ໄດ້ແລ້ວຄູ່ຊິງຊະນະເລີດບານສົ່ງຊາຍເປັນ ຊຽງຂວາງ ພົບ ກະຊວງປ້ອງກັນປະເທດ ແຊັມເກົ່າ

41

ການແຂ່ງຂັນບານສົ່ງຊາຍຮອບຊິງຊະນະເລີດ ໃນຊຽງຂວາງເກມ ແມ່ນໄດ້ຄູ່ຊິງຊະນະເລີດແລ້ວ ເຊິ່ງເປັນເຈົ້າພາບ ຊຽງຂວາງ ພົບ ກະຊວງປ້ອງປະເທດ ແຊັມເກົ່າ.

ກະຊວງປ້ອງກັນປະເທດ ພົບ ແຂວງຫຼວງພະບາງ

ການແຂ່ງຂັນບານສົ່ງຊາຍໃນຮົ່ມ ຮອບຮອງຊະນະເລີດ ມີຂຶ້ນໃນວັນທີ 18 ທັນວາ 2022 ທີ່ສະໜາມກິລາບານສົ່ງໃນຮົ່ມໄຊຊະນະ ຄູ່ທໍາອິດ ກະຊວງປ້ອງກັນປະເທດ ແຊ໋ມເກົ່າ ອຸດົມໄຊເກມ 2014 ພົບ ແຂວງຫຼວງພະບາງ ແລະ ຄູ່ທີ 2 ເຈົ້າພາບ ຊຽງຂວາງ ພົບ ນະຄອນຫຼວງວຽງຈັນ.

ຜົນການແຂ່ງຂັນປາກົດວ່າ ກະຊວງປ້ອງກັນປະເທດ ເອົາຊະນະ ແຂວງຫຼວງພະບາງ ຂາດຮອຍ 3-1 ເຊັດ, ສ່ວນ ຊຽງຂວາງ ໂຊຟອມເກັ່ງ ບຽດເອົາຊະນະ ນະຄອນຫຼວງວຽງຈັນ ໄດ້ແບບຫວຸດວິດ 3-2 ເຊັດ, ດ້ວຍຄະແນນ 3-2 ເຊັດ (32-34, 25-21, 21-25,25-18 ແລະ 15-08).

ນະຄອນຫຼວງ ພົບ ຊຽງຂວາງ

ຈາກຜົນການແຂ່ງຂັນໃນນັດນີ້ ເຮັດໃຫ້ ຊຽງຂວາງເຈົ້າພາບຜ່ານເຂົ້າຮອບຊີງຊະນະເລີດ ພົບກັບ ກະຊວງປ້ອງກັນປະເທດ ຈະແຂ່ງຂັນໃນວັນທີ 21 ທັນວາ 2022 ທີ່ສະໜາມກິລາບານສົ່ງໃນຮົ່ມໄຊຊະນະ.