ສາວນະຄອນຫຼວງ ຟອມເດັ່ນຊະນະ ຈໍາປາສັກ 2-0 ເກັບໄຊຊະນະ 2 ນັດລວດໂອກາດເຂົ້າຊີງຢູ່ບໍ່ໄກ

15

ທີມບານເຕະຍິງ ນະຄອນຫຼວງວຽງຈັນ ລົງສະໜາມນັດທີ 2 ສາມາດເອົາຊະນະ ຈໍາປາສັກ 2-0 ໃນການແຂ່ງຂັນກີລາບານເຕະຍິງ ໃນງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ ປະຈໍາວັນທີວັນທີ 16 ທັນວາ 2022 ຮອບຄັດເລືອກ ນັດທີ 2 ທີ່ສະໜາມໄຊຊະນະ ເມືອງແປກ ແຂວງຊຽງຂວາງ.

ທີມບານເຕະຍິງ ນະຄອນຫຼວງວຽງຈັນ ໄດ້ປະຕູຂຶ້ນນໍາ 1-0 ຈາກການຍິງຂອງ ອິນທິດາ ຄູນສີ ນາທີໆ 44, ສ່ວນເຄິ່ງເວລາທີ 2 ນະຄອນຫຼວງວຽງຈັນ ຍັງຄຸມເກມໄດ້ເໜືອກວ່າ ກ່ອນທີ່ໄລຍະທ້າຍເກມນາທີໆ 88 ຮຸ່ງ ໄຊສະຫວ່າງ ຈະມາຍິງປະຕູຕ໊ອກຢໍ້າໄຊຊະນະໃຫ້ກັບ ນະຄອນຫຼວງວຽງຈັນ ເອົາຊະນະ ຈໍາປາສັກ 2-0.

ຈາກຜົນດັ່ງກ່າວ ທີມບານເຕະສາວນະຄອນຫລວງວຽງຈັນ ແຊ້ມບານເຕະແຫ່ງຊາດ 2022 ເກັບເພີມເປັນ 6 ຄະແນນຂຶ້ນນໍາຕາຕະລາງຄະແນນລວມ ຫຼັງຈາກທີ່ນັດທໍາອິດເອົາຊະນະ ແຂວງຫຼວງພະບາງ ແບບຫວຸດວິດ 1-0, ສ່ວນ ຈໍາປາສັກ ເສຍ 2 ນັດລວດ.

ສໍາລັບ ການແຂ່ງຂັນບານເຕະຍິງ ໃນຊຽງຂວາງເກມ ມີພຽງ 4 ພາກສ່ວນເຂົ້າຮ່ວມຄື: ແຂວງຊຽງຂວາງ ເຈົ້າພາບ, ຫລວງພະບາງ, ນະຄອນຫຼວງວຽງຈັນ ແລະ ຈຳປາສັກ ໂດຍຮູບແບບການແຂ່ງຂັນພົບກັນໝົດ ແລ້ວຄັດເອົາທີມທີ່ມີຕິດອັນດັບ 1 ແລະ 2 ມາຊີງຫຼຽນຄຳ, ສ່ວນທີ 3 ໄດ້ຫຼຽນທອງໄປເລີຍ.

ສ່ວນຄູ່ຕໍ່ໄປແຂ່ງຂັນເວລາ 15:15 ໂມງໃນວັນດຽວກັນ ແຂວງຊຽງຂວາງ ພົບ ຫຼວງພະບາງ ( ຈະລາຍງານໃຫ້ຊາບຕື່ມ )