ປີນີ້ຈັດໃຫຍ່ ງານເທດສະການດອກງິ້ວບານ ທີ່ບໍ່ແກ້ວໄປທ່ຽວບໍທຸກຄົນ

120

ຫ່າງຫາຍໄປຫຼາຍປີຍ້ອນການລະບາດຂອງພະຍາດໂຄວິດ-19 ປີນີ້ຈິ່ງໄດ້ຈັດອີກ ຮັບຮອງງານໃຫຍ່ມີຫຼາຍກິດຈະການໜ້າສົນໃຈແນ່ນອນ ໃຜກຳລັງຄິດຈະໄປທ່ຽວໄລຍະນີ້ແນະນຳໃຫ້ໄປງານນີ້ເລີຍ ທີ່ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ!

May be an image of 2 people
ພາຍໃນງານເທດສະການດອກງິ້ວບານຄັ້ງທີ 20 ປະຈຳປີ 2023 ຈະມີການປະກວດນາງງາມຢູ່ 2 ປະເພດຄື: ປະກວດນາງສາວດອກງີ້ວບານ ຊິງເງິນລາງວັນລວມ 160 ລ້ານກີບ ແລະ ປະກວດນາງສາວທ່ອງທ່ຽວລາວ ຊິງເງິນລາງວັນລວມ 300  ລ້ານ ກີບ ປະຈຸບັນຍັງສືບຕໍ່ຮັບສະໝັກນາງສາວງາມ .

May be an image of 13 people and people standing

ແລະ ຍັງມີກິດຈະກຳຕ່າງໆທີ່ໜ້າສົນໃຈເຊັນ: ການສະແດງສິລະປະ 4 ປະເທດ, ງານແຂ່ງຂັນຊ່ວງເຮືອ 4 ປະເທດ ລາວ ໄທ ມຽນມາ ຈີນ (ຊິງເງິນລາງວັນລວມ 250,000,000 ກີບ), ກິດຈະກຳປ່ອຍໂຄມໄຟ 1000 ອັນ, ກິດຈະກຳລອຍກະທົງ, ງານແຂ່ງຂັນຕີມວຍ, ງານເທດສະການດົນຕີ ດອກງິ້ວສີຄຳ.

May be an image of 10 people, people standing and indoor

ພ້ອມດຽວກັນນັ້ນຍັງຈະມີພິທີທົດລອງເປີດໃຫ້ບໍລິການຂອງ ໂຮງແຮມດາວດອກງິ້ວຄຳ, ພິທີທົດລອງໃຫ້ບໍລິການສະໜາມຝຶກຊ້ອມກ໊ອຟ ທີ່ຣີສອດສະໜາມກ໊ອຟສາກົນພູກິ່ວລົມ. ນອກຈາກນັ້ນຍັງຈະໄດ້ຈັດກອງປະຊຸມສົ່ງເສີມ ແລະ ດຶງດູດການລົງທຶນໃນເທດສະການດອກງິ້ວບານຄັ້ງທີ 20 ເພື່ອສົ່ງເສີ່ມການທ່ອງທ່ຽວ ແລະ ວັດທະນະທໍາ. ຖືວ່າເປັນການຈັດງານທີ່ຍິ່ງໃຫຍ່ ໃຫຍ່ກວ່າທີ່ເຄີຍຈັດຜ່ານມາ ຫຼັງຈາກບໍ່ໄດ້ຈັດມາເປັນເວລາ 3 ປີ ເນື່ອງຈາກການລະບາດຂອງພະຍາດໂຄວິດ 19. ເຊິ່ງງານດັ່ງກ່າວຈະຈັດຂຶ້ນໃນວັນທີ 25-29 ມັງກອນ 2023. ຂໍເຊີນຊວນພໍ່ແມ່ປະຊາຊົນ ທັງພາຍໃນ ແລະ ຕ່າງປະເທດກຽມຕົວໄປທ່ຽວງານ.

May be an image of 7 people and people standing

ກິດຈະກຳຕະຫຼອດງານເທດສະການປະກອບມີດັ່ງນີ້

1. ປະກວດນາງສາວດອກງີ້ວບານ
2. ປະກວດນາງສາວທ່ອງທ່ຽວລາວ
2. ການສະແດງສິລະປະ 4 ປະເທດ
3. ງານແຂ່ງຂັນຊ່ວງເຮືອ 4 ປະເທດ
4. ກິດຈະກຳປ່ອຍໂຄມໄຟ 1000 ອັນ

May be an image of 13 people and outdoors
5. ກິດຈະກຳລອຍກະໂທງ
6. ງານແຂ່ງຂັນຕີມວຍ
7. ງານເທດສະການດົນຕີ ດອກງິ້ວສີຄຳ
8. ພິທີທົດລອງເປີດໃຫ້ບໍລິການ ໂຮງແຮມດາວດອກງິ້ວຄຳ
9. ພິທີທົດລອງໃຫ້ບໍລິການສະໜາມຝຶກຊ້ອມກ໊ອຟ ທີ່ຣີສອດສະໜາມກ໊ອຟສາກົນພູກິ່ວລົມ
10. ກອງປະຊຸມສົ່ງເສີ່ມການທ່ອງທ່ຽວ, ວັດທະນະທໍາ ແລະ ດຶງດູດການລົງທຶນ.

No photo description available.