ກຽມພັດທະນາໂຄງການຫ້ວຍສຽດ ແຫລ່ງທ່ອງທ່ຽວ ສະຫນາມກອບ ເປັນສູນການຄ້າຄົບວົງຈອນ

207

ແຂວງບໍລິຄໍາໄຊ ຈະມີສູນການຄ້າ ແລະ ສູນທອງທ່ຽວຄົບວົງຈອນຂະໜາດໃຫຍ່ ໃນອີກບໍ່ເທົ່າໃດປີຂ້າງໜ້າ ສ້າງສິ່ງອໍານວຍຄວາມສະດວກໃນການແລກປ່ຽນຊື້-ຂາຍ, ທັງກາຍເປັນສູນລວມແຫ່ງຈຸດນັດພົບຂອງນັກທ່ອງທ່ຽວ ແລະ ເປັນໂສມໜ້າໃໝ່ໃນການພັດທະນາຂອງແຂວງ.


ທ່ານ ຄອນສະຫວັນ ສອນຄໍາໄຊ ຜູ້ບໍລິຫານໂຄງການຝ່າຍລາວ ໄດ້ໃຫ້ຮູ້ວ່າ: ໂຄງການຫ້ວຍສຽດແມ່ນເປັນໂຄງການລະດັບຊາດ ທີ່ມີການຮ່ວມມືກັບ ສປ ຈີນ ເຊິ່ງຈະພັດທະນາໃຫ້ກາຍເປັນສູນການຄ້າຄົບວົງຈອນ ບໍລິການດ້ານໂຮງແຮມ, ຣີສອດ, ສະໜາມກິລາລະດັບສາກົນ, ສວນພຶກສາສາດ, ກຸ່ມບ້ານວັດທະນາທຳ, ສູນປະຊຸມ, ສະໜາມກ໊ອບ, ແຫຼ່ງທ່ອງທ່ຽວ ແລະ ສິ່ງອຳນວຍຄວາມສະດວກຕ່າງໆທີ່ທັນສະໄໝ ຢູ່ໃກ້ກັບທາງເລກທີ 13 ໃຕ້ (ເຂດຫ້ວຍສຽດ)ໃນເນື້ອທີ 394 ເຮັກຕາ .


ທ່ານ ກ່າວຕື່ມວ່າ: ໄລຍະດໍາເນີນໂຄງການ ແລະ ເມື່ອສ້າງສໍາເລັດ ກໍຈະສ້າງສິ່ງອໍານວຍຄວາມສະດວກຫຼາຍໆຢ່າງໃຫ້ກັບປະຊາຊົນ ຕະຫຼອດຮອດນັກທ່ອງທ່ຽວ; ສ້າງວຽກເຮັດງານທໍາຫຼາຍຮ້ອຍຕໍາແໜ່ງ ແລະ ຈະເປັນໂສມໜ້າໃໝ່ແຫ່ງການພັດທະນາ ເຊິ່ງປັດຈຸບັນກໍາລັງຢູ່ໃນໄລຍະການກະກຽມດໍາເນີນໂຄງການໂດຍຄາດວ່າຈະດໍາເນີນງານຈາກນ້ອຍຫາໃຫຍ່ໄປແຕ່ລະຂັ້ນຕອນ ແລະ ຈະໃຊ້ງົບປະມານຫຼາຍຕື້ກີບ.


ຫວນຄືນກ່ອນໜ້ານີ້ໃນ ທີ 8 ສິງຫາ 2018 ໄດ້ມີພິທິເຊັນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາສຳຫຼວດໂຄງການພັດທະນາອ່າງຫ້ວຍສຽດ ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍບໍລິສັດພັດທະນາກະສິ ກຳ ຊົງກິ່ງ ອີສະເຕດຈຳກັດ ຈາກປະເທດຈີນ ເຊິ່ງເປັນການສຶກສາສຳຫຼວດຄວາມເປັນໄປໄດ້ໃນການພັດ ທະນາອ່າງຫ້ວຍສຽດ ເມືອງປາກຊັນ ແຂວງບໍລິຄຳໄຊ ເປັນສູນການຄ້າ-ການບໍລິການຄົບວົງຈອນ ທີ່ມີການບໍລິການດ້ານໂຮງແຮມ, ຣີສອດ, ສະໜາມກິລາ, ສວນພຶກສາສາດ, ກຸ່ມບ້ານວັດທະນາທຳ, ສູນປະຊຸມ, ສະໜາມກ໊ອບ, ແຫຼ່ງທ່ອງທ່ຽວ ແລະ ສິ່ງອຳນວຍຄວາມສະດວກຕ່າງໆທີ່ທັນສະໄໝ ເຊິ່ງຈະສຶກສາເປັນໄລຍະ 12 ເດືອນ.


ມາຮອດວັນທີ 16 ທັນວາ 2022 ໄດ້ມີພິທີວາງສີລາລຶກການກໍ່ສ້າງອາຄານສູນຮັບແຂກຜູ້ບໍລິຫານຂອງເຂດພັດທະນາກະສິກຳ ແລະ ການທ່ອງທ່ຽວພິເສດຂອງບໍລິສັດ ACTS (ແອັກ) ແຂວງບໍລິຄຳໄຊ ສປປ ລາວ ທີ່ຕັ້ງຢູ່ບ້ານ ຫ້ວຍສຽດ ເມືອງ ປາກຊັນ ແຂວງ ບໍລິຄຳໄຊ ເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາພັກເເຂວງ ເຈົ້າແຂວງບໍລິຄຳໄຊ, ທ່ານ ດຣ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງບໍລິຄຳໄຊ ແລະ ທ່ານ ລີເພີງ ປະທານບໍລິສັດ ACTS (ແອັກ) ໂປຼເຈັກ ຈຳກັດ. ມີບັນດາການນຳຂັ້ນແຂວງ, ຂັ້ນເມືອງ, ຫົວໜ້າພະແນກການຕ່າງໆ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການພັດທະນາເບື້ອງຕົ້ນນີ້ ມີ 6 ກິດຈະກໍາຄື: 1. ເຂດການຄ້າທ່ອງທ່ຽວພື້ນເມືອງລາວ, 2.ເຂດວັດທະນະທໍາຈັດງານດອງປະເພນີ, 3.ສວນສະໜຸກຫາດຊາຍທຽມ, 4. ບໍລິເວນໂຮງແຮມທ່ອງທ່ຽວສາກົນ, ເຂດໂຮມສະເຕສາກົນ ແລະ ຫ້ອງການບໍລິການເຂດພິເສດ, 6.ການບໍລິການສະໜາມກັອບ ໂດຍໃຊ້ເວລາກໍ່ສ້າງທັງໝົດ 24-36 ເດືອນ.


ຈຸດທີ່ຕັ້ງໂຄງການດັ່ງກ່າວແມ່ນຢູ່ໃກ້ກັບຂົວມິດຕະພາບລາວ-ໄທແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ທີ່ໃກ້ຈະສໍາເລັດ ໂດຍຂົວມິດຕະພາບລາວ-ໄທ ແຫ່ງທີ 5 ໄດ້ມີພິທີວາງສີລາລຶກໂຄງການກໍ່ສ້າງ ເມື່ອວັນທີ 28 ຕຸລາ 2022 ຫຼັງລິເລີ່ມປຶກສາຫາລືຮ່ວມກັນ ເພື່ອສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງມາແຕ່ປີ 2012 ແລະ ປີ 2014 ໄດ້ມີການສໍາຫຼວດຄວາມເປັນໄປໄດ້ ພາຍໃຕ້ການສະໜັບສະໜູນຂອງ NEDA ປີ 2019 ໄດ້ລົງນາມຂໍ້ຕົກລົງວ່າດ້ວຍການກໍ່ສ້າງ ແລະ ໄດ້ມີການເລີ່ມການກໍ່ສ້າງໃນຕົ້ນປີ 2021 ເຊິ່ງຂົວດັ່ງກ່າວມີຄວາມຍາວ 1.350 ແມັດ ບໍ່ລວມທາງເຂົ້າ-ອອກຂົວທັງສອງຟາກແມ່ນໍ້າຂອງ ແລະ ຈະກໍ່ສ້າງຂົວ ອາຄານດ່ານເຂົ້າ-ອອກ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ຄາດຈະເປີດນໍາໃຊ້ໃນຕົ້ນປີ 2024 ທີ່ຈະມາເຖິງນີ້.