ເຊີນຊວນນັກອອກແບບສົ່ງຜົນງານເຂົ້າຊິງລາງວັນ ການ​ອອກ​ແບບ​ຜະລິດຕະພັນລາວດີເດັ່ນ

56

ກົມສົ່ງເສີມການຄ້າ ກະຊວງ ອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຮ່ວມມືກັບ AJC ສະຖາບັນສົ່ງເສີມການອອກແບບປະເທດຍີ່ປຸ່ນ. (JDP), ກຸ່ມບໍລິສັດ BlueGrass Design ແລະ ສະມາຄົມນັກທຸລະກິດໜຸ່ມລາວ (YEAL) ປະກາດໃຫ້ຜູ້ທີ່ມີພອນສະຫວັນ ແລະມີຄວາມຝັນຢາກອອກແບບໃຫ້ຜະລິດຕະພັນລາວ ​(L-MARK) ໂດຍຈະຄົ້ນຫາຜົນງານທີຊະນະເລີດ ເພື່ອເຂົ້າຮ່ວມປະກວດທີ່ປະເທດຢີປຸ່ນໃນປິ 2023.

May be an image of 3 people and people standing
ພິທີຖະແຫຼ່ງຂ່າວມີຂຶ້ນວັນທີ 14 ທັນວາ 2022 ໂດຍການເຂົ້າຮ່ວມຂອງທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າ ກົມສົ່ງເສີມການຄ້າ, ທ່ານ ປຣະເສີດ ບັນຈົງພັກດີ ປະທານບໍລິສັດຫຍ້າສີຟ້າ, ທ່ານ ນາງ ສຸວາລີ ຄຳຜຸຍ ຮອງປະທານ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ນອກນັ້ນຍັງມີການເຂົ້າຮ່ວມຜ່ານທາງອອນລາຍຂອງ ຊ່ຽວຊານຈາກປະເທດຢີປຸ່ນ ດ້ວຍການສະໜັບສະໜູນຈາກສູນ ອາຊຽນ-ຍີ່ປຸ່ນ.

May be an image of 14 people, people standing and indoor

ທ່ານ ໄຊສົມເພັດ ນໍລະສິງ ກ່າວວ່າ: “L Mark ຖືກສ້າງຂຶ້ນ ແລະ ແນໃສ່ຊຸກຍູ້ຜູ້ປະກອບການລາວໃຫ້ມີນະວັດຕະກຳ, ການອອກແບບຄຸນນະພາບສູງ, ເພື່ອ​ຕອບ​ສະໜອງ​ທ່າ​ອ່ຽງ​ໃນ​ປະຈຸ​ບັນ ​ແລະ ​ເພື່ອ​ນຳສະເໜີຜະລິດຕະພັນ​ທີ່​ດີ​​ສູ່​ຜູ້​ບໍລິ​ໂພ​ກທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ທ່ານກ່່າວວ່າ ກ່ອນໜ້ານີ້ ໃນວັນທີ 27 ມີນາ 2020 ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈໂດຍປະທານ JDP, ເລຂາທິການໃຫຍ່ຂອງ AJC ແລະຜູ້ອໍານວຍການໃຫຍ່ DTP ແລະປະຈຸບັນ, MOU ໄດ້ຕໍ່ອາຍຸໃນອີກ 2 ປີຕໍ່ໜ້າ. ການຮ່ວມມືດັ່ງກ່າວມີຈຸດປະສົງເພື່ອພັດທະນາ ແລະ ຮັດແໜ້ນການຮ່ວມມືໃນຂົງເຂດສົ່ງເສີມການອອກແບບ ແລະ ແລກປ່ຽນການອອກແບບທີ່ປະເທດຍີ່ປຸ່ນ ແລະ ລາວ ໂດຍຜ່ານການສ້າງຕັ້ງລາງວັນອອກແບບຜະລິດຕະພັນລາວດີເດັ່ນ (LMARK) ໂດຍມີ (G Mark) ເປັນຕົວແບບ. ໂດຍຜ່ານການຮ່ວມມືລະຫວ່າງ AJC, JDP ແລະ DTP.

May be an image of 7 people, screen and text that says 'வ @ OJDP 平 JDP_Watanabe Askto Unmute AJCKChrisHirabayashi AJC Chris Hirabayashi Ms. Chhan Srey... AskUu Sivannak CHAN Ratha RathaSIM SIM Interpre Interpreter'
ທ່ານ​ ດຣ Kunihiko Hirabayashi, ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ອາ​ຊຽນ -ຍີ່​ປຸ່ນ ກ່າວວ່າ: “ມື້​ນີ້ແມ່ນມື້ສຳຄັນທີ່​ການ​ພັດ​ທະ​ນາ​ L-Mark ໄດ້ຮັບການຮັບຮູ້ຢ່າງກ້ວາງຂວາງໃນອີກລະດັບ ນອກນີ້, ຍັງເປັນຫຼັກຖານສໍາລັບການຮ່ວມມືທີ່ປະສົບຜົນສໍາເລັດລະຫວ່າງ ກົມ ສຄ, AJC ແລະ JDP ພາຍຫຼັງການຖະແຫຼງຂ່າວຄັ້ງນີ້, ຫວັງວ່າ ທຸກຄົນຈະໄດ້ຮູ້ຈັກກັບ L-Mark ຫຼາຍຂຶ້ນ ແລະ ຈະຮ່ວມກັນພັດທະນາແນວຄິດສ້າງສັນ, ຮັກສານະວັດຕະກໍາ, ສົ່ງເສີມການພັດທະນາລະບົບ Good Design Award ໃນ ສປປ ລາວ ຕື່ມອີກ ແລະຫວັງວ່າຈະໄດ້ເຫັນນັກອອກແບບໜຸ່ມລາວ ແລະ ຜະລິດຕະພັນລາວໃນງານ World Design Assembly ເຊິ່ງຈັດຂຶ້ນໂດຍຄູ່ຮ່ວມງານທີ່ມີຊື່ສຽງຂອງພວກເຮົາ, Japan Institute for Design Promotion, ທີ່ໂຕກຽວ ປະເທດຍີ່ປຸ່ນໃນປີໜ້າ”

No photo description available.
ທ່ານ ປຣະເສີດ ບັນຈົງພັກດີ ປະທານບໍລິສັດຫຍ້າສີຟ້າກ່າວວ່າ: ບໍລິສັດ ຫຍ້າສີຟ້າ ນອກຈາກຈະເຮັດໜ້າທີ່ເປັນ National Design Center ແລ້ວ ຍັງເປັນຄູ່ຮ່ວມພັດທະນາຂອງກົມສົ່ງເສີມການຄ້າ ໃນການຈັດການປະກວດອອກແບບຜະລິດຕະພັນລາວດີເດັ່ນ, ຍັງເຮັດໜ້າທີ່ປະຊາສຳພັນໃຫ້ນັກອອກແບບອິດສະຫຼະ, ຜູ້ອອກແບບ ແລະ ເຈົ້າຂອງຜະລິດຕະພັນ ໄດ້ຮັບຮູ້ກ່ຽວກັບການປະກວດອອກແບບໃນຄັ້ງນີ້.

No photo description available.
ທ່ານ ນາງ ສຸວາລີ ຄຳຜຸຍ ຮອງປະທານສະມາຄົມ, ຮັກສາການປະທານສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ໄດ້ກ່າວວ່າ: ໂຄງການ Good Design Awardເປັນການສົ່ງເສີມຜະລິດຕະພັນລາວ ເປັນຕົ້ນແມ່ນການອອກແບບການຫຸ້ມຫໍ່ ໂຄງການນີ້ຈະເກີດຂື້ນມາໄດ້ ກໍ່ຍ້ອນເປັນການຕໍ່ຍອດແນວຄວາມຄິດ ກໍ່ຄືການຜັນຂະຫຍາຍບັນດາເນື້ອໃນຈິດໃຈ ຂອງບົດບັນທຶກການຮ່ວມມື.

ສຳລັບລາຍການປະກວດລາງວັນອອກແບບຜະລິດຕະພັນລາວດີເດັ່ນແມ່ນປະກອບດ້ວຍ 05 ລາຍການຄື:
1. ເຄື່ອງຫຸ້ມຫໍ່ຜະລິດຕະພັນ
2. ຫັດຖະກຳສຳລັບຕົບແຕ່ງພາຍໃນເຮືອນ
3. ເຄື່ອງປະດັບເພັດພອຍ
4. ເສື້ອຜ້າຫັດຖະກຳສຳລັບທ່ານຍິງ ແລະ ຊາຍ
5. ເຄື່ອງແຕ່ງກາຍທີ່ເຮັດດ້ວຍມື
ເງື່ອນໄຂການຕັດສິນມີດັ່ງນີ້:

No photo description available.
1. ເລື່ອງລາວການອອກແບບ ເວົ້າເຖິງ ຫົວຄິດປະດິດສ້າງ, ຍຸດທະສາດການຕະຫຼາດ, ຄຸນຄ່າທາງມໍລະດົກທາງວັດທະນະທໍາ
2. ຄວາມຄິດສ້າງສັນ
3. ຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ລວມມີ ຄວາມເປັນມິດກັບສິ່ງແວດລ້ອມ, ຄວາມຮັບຜິດຊອບຕໍ່ສັງຄົມ ແລະ ຄວາມຍືນຍົງ.
· ສໍາລັບຜະລິດຕະພັນທີ່ໄດ້ຮັບລາງວັນ
– ຈະໄດ້ຖືກຈັດພິມໃນວາລະສານ ແລະ ຖືກແຈກຢາຍໄປໃຫ້ອົງການພາຍໃນ ແລະ ຕ່າງປະເທດ.
– ໄດ້ນຳໃຊ້ສະຕິກເກີ້ ຂອງ L Mark ໃນໄລຍະເວລາ 1 ປີ.
– ໄດ້ຮັບໂອກາດອັນດີໃນການນຳສະເໜີໃນການຈັບຄູ່ທຸລະກິດກັບບໍລິສັດພາຍໃນ ແລະ ຕ່າງປະເທດ.
– ສຸດທ້າຍ ແມ່ນໄດ້ຮັບການສະນັບສະໜູນໃຫ້ເຂົ້າໄປປະກວດ ໃນງານ Good Design Award ໃນປີ 2023 ທີ່ປະເທດຍີ່ປຸ່ນ
· ວິທີການສະໝັກ
– ເປີດຮັບສະໝັກເລີ່ມແຕ່ວັນທີ 7 ພະຈິກ 2022 – 23 ທັນວາ 2022
– ດາວໂຫຼດແບບຟອມສະໝັກໄດ້ທີ່:
Ø https://www.dtp.moic.gov.la/dtp/lao-good-design-award/
Ø https://drive.google.com/…/1Fh9LFvzhnL…
Ø https://www.dtp.moic.gov.la/dtp/lao-good-design-award/
– Description: ????????ສົ່ງໃບສະໝັກໄດ້ທີ່ (cc ທັງສອງ email):
– sompheng@bluegrassgroup.la
– soukeo88@gmail.com