ ຝຶກຊ້ອມການສະແດງສິລະປະເພື່ອສະແດງໃນໂອກາດຮັບທຸງກິລາແຫ່ງຊາດຕໍ່ຈາກແຂວງຊຽງຂວາງ ມາໄດ້ໄລຍະໜຶ່ງ ເຮັດໃຫ້ມາຮອດປັດຈຸບັນມີຄວາມແລ້ວ ໂດຍໄດ້ກະກຽມບົດຟ້ອນ, ດົນຕີ ແລະ ເພງຮ້ອງ ຊຶ່ງລັກສະນະການສະແດງໄດ້ນໍາເອົາຜາສາດເຜິ້ງນໍາໜ້າ ເພື່ອໃຫ້ເຫັນວ່າບຸນທາດຫຼວງໃນແຕ່ລະປີມີການແຫ່ຜາສາດເຜິ້ງ ຊຶ່ງເປັນການຖວາຍບຸນກຸສົນໃຫ້ແກ່ພະພຸດ, ພະທໍາ, ພະສົງ ກໍຄືການປັກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາວນະຄອນຫຼວງວຽງຈັນ ກໍຄືຂອງຊາດທີ່ມີມາແຕ່ດົນນານ, ຫຼັງຈາກນັ້ນ ຈະມີການສະແດງກາຍະສິນ, ເຕັ້ນ ແລະ ມີບົດເພງປະກອບໃຫ້ຊື່ວ່າ ຍິນດີຕ້ອນຮັບສູ່ນະຄອນຫຼວງເກມ ຊຶ່ງເປັນການສະແດງໃຫ້ເຫັນວ່າຊາວນະຄອນຫຼວງວຽງຈັນ ຍິນດີຕ້ອນຮັບບັນດານັກກິລາ, ເພື່ອນມິດຈາກທົ່ວປະເທດ ກໍຄືປະເທດອ້ອມຂ້າງ ເພື່ອມາຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12, ຊຶ່ງຄະນະນັກສະແດງຂອງນະຄອນຫຼວງວຽງຈັນ ໄດ້ເດີນທາງມາເຖິງແຂວງຊຽງຂວາງ ໃນວັນທີ 19 ທັນວາ 2022.

ທ່ານ ສົມພອນ ສອນດາລາ ໃຫ້ຮູ້ຕື່ມວ່າ: ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ ຈະໄດ້ຮັບກຽດເປັນເຈົ້າພາບ ເບື້ອງຕົ້ນຄາດວ່າຈະຈັດຂຶ້ນໃນປີ 2025 ໂດຍຈະເລືອກເອົາປະຕູໄຊເປັນສັນຍາລັກ ເພາະປະຕູໄຊໝາຍເຖິງໄຊຊະນະ ແລະ ການແຂ່ງຂັນກິລາແຕ່ລະປະເພດຕ້ອງມີໄຊຊະນະ. ນອກຈາກນີ້, ຈະເລືອກເອົານົກຍຸງເປັນສັດນໍາໂຊກ ເນື່ອງຈາກເປັນສັດທີ່ສວຍງາມ ແລະ ເປັນສັດທີ່ໃກ້ຈະສູນພັນ ແລະ ສັດດັ່ງກ່າວຍັງມີຢູ່ບ້ານນາຄັນທຸງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ລູກຫຼານ ກໍຄືຄົນລຸ້ນຫລັງໄດ້ເຫັນ ແລະ ຮັບຮູ້ເຖິງຄວາມເປັນມາຂອງນົກຍຸງຢູ່ນະຄອນຫລວງວຽງຈັນ.

ຢ່າງໃດກໍຕາມ, ນັບແຕ່ມື້ຮັບທຸງກິລາແຫ່ງຊາດຕໍ່ຈາກແຂວງຊຽງຂວາງ ເປັນຕົ້ນໄປ, ນະຄອນຫຼວງວຽງຈັນ ຈະຮ່ວມກັບກະຊວງສຶກສາທິການ ແລະ ກິລາ, ລວມທັງສະຫະພັນກິລາ ແຕ່ລະປະເພດໃນການກະກຽມຄວາມພ້ອມດ້ານຕ່າງໆຢ່າງຮອບດ້ານ ເພື່ອເຮັດໃຫ້ການເປັນເຈົ້າພາບຈັດງານມະຫະກໍາກິລາ ຄັ້ງທີ 12 ປະສົບຜົນສໍາເລັດຕາມທີ່ຄາດໝາຍໄວ້, ພ້ອມທັງຮຽກຮ້ອງຊາວນະຄອນຫຼວງວຽງຈັນ ຈົ່ງເປັນເຈົ້າພາບຕ້ອນຮັບນັກກິລາທີ່ມາຈາກແຕ່ລະແຂວງໃນທົ່ວປະເທດ.