ພາສ່ອງສາວມົ້ງ ເບົ່າ ຄ້າງ ຄົນນີ້ບອກເລີຍຄວາມງາມບໍ່ທຳມະດາ

85

ການປະກວດສາວງາມເຜົ່າມົ້ງເປັນເວທີນ້ອຍໆສຳລັບເຜົ່າເນື່ອງໃນໂອກາດບຸນກິນຈຽງ ແຕ່ແຕ່ລະຄົນທີ່ມາປະກວດຢາກບອກວ່າຄວາມສາມາດຄວາມງາມມາເຕັມ ແລະເວທີນີ້ກໍ່ເປັນພື້ນຖານທີ່ດີໃຫ້ນາງສາວທຸກຄົນໄດ້ກ້າວຕໍ່ໄປສູ່ຈຸດໝາຍປາຍທາງທີ່ສູງສຸດໄດ້ ຄືກັບ Miss Universe Laos 2022 ກໍ່ແຈ້ງເກີດຕົນເອງຈາກເວທີນີ້ເຊັ່ນດຽວກັນ.

No photo description available.

ມື້ນີ້ແອັດພາມາສ່ອງສາວມົ້ງຄົນງາມ ນ້ອງ ເບົ່າ ຄ້າງ HM12 ຈາກເວທີ Miss hmong Vientiane  ເພື່ອບັນດາແຟນນາງງາມໄດ້ຮູ້ຈັກນ້ອງຫຼາຍຂຶ້ນ ແລະໄປຮ່ວມໃຫ້ກຳລັງໃຈນ້ອງໄດ້ເຂົ້າຮອບເລິກໆ.

May be an image of 1 person, standing and outdoors
ນ້ອງເບົ່າ ຈະມີຈຸດພິເສດຄືເປັນຄົນທີ່ຄິດບວກ ແລະ ສາມາດເອົາຊະນະຄວາມຢ້ານກົວຂອງຕົນເອງໄດ້, ມີຄວາມເຊື່ອຫມັ້ນໃນຕົນ ແລະ ສູ້ເພື່ອຄວາມຝັນຂອງຕົນໃຫ້ເປັນຈິງ.

May be an image of 1 person and standing

ສຳລັບເວທີ ມີສມົ້ງນ້ອງເບົ້າຕອບວ່າ ນີ້ແມ່ນກ້າວທຳອິດທີ່ສຳຄັນຫຼາຍຂອງນ້ອງ ເພື່ອປູທາງໃຫ້ນ້ອງໄດ້ເຂົ້າເຖິງເວທີນາງງາມ ແລະ ເຮັດໃຫ້ນ້ອງສາມາດສະແດງຄວາມສາມາດ ແລະ ສັກກະຍາພາບຂອງນ້ອງອອກມາເພື່ອຈະເປັນແບບຢ່າງທີ່ດີໃຫ້ນ້ອງໆ ຫລື ແມ່ຍິງທຸກໆຄົນໂດຍສະເພາະແມ່ຍິງມົ້ງຄືນ້ອງເອງ.
May be an image of 1 person and flower

ເຫດຜົນທີ່ນ້ອງເຂົ້າມາປະກວດໃນເວທີນີ້  ເບົ່າຄິດວ່າເຖິງເວລາແລ້ວ ທີ່ຈະມາຕາມຫາຝັນໃຫ້ກັບຕົນເອງ ຄືການເປັນນາງງາມ ຄວາມຝັນທີ່ແມ່ຍິງຫຼາຍຄົນຢາກໄປຢືນຢູ່ນະຈຸດນັ້ນ.

May be an image of 1 person, standing and outdoors

ຫາກໄດ້ເປັນ Miss Hmong Vientiane 2023 ແລ້ວນ້ອງຈະເອົາຕໍາແໜ່ງນີ້ໄປເຮັດຫຍັງແດ່? ເບົ່າຕອບວ່າ ຖ້ານ້ອງໄດ້ຕຳແຫນ່ງມີສມົ້ງນະຄອນຫລວງແລ້ວນ້ອງຈະເອົາໄປຊ່ວຍເຫລືອເດັກນ້ອຍທີ່ບໍ່ມີທຶນໃນການສຶກສາ, ເພາະນ້ອງຄິດວ່າເດັກທຸກໆຄົນຄວນທີ່ຈະໄດ້ຮັບການສຶກສາໃຫ້ທົ່ວເຖິງ ເພາະການສຶກສາເທົ່ານັ້ນຈຶ່ງຈະສາມາດຊ່ວຍໃຫ້ເດັກນ້ອຍທຸກຄົນໃຫ້ມີອະນາຄົດທີ່ດີໃນອະນາຄົດໄດ້.