ກອງທັບ ຊະນະ ຄໍາມ່ວນ ຄວ້າແຊັມບານສົ່ງຫາດຊາຍ ທີມຊາຍ ຊຽງຂວາງເກມ, ໂຄຊໂດດນໍ້າສະຫຼອງ(ມີຄລິບ)

105

ກະຊວງປ້ອງກັນປະເທດ ( ກອງທັບ ) ສ້າງຜົນງານຢ່າງໂດດເດັ່ນສາມາດເອົາຊະນະ ແຂວງຄໍາມ່ວນ 2-0 ໃນການແຂ່ງຂັນກີລາບານສົ່ງຫາດຊາຍ ປະເພດທີມຊາຍ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ ໃນຕອນແລງຂອງວັນທີ 18 ທັນວາ 2022 ທີ່ສະໜາມບານສົ່ງຫາດຊາຍ ບໍລິເວນແຄມນໍ້າຫງໍາ ແຂວງຊຽງຂວາງ, ສ່ວນອັນດັບ 3 ເປັນຂອງເຈົ້າພາບ ແຂວງຊຽງຂວາງ.

ໂດຍເຫດການທີ່ສໍາຄັນ ຫຼັງຈາກຄວ້າແຊັມ ທ່ານ ທິນນະກອນ ພັນທະດີ ຫົວໜ້າຄູຝຶກທີມບານສົ່ງຫາດຊາຍ ທີມຊາຍ ກອງທັບ ໄດ້ໂດດລົງນໍ້າຫງໍາເພື່ອເປັນການສະຫຼອງແຊັມ ທາມກາງອາກາດໜາວເຢັນ ຫຼັງກ່ອນໜ້ານີ້ໄດ້ສັນຍາໄວ້ວ່າຖ້າຫາກພາທີມໄດ້ແຊັມຈະໂດດນໍ້າຫງໍາ ເພື່ອເປັນການສະຫຼອງ (ຄລິບລຸ່ມນີ້ )

ສໍາລັບ ທີມບານສົ່ງຊາຍປະກອບມີ 10 ພາກສ່ວນຄື: 2 ກະຊວງ, 1 ນະຄອນຫຼວງ ແລະ 7 ແຂວງ ແບ່ງອອກເປັນສອງກຸ່ມ ກຸ່ມ ກ ປະກອບມີ ແຂວງເຊກອງ, ແຂວງຄຳມ່ວນ, ແຂວງອັດຕະປື, ແຂວງບໍ່ແກ້ວ ແລະ ກະຊວງປ້ອງກັນປະເທດ. ສ່ວນກຸ່ມ ຂ ປະກອບມີ ກະຊວງສາທາລະນະສຸກ, ນະຄອນຫຼວງວຽງຈັນ, ແຂວງໄຊຍະບູລີ, ແຂວງຈຳປາສັກ ແລະ ເຈົ້າພາບ ແຂວງຊຽງຂວາງ.

ຂະນະທີ່ ແຊັມປະເພດທີມຍິງຕົກເປັນຂອງ ຈໍາປາສັກ ທີ່ເອົາຊະນະ ກະຊວງປ້ອງກັນປະເທດ 2-0 ເຊັດຄວ້າແຊັມໄປຄອງ, ສ່ວນອັນດັບ 3 ເປັນຂອງ ແຂວງອັດຕະປື ເອົາຊະນະ ເຈົ້າພາບ ແຂວງຊຽງຂວາງ 2-0 ເຊັດ.

ໂດຍທີມບານສົ່ງຫາດຊາຍ ທີມຍິງ ມີ 2 ກະຊວງ ແລະ 5 ແຂວງ ແບ່ງສອງກຸ່ມ ກຸ່ມ ກ ກະຊວງປ້ອງກັນປະເທດ, ແຂວງຈຳປາສັກ, ແຂວງຄຳມ່ວນ ແລະ ແຂວງຫຼວງພະບາງ; ກຸ່ມ ຂ ເຈົ້າພາບ ແຂວງຊຽງຂວາງ, ກະຊວງສາທາລະນະສຸກ ແລະ ແຂວງອັດຕະປື.
ຮູບ-ຂາວ: Larh Creators ລາຍງານຈາກແຂວງຊຽງຂວາງ