ສາລະວັນ ກອດຄໍ ຫົວພັນ ສ້າງປະຫວັດສາດເຂົ້າຮອບ 8 ທີມບານເຕະຊາຍ ໃນຊຽງຂວາງເກມ

71

ເປັນອີກສີສັນໜຶ່ງຂອງການແຂ່ງຂັນບານເຕະຊາຍ ງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ເມື່ອ ແຂວງສາລະວັນ ໄລ່ຕີສະເໝີ ແຂວງຫົວພັນ 2-2 ເມື່ອວັນທີ 15 ທັນວາ 2022 ກ່ອນກອດຄໍກັນເຂົ້າຮອບ 8 ທີມສຸດທ້າຍເປັນຄັ້ງປະຫວັດສາດຂອງທັງສອງທີມ, ສ່ວນ ສະຫວັນນະເຂດ ນໍ້າຕາຕົກດ້ວຍກົດເຮດທູເຮດ.

ການແຂ່ງຂັນບານເຕະຊາຍໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ນັດສຸດທ້າຍຂອງສາຍ ຄ ແລະ ສາຍ ງ ຈັດຂຶ້ນທີ່ສະໜາມບານເຕະໄຊຊະນະ ແລະ ສະໜາມໄຫຫີນ ແຂວງຊຽງຂວາງ ເມື່ອວັນທີ 15 ທັນວາ 2022 ໂດຍມີການແຂ່ງຂັນເຖິງ 4 ຄູ່ ໂດຍສາຍ ຄ ແຂ່ງຂັນພ້ອມກັນ 2 ຄູ່ເວລາ 13:00 ໂມງ, ສ່ວນ ສາຍ ງ ກໍແຂ່ງຂັນພ້ອມກັນເວລາ 15:15 ໂມງ.

ໂດຍຄູ່ທີ່ໜ້າສົນໃຈເປັນສາຍ ງ ທັງ 2 ຄູ່ ເພາະເປັນການຕັດສິນເຂົ້າຮອບປາກົດວ່າ: ຄູ່ທີ່ສະໜາມໄຊຊະນະ ສາລະວັນ ໄລ່ຕີສະເໝີ ຫົວພັນ ໄປສຸດມັນ 2-2 ຫຼັງຫົວພັນ ຂຶ້ນນໍາໄປກ່ອນ 2-0, ສ່ວນຄູ່ທີສະໜາມໄຫຫີນ ສະຫວັນນະເຂດ ເອົາຊະນະ ຫຼວງພະບາງ 2-0 ຈາກຜົນດັ່ງກ່າວເຮັດໃຫ້ ສາລະວັນ ເກັບເພີ່ມເປັນ 5 ຄະແນນຈາກ 3 ນັດຜ່ານເຂົ້າຮອບ 8 ທີມສຸດທ້າຍໃນຖານະອັນດັບ 1 ຂອງສາຍ ງ, ສ່ວນ ຫົວພັນ ເກັບເພີ່ມເປັນ 4 ຄະແນນເທົ່າກັບ ສະຫວັນນະເຂດ ແຕ່ມາວັດກັນທີ່ ເຮດທູເຮດ ( ສະຖິຕິການພົບກັນ ) ປາກົດວ່າ ຫົວພັນ ຜ່ານເຂົ້າຮອບໃນຖານະອັນດັບ 2 ຂອງສາຍ ເນື່ອງຈາກນັດກ່ອນໜ້ານີ້ ຫົວພັນ ບຽດຊະນະ ສະຫວັນນະເຂດ 1-0, ເຮັດໃຫ້ ສະຫວັນນະເຂດ ກັບ ຫຼວງພະບາງ ທີ່ມີ 3 ຄະແນນຕົກຮອບໄປ.

ສໍາລັບ ຮອບ 8 ທີມສຸດທ້າຍຈະໄປແຂ່ງຂັນໃນວັນທີ 17 ທັນວາ 2022 ດັ່ງນີ້:
-ເວລາ 13:00 ໂມງແຂວງວຽງຈັນ ອັນດັບ 1 ສາຍ ກ ພົບກັບ ແຂວງຈໍາປາສັກ ອັນດັບທີ 2 ຂອງສາຍ ຄ ທີ່ສະໜາມໄຊຊະນະ
-ເວລາ 15:15 ໂມງແຂວງເຊກອງ ອັນດັບ 1 ສາຍ ຂ ພົບກັບ ແຂວງຫົວພັນ ອັນດັບ 2 ສາຍ ງ ທີ່ສະໜາມໄຊຊະນະ
-ເວລາ 13:00 ໂມງຄໍາມ່ວນ ອັນດັບ 1 ສາຍ ຄ ພົບກັບ ນະຄອນຫຼວງວຽງຈັນ ອັນດັບ 2 ສາຍ ກ ທີ່ສະໜາມໄຫຫີນ
-ເວລາ 15:15 ໂມງສາລະວັນ ອັນດັບ 1 ສາຍ ງ ພົບກັບ ແຂວງຊຽງຂວາງ ອັນດັບ 2 ສາຍ ຂ ທີ່ສະໜາມໄຫຫີນ