ສົມລາຄາດີກຣີທີມຊາດ ອະລິຍາ ຄວ້າຫຼຽນຄໍາໃຫ້ເຈົ້າພາບຈາກລົດຖີບ ເປີຊຸດ ຊາຍ 4 ພັນແມັດ

61

ເປັນໄປຕາມຄາດເມື່ອ ອາລິຍາ ພູມສະຫວັນ ນັກກີລາລົດຖີບທີມຊາດລາວ ທີ່ຫຼ້າສຸດມາປັ່ນໃຫ້ກັບເຈົ້າພາບ ແຂວງຊຽງຂວາງ ໃນການແຂ່ງຂັນຂີ່ລົດຖີບ ລາຍການ ເປີຊຸດ (ຈັບເວລາ) 4000ແມັດ ຊາຍ ໃນຊຽງຂວາງເກມ ວັນທີ 16 ທັນວາ 2022 ທີ່ທາງ 3ແຍກໄຫຫີນ ບ້ານນາຄູນ ເມືອງແປກ ສາມາດເຂົ້າເສັ້ນໄຊເປັນຄົນທໍາອິດຄວ້າຫຼຽນຄໍາໄປຄອງ.

ລາຍການດັ່ງກ່າວໂດຍມີນັກກິລາເຂົ້າຮ່ວມແຂ່ງຂັນຈາກ 5 ແຂວງ ແລະ 1 ກະຊວງ ຄື: ແຂວງບໍ່ແກ້ວ ແລະ ກະຊວງປ້ອງກັນປະເທດ ສົ່ງນັກກິລາລົງແຂ່ງຂັນພາກສ່ວນລະ 2 ຄົນ, ແຂວງ ສະຫວັນນະເຂດ ສົ່ງນັກກິລາລົງແຂ່ງຂັນ 3ຄົນ, ແຂວງວຽງຈັນ, ແຂວງຄໍາມ່ວນ ແລະ ແຂວງຊຽງຂວາງເຈົ້າພາບ ສົ່ງນັກກິລາລົງແຂ່ງຂັນພາກສ່ວນລະ1ຄົນ.

ສໍາລັບການແຂ່ງຂັນກິລາລົດຖີບລາຍການ ເປີຊຸດ ຫຼື ຈັບເວລາ 4000ແມັດ ປະເພດລົດກັວກ ແມ່ນເລີມສະຕາດຈາກສາແຍກໄຫຫີນ ຫາ ສະໜາມກ໊ອຟສາຍສໍາພັນ ຜົນປາກົດວ່າ ອະລິຍາ ພູສະຫວັດ ເຮັດເວລາໄດ້ດີສຸດ ທີ່ 05:26:36 ນາທີ ເປັນອັນດັບ 1 ຄວ້າຫຼຽນຄໍາໃຫ້ເຈົ້າພາບໄປຄອງ, ສ່ວນອັນດັບສອງເປັນຂອງ ທະນູບູນ ວົງເດືອນ ຈາກແຂວງບໍ່ແກ້ວ ເຂົ້າເສັນໄຊດ້ວຍເວລາ 05:53:98 ນາທີ ແລະ ອັນດັບ 3 ເປັນຂອງສອນສຸລິສັກ ແມນວິໄລ ຈາກແຂວງວຽງຈັນ ເຂົ້າເສັ້ນໄຊດ້ວຍເວລາ 06:05:78 ນາທີ.
ພາບ-ຂ່າວ: ຄ. ຄົນທໍາມະດາ; ຮຽບຮຽງ: Larh Creators