ລົງນາມຮ່ວມມື ແລະ ການປະສານງານ ລະຫວ່າງ ສະພາແຫ່ງຊາດ ກັບ ກະຊວງອຸດສາຫະກຳ ແລະ ການຄ້າ

38

ພິທີລົງນາມ ບົດບັນທຶກວ່າດ້ວຍການຮ່ວມມື ແລະ ການປະສານງານ ລະຫວ່າງ ກຳມາທິການເສດຖະກິດເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ກັບ ກະຊວງ ອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດຂຶ້ນ ເມື່ອວັນທີ 14 ທັນວານີ້ ທີ່ສະພາແຫ່ງຊາດ.

ໂດຍການລົງນາມໃນສັນຍາ ລະຫວ່າງ ທ່ານ ລິນຄຳ ດວງສະຫວັນ ປະທານ ກຳມາທິການເສດຖະກິດ,ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ແລະ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ
ທ່ານ ລິນຄຳ ດວງສະຫວັນ ກ່າວວ່າ: ບົດບັນທຶກ ວ່າດ້ວຍການຮ່ວມມື ແລະ ການປະສານງານ ລະຫວ່າງ ກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະ ພາແຫ່ງຊາດ ກັບ ກະຊວງອຸດສາຫະກຳ ແລະ ການຄ້າ ຖືວ່າເປັນບົດບັນທຶກ ສະບັບທໍາອິດ ທີ່ສອງພາກສ່ວນພວກເຮົາ ໄດ້ລົງລາຍເຊັນຮ່ວມກັນເປັນລາຍລັກອັກສອນ ເຖິງວ່າ ໄລຍະຜ່ານມາ ກຳມາທິການ ແລະ ກະຊວງ ໄດ້ມີການພົວພັນ, ປະສານງານ ແລະ ເຮັດວຽກຮ່ວມກັນ ຢ່າງໃກ້ສິດ ມາໂດຍຕະຫຼອດ ໂດຍສະເພາະ ການຄົ້ນຄວ້າບັນຫາຕ່າງໆ ກ່ອນນຳເຂົ້າພິຈາລະນາໃນກອງປະຊຸມຄະນະປະຈຳສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ,ສະໄໝວິສາມັນຂອງສະພາແຫ່ງຊາດ ແຕ່ພວກເຮົາກໍຍັງບໍ່ທັນມີນິຕິກໍາສະເພາະ ທີ່ເປັນບ່ອນອີງ ໃນການພົວພັນປະສານງານ ເຊິ່ງກັນ ແລະ ກັນ.

ທ່ານກ່າວຕື່ມວ່າ: ບົດບັນທຶກສະບັບນີ້ ແມ່ນໄດ້ກຳນົດກ່ຽວກັບ ຫຼັກການ, ຂອບເຂດ, ລະບຽບການ, ເນື້ອໃນ, ຂັ້ນຕອນ, ວິທີການປະສານງານ ລະຫວ່າງ ກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ກັບ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນການຄົ້ນຄວ້າ, ປຶກສາຫາລື, ສະໜອງ ແລະ ແລກປ່ຽນຂໍ້ມູນຂ່າວ ສານ ໃນການກະກຽມເນື້ອໃນ ກອງປະຊຸມຄະນະປະຈຳສະພາແຫ່ງຊາດ, ກອງປະຊຸມສະ ພາແຫ່ງຊາດ ທີ່ຕິດພັນກັບວຽກງານອຸດສາຫະກຳ ແລະ ການຄ້າ ຊຶ່ງຈະເປັນການອໍານວຍຄວາມສະດວກ ໃຫ້ແກ່ການ ເຄື່ອນໄຫວວຽກງານ ຂອງສະພາແຫ່ງຊາດ ແລະ ລັດຖະ ບານ ຕາມພາລະບົດບາດ, ໜ້າທີ່ ແລະ ສິດ ຂອງຕົນ ແນໃສ່ຮັບປະກັນການເປັນເສນາທິການໃຫ້ແກ່ ຄະນະປະຈຳສະພາແຫ່ງຊາດ ແລະ ຄະນະ ລັດຖະບານ ໃນການປະຕິບັດ ໜ້າທີ່ໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນ.

ໃນນັ້ນ ບົດບັນທຶກສະບັບນີ້ ຍັງຈະເປັນເຄື່ອງມືໜຶ່ງ ປະກອບສ່ວນຊ່ວຍໃນການສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ແກ່ພະນັກງານ-ລັດຖະກອນ ຂອງກຳມາທິການ ແລະ ກະຊວງ ຂອງພວກເຮົາ ໃຫ້ມີຄວາມໃກ້ສິດ, ສະໜິດສະໜົມ ແລະ ເພີ່ມຄວາມສາມັກຄີຮັກແພງ ລະຫວ່າງ ສອງພາກສ່ວນພວກເຮົາ ໃຫ້ຫລາຍຂຶ້ນກວ່າເກົ່າ.