ທົ່ງໄຫຫີນ ຈຸດທ່ອງທ່ຽວສຳຄັນ 11 ເດືອນ ດຶງດູດນັກທ່ອງທ່ຽວເຂົ້າຊົມໄດ້ 43 ພັນກວ່າຄົນ

74
ທົ່ງໄຫຫີນ ຈຸດທ່ອງທ່ຽວສຳຄັນແຂວງຊຽງຂວາງ ທີ່ມີຄວາມໝາຍຄວາມສຳຄັນທາງດ້ານປະຫວັດສາດ ໄດ້ດືງດູດສັງຄົມ ກໍຄືນັກທ່ອງທ່ຽວບໍ່ວ່າຈະເປັນພາຍໃນ ແລະ ຕ່າງປະເທດ ເຂົ້າທ່ຽວຊົມ ເຊິ່ງ 11 ເດືອນປີນີ້ ມີນັກທ່ອງທ່ຽວເຂົ້າຊົມທັງໝົດ 43.229 ຄົນ.
ອີງຕາມຂໍ້ມູນຂອງຫ້ອງການມໍລະດົກໂລກໄຫຫີນ ເປີດເຜີຍວ່າ: ໃນ 11 ເດືອນປີ 2022 ທົ່ງໄຫຫີນມີແຂກເຂົ້າທ່ຽວຊົມແຫຼ່ງມໍລະດົກໂລກແຫ່ງນີ້ ທັງໝົດ 43.229 ຄົນ. ໃນນີ້, ເດືອນມັນກອງ ແຂກຄົນລາວ 2.940 ຄົນ, ແຂກຕ່າງປະເທດ 40 ຄົນ, ກຸມພາ ມີ 3.300 ຄົນ, ຕ່າງປະເທດ 100 ຄົນ, ມີນາ 4.000 ຄົນ, ຕ່າງປະເທດ 100 ຄົນ, ເມສາ 5.900 ຄົນ,ຕ່າງປະເທດ 200 ຄົນ, ພຶດສະພາ 3.753 ຄົນ, ຕ່າງປະເທດ 196 ຄົນ, ມິຖຸນາ 3.100 ຄົນ, ຕ່າງປະເທດ 300 ຄົນ, ກໍລະກົດ 3.900 ຄົນ ຕ່າງປະເທດ 500 ຄົນ, ສິງຫາ 2.500 ຄົນ, ຕ່າງປະເທດ 200 ຄົນ, ກັນຍາ 2.000 ຄົນ, ຕ່າງປະເທດ 300 ຄົນ, ຕຸລາ 3.200 ຄົນຕ່າງປະເທດ 600 ຄົນ ແລະ ພະຈິກ ຄົນລາວ 5.200 ຄົນ,ຕ່າງປະເທດ 900 ຄົນ ເຊິ່ງລວມທັງໝົດ 43.229 ຄົນ.
ແຫຼ່ງມໍລະດົກໂລກທົ່ງໄຫຫີນ 11 ແຫ່ງ, ປະກອບດ້ວຍ 15 ອົງປະກອບ ໄດ້ກວມເອົາເນື້ອທີ່ຂະໜາດໃຫຍ່ນອນຢູ່ໃນ 4 ເມືອງຂອງແຂວງຊຽງຂວາງຄື: ເມືອງແປກ, ເມືອງຜາໄຊ, ເມືອງພູກູດ ແລະ ເມືອງຄຳ ທີ່ປະກອບດ້ວຍໄຫຫີນໃຫຍ່-ນ້ອຍ ທີ່ຖືກຄວັດເຈາະຢ່າງປານີດ ຈຳນວນ 1.325 ໜ່ວຍ ຢັງ ຢາຍກັນຢູ່ ເຊິ່ງໜ່ວຍໄຫຫີນມີຂະໜາດ 1 ຫາ 3 ແມັດ, ມີແຜ່ນຫີນຈຳນວນໜຶ່ງອາດມີຄວາມເປັນໄປໄດ້ ທີ່ຈະເປັນຝາປິດໄຫຫີນ, ບັນດາອົງປະກອບຕ່າງໆນັ້ນລ້ວນແຕ່ແມ່ນຫຼັກຖານທີ່ໂດດເດັ່ນທີ່ສະແດງໃຫ້ເຫັນຄວາມຈະເລີນຮຸ່ງເຮືອງຂອງຊຸມຊົນໃນສັງຄົມຍຸກເຫຼັກທີ່ເປັນຜູ້ສ້າງ ແລະ ນຳໃຊ້ບັນດາໄຫຫີນເຫຼົ່ານັ້ນ ເຊິ່ງມີອາຍຸລະຫວ່າງ 2.500-3.000 ປີ.
ສ່ວນໃນຈຳນວນ 15 ອົງປະກອບ ຂອງບັນດາແຫຼ່ງໄຫຫີນນັ້ນປະກອບມີ 5 ແຫຼ່ງໄຫຫີນໃຫຍ່ ຄື: ແຫຼ່ງໄຫຫີນ 1, ໄຫຫີນ 2, ໄຫຫີນ 3, ໄຫຫີນ 42 ແລະ ໄຫຫີນ 52. ນອກນີ້, ຍັງປະກອບມີແຫຼ່ງໄຫຫີນນ້ອຍເຊັ່ນ: ໄຫຫີນ 23, 25 ແລະ 28 ທີ່ຖືກຄັດເລືອກດ້ວຍເຫດຜົນທີ່ມີຄວາມໝາຍສໍາຄັນທາງດ້ານຫຼັກຖານບູຮານຄະດີ, ສ່ວນອີກ 3 ແຫຼ່ງແມ່ນຖືກຄັດເລືອກດ້ວຍເຫດຜົນທີ່ເປັນຕົວແທນໃຫ້ແກ່ແຫຼ່ງຕັດຫີນ ແລະ ແຫຼ່ງຜະລິດໄຫຫີນເຊັ່ນ: ແຫຼ່ງໄຫຫີນ 8, 21 ແລະ 12 ຕາມລໍາດັບ.
ໃນພິທີສະເຫຼີມສະຫຼອງ​ໄຫ​ຫີນ​ຊຽງ​ຂວາງ ໄດ້ຮັບຢັ້ງຢືນເຂົ້າເປັນມໍລະດົກໂລກ ຈາກອົງການອຸຍແນສໂກ (UNESCO) ຈັດຂຶ້ນຢູ່ທົ່ງ​ໄຫ​ຫີນ 1 ບ້ານໄຫຫີນ ເມືອງແປກ ແຂວງຊຽງຂວາງ ໃນວັນທີ 29 ພະຈິກ 2022. ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ທົ່ງໄຫຫີນແຂວງຊຽງຂວາງ ໄດ້ຖືກຮັບຮອງໃຫ້ເປັນມໍຣະດົກໂລກຈາກອົງການອຸຍແນັສໂກ ໃນວັນທີ 10 ກໍລະກົດ 2019 ເຊິ່ງເປັນແຫ່ງທີ 3 ຂອງ ສປປ ລາວ ຖັດຈາກວັດພູຈໍາປາສັກ ແລະ ເມືອງມໍຣະດົກໂລກຫຼວງພະບາງ. ທົ່ງໄຫຫີນ ອັນເອກະລັກທີ່ເປັນມິ່ງຂວັນຂອງຊາວພວນແຂວງຊຽງຂວາງ ທີ່ມີປະຫວັດສາດຄວາມເປັນມາຍາວນານ ແລະ ມີຄຸນຄ່າອັນໂດດເດັ່ນລະດັບຈັກກະວານຄຽງຄູ່ແຜ່ນດິນຊຽງຂວາງ ນັບເປັນເວລາຫຼາຍພັນປີ ໂດຍມີວັດຖຸໄຫຫີນມໍຣະດົກໂລກ ຈຳນວນຫຼາຍກວ່າ 2.100 ໜ່ວຍ ທີ່ເຄີຍນຳໃຊ້ເຂົ້າໃນພິທີຊາປະນະກິດສົບໃນຍຸກເຫຼັກ ແລະ ໄດ້ກາຍມາເປັນຊື່ຂອງທົ່ງໄຫຫີນ.
ທັງນີ້, ການໄດ້ຮັບນາມມະຍົດໄຫຫີນເປັນມໍຣະດົກໂລກ ມັນໄດ້ຊ່ວຍກະຕຸກຊຸກຍູ້ໃຫ້ອຸດສະຫະກໍາການທ່ອງທ່ຽວທາງວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ທີ່ມີຄຸນຄ່າຍອດຍິ່ງລະດັບໂລກ ແລະ ທັງເປັນແມ່ເຫຼັກດຶງດູດການລົງທຶນ, ການຮ່ວມມືສາກົນ, ການພັດທະນາລະບົບໂຄງລ່າງຮອບດ້ານ ຊຶ່ງເປັນການປະກອບສ່ວນອັນສຳຄັນໃຫ້ແກ່ການຫຼຸດຜ່ອນຄວາມທຸກຍາກ ໃຫ້ແກ່ປະຊາຊົນ, ເປັນການສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນທ້ອງຖິ່ນ, ເປັນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບດີຂຶ້ນ.
[ຂ່າວ: ສັນຕິ, ພາບ: ອ່າຍຄຳ]