ກໍ່ເຫດເຖິງ 4 ຄັ້ງໃນຕະຫຼາດດຽວກັນກ່ອນຖືກຈັບໄດ້

273

ໃນຕອນແລງຂອງວັນທີ 16 ທັນວາ 2022 ເຈົ້າໜ້າທີ່ ປກສ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ນຳຕົວ ທ້າວ ຈິດຕະກອນ ອາຍຸ 23 ປີ ຢູ່ບ້ານ ໂພນໄຊ ເມືອງຄຳເກີດ ທີ່ລົງມືງັດຮ້ານຄຳມາທຳແຜນຮັບສາລະພາບ ເຊິ່ງຜູ້ກໍ່ເຫດດັ່ງກ່າວແມ່ນໄດ້ລົງມືລັກມາແລ້ວເຖິງ 4 ຄັ້ງດ້ວຍກັນ.

May be an image of 1 person, standing and indoor
ຜູ້ກ່ຽວໄດ້ກໍ່ເຫດມາແລ້ວ 4 ຄັ້ງ ຢູ່ພາຍໃນຕະຫຼາດແສນອຸດົມ, ຄັ້ງທີ 1 : ຜູ້ກ່ຽວໄດ້ລົງມືງັດແງະ ຮ້ານຂາຍເຄື່ອງປະດັບ ພ້ອມທັງເກັບກວດເອົາເຄື່ອງມີຄ່າເປັນປະເພດສາຍຄໍສີເຫຼືອງ 10 ເສັ້ນ ສາຍແຂນສີເຫຼືອງ 7 ເສັ້ນ ແລະ ແຫວນສີເຫຼືອງ 15 ວົງ ທີ່ຢູ່ໃນຕູ້ແກ້ວ ພ້ອມທັງເງີນສົດທີ່ຢູ່ໃນກະປຸກ ອອມສີນ ເຊີ່ງມີເງີນໃນກະປຸກຈຳນວນ 2,300,000 ກີບ.

May be an image of 3 people, people standing and indoor
ຄັ້ງທີ 2 : ສອງເດືອນຕໍ່ມາ ຜູ້ກ່ຽວໄດ້ໄປກໍ່ເຫດອີກຄັ້ງ ຢູ່ພາຍໃນຕະຫຼາດແສນອຸດົມ ເຊີ່ງຫ່າງຈາກຮ້ານກໍເຫດໄປບໍ່ໄກປານໃດ ໂດຍຜູ້ກ່ຽວໄດ້ ລົງມືລັກເອົາເຄື່ອງທີ່ຢູ່ໃນຕູ້ແກ້ວ ເປັນປະເພດ ສາຍຄໍຄຳປະມານ 3 ເສັ້ນ,ສາຍແຂນຄຳຈຳນວນ 1 ເສັ້ນ ,ປອກຂາຄຳຈຳນວນ 1 ເສັ້ນ,ສາຍແຂນປະເພດກຳໄລຍົກ 3 ເສັ້ນ ແລະ ເງີນອີກ 600,000 ກີບ. ຫຼັງຈາກນັ້ນຜູ້ກ່ຽວໄດ້ນຳເອົາຄຳຈຳນວນດັ່ງກ່າວໄປຫຼອມເປັນກ້ອນດຽວກັນ ແລ້ວນຳໄປຂາຍຢູ່ວຽງຈັນ ໄດ້ເງີນ ຈຳນວນ 28,000,000 ກີບ.

May be an image of 2 people and people standing
ຄັ້ງທີ 3 : ມາຮອດວັນທີ 23 ພະຈີກ 2022 ຜູ້ກ່ຽວໄດ້ລົງມືສືບຕໍ່ລັກຊັບ ຢູ່ຮ້ານຂາຍຄຳ ຂອງນາງວັນເພັນ ( ກິມເຫີຍ ) ຜູ້ກ່ຽວໄດ້ລົງມືລັກເອົາ ສາຍແຂນຄໍາ ປະມານ 10 ເສັ້ນ,ຕ້າງຫູຄໍາປະມານ 10 ຄູ່,ແຜ່ນຄໍາປະມານ 5 ແຜ່ນນ້ອຍ ແລະ ເງີນທີ່ຢູ່ໃນກະປຸກໂຕໜູ ປະມານ 25,000,000 ກີບ.

May be an image of 1 person and standing
ຄັ້ງທີ 4 : ໃນເວລາປະມານ 22 ໂມງ ຂອງວັນທີ 10 ທັນວາ 2022 ຜູ້ກ່ຽວໄດ້ລົງມືລັກຊັບອີກ. ຄັ້ງນີ້ ເປົ້າໜາຍແມ່ນ ຮ້ານຂາຍຄຳນາງສຸກັນດາ ຢູ່ໃນຕະຫຼາດແສນອຸດົມ ໄດ້ປະເພດສາຍຄໍເງີນປະມານ 10 ເສັ້ນ,ສາຍແຂນເງີນປະມານ 6-7 ເສັ້ນ, ແຫວນເງີນປະມານ 15-20 ວົງ, ເງີນບາດໄທ ຈໍານວນ 1,020 ບາດ ແລະ ເງີນກີບປະມານ 1.750.000 ກີບ.

May be an image of 5 people, people standing and indoor
ຫຼັງຈາກນັ້ນ ຜູ້ກ່ຽວໄດ້ສືບຕໍ່ລັກຊັບຢູ່ຮ້າງທາງຂ້າງອີກ ໂດຍໄດ້ກວດເອົາເຄື່ອງມີຄ່າ ເປັນປະເພດ ເງີນກີບຫົວໜາມ 37 ກີບ,ເງີນຝັກ 5 ຝັກ,ເຕົ້າປູນເງີນ 2 ອັນ,ພະເຄື່ອງ 3 ອົງ ແລະ ຊີ້ນສ່ວນຂອງເງີນມຸ່ນປະມານ 3 ກິໂລກະລ່າມ ຈົນສຳເລັດ.
ຂ່າວໂດຍ: ວິເສດສັກ ບຸບຜາສີລິ