ໂຄງການຟາມໄວຕາມິວ ລາວ-ຈາໂກຣ ລ້ຽງງົວນົມຄາດໝາຍ 2023 ນີ້ໃຫ້ມີງົວ 4000 ໂຕ

84

ໂຄງການຟາມໄວຕາມິວ ລາວ-ຈາໂກຣ ລ້ຽງງົວນົມຢູ່ແຂວງຊຽງຂວາງ ເປັນໂຄງການລົງທຶນທີ່ໃຫຍ່ ເຊິ່ງໄດ້ຊ່ວຍສ້າງວຽກເຮັດງານທຳໃຫ້ຄົນລາວຮ້ອຍກວ່າຄົນ, ພ້ອມທັງໂຄງການໄດ້ມອບພັນທະພາສີ, ອາກອນເຂົ້າງົບປະມານແຫ່ງລັດໂດຍທາງກົງ ແລະ ທາງອ້ອມ.

No photo description available.
ທ່ານ ແສງປັນ ເພັດດາລາ ອຳນວຍການທີ່ດິນຂອງບໍລິສັດພັດທະນາກະສິກຳ ລາວ-ຍີ່ປຸ່ນ ຊຽງຂວາງ ຈໍາກັດ ໃຫ້ສຳພາດຕໍ່ທີມຂ່າວພວກເຮົາວ່າ: ບໍລິສັດ ພັດທະນາກະສິກໍາ ລາວ-ຍີ່ປຸ່ນ ຊຽງຂວາງ ຈຳກັດ (ລາວ-ຈາໂກຣ) ພວກເຮົາໄດ້ດໍາເລີ່ມດຳເນີນໂຄງການຟາມ ໄວຕາມິວ ລາວ-ຈາໂກຣ (Vinamilk Lao-Jagro) ເຊິ່ງລົງມືການກໍ່ສ້າງວັນທີ 24 ພຶດສະພາ 2019, ປັດຈຸບັນ ສາມາດສ້າງວຽກເຮັດງານທຳໃຫ້ຄົນລາວແລ້ວ 100 ກວ່າຄົນ. ພ້ອມດຽວກັນນີ້, ທາງບໍລິສັດ ກໍຍັງເປັນພາກສ່ວນໜຶ່ງທີ່ໄດ້ໃຫ້ການສະໜັບສະໜູນງານກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ ຈໍານວນ 50 ລ້ານກີບ.

May be an image of 1 person
ດ້ານການດໍາເນີນໂຄງການຟາມ ໄວຕາມິວ ລາວ-ຈາໂກຣ ເປັນໂຄງການລ້ຽງງົວນົມ ເພື່ອຜະລິດນົມງົວສົດ ສົ່ງອອກໄປຫວຽດນາມ, ປັດຈຸບັນຍັງຢູ່ໃນຂັ້ນຕອນເລີ່ມຕົ້ນ. ເຖິງຢ່າງໃດກໍຕາມ, ໃນການດຳເນີນໂຄງການ ບໍລິສັດໄດ້ເລັ່ງໃສ່ການສ້າງວຽກເຮັດງານທໍາໃຫ້ແຮງງານລາວ ກໍຄືແຮງງານທີ່ຢູ່ອ້ອມຂ້າງພື້ນທີ່ຂອງໂຄງການ ຕາມທິດຊີ້ນໍາຂອງພັກ-ລັດຖະບານ ກໍຄືອໍານາດການປົກຄອງແຂວງຊຽງຂວາງ ແລະ ໂຄງການນີ້ ຈະເພີ່ມທະວີການພົວພັນຮ່ວມມືມິດຕະພາບ ແລະ ການພັດທະນາ ເສດຖະກິດ ຂອງລາວ, ຫວຽດນາມ ແລະ ຍີ່ປຸ່ນ.

No photo description available.
ທ່ານ ແສງປັນ ເພັດດາລາ ໃຫ້ຮູ້ຕື່ມວ່າ: ໂຄງການໄດ້ເລີ່ມລົງມືກໍ່ສ້າງວັນທີ 24 ພຶດສະພາ 2019 ໂດຍໄດ້ສ້າງພື້ນຖານໂຄງລ່າງພື້ນຖານ ແລະ ນໍາເຂົ້າອຸປະກອນກົນຈັກຕ່າງໆ, ປັດຈຸບັນ ໄດ້ມີການຈ້າງງານແລ້ວ 200 ກວ່າຄົນ. ໃນນີ້, ມີວິຊາການຫວຽດນາມ 26 ຄົນ, ເຫຼືອນັ້ນແມ່ນແຮງງານຄົນລາວ ເຊິ່ງປັດຈຸບັນ ທາງໂຄງການໄດ້ສ້າງວຽກເຮັດງານທໍາໃຫ້ຄົນລາວແລ້ວ 100 ກວ່າຄົນ. ການດໍາເນີນວຽກງານຂອງໂຄງການ, ປັດຈຸບັນໄດ້ດຳເນີນໃນເນື້ອທີ່ 1.000 ກວ່າເຮັກຕາ ແລະ ຈະບຸກເບີກເພີ່ມຕື່ມໃຫ້ໄດ້ເຖິງ 2.000 ເຮັກຕາ; ແລ້ວຈຶ່ງບຸກເບີກໃຫ້ໄດ້ອີກ 5.000 ເຮັກຕາຕາມແຜນການ ດ້ວຍການລົງທຶນເບື້ອງຕົ້ນແມ່ນ 120 ລ້ານໂດລາ ແລະ ຈະໄດ້ເພີ່ມຂຶ້ນເປັນ 150 ລ້ານໂດລາ ເຊິ່ງບັນດາລາຍການຂອງໂຄງການສ່ວນຫຼາຍໄດ້ສຳເລັດ 99-100%, ບາງລາຍການກຳລັງຢູ່ໃນຂັ້ນຕອນການຕິດຕັ້ງຂັ້ນສຸດທ້າຍ.

No photo description available.

ໃນເດືອນກໍລະກົດຜ່ານມາ ບໍລິສັດໄດ້ນໍາງົວນົມ (ສາວ) ມາແຕ່ສະຫະລັດອາເມຣິກາ ຈຳນວນ 1.000 ໂຕທຳອິດ ແລະ ຄາດວ່າເດືອນມີນາ 2023 ຈະເລີ່ມເອົາເຂົ້າມາເທື່ອລະນ້ອຍ ເພືີ່ອໃຫ້ໄດ້ 4.000 ໂຕ. ທັງນີ້, ເມື່ອສໍາເລັດໂຄງລ່າງພື້ນຖານດ້ານການປູກພືດໃນການສະໜອງອາຫານໃຫ້ງົວ ແລະ ໂຮງງານຜະລິດອາຫານສັດສຳເລັດ ກໍຈະນໍາງົວເຂົ້າມາໃຫ້ເປັນ 8.000 ໂຕຕາມແຜນການ.

May be an image of outdoors

ທ່ານ ແສງປັນ ເພັດດາລາ ກ່າວຕື່ມວ່າ: ປັດຈຸບັນງົວໄດ້ທຳການປະສົມພັນທຽມແລ້ວ, ງົວນົມ ໄດ້ມີການຖືພາ ແລະ ຄາດວ່າໃນເດືອນພຶດສະພາ 2023 ກໍຈະສາມາດເລີ່ມຮີດນົມງົວໄດ້ ກໍຄືຜະລິດນົມງົວສົດຊຸດທຳອິດຂອງໂຄງການ, ເມື່ອເຖິງເວລານັ້ນ ກໍຈະມີການຈ້າງງານເພີ່ມຂຶ້ນ ໂດຍກ່ອນອື່ນໝົດ ຈະເລັ່ງໃສ່ແຮງງານຄົນລາວ ປະມານ 500 ຄົນ ໃນສ່ວນແຮງງານວິຊາສະເພາະ ແລະ ແຮງງານດິບຈໍາໜວນໜຶ່ງ ແລະ ໃນຕະຫຼອດ 3 ປີ ຂອງການດຳເນີນໂຄງການ ບໍລິສັດໄດ້ມອບພັນທະພາສີເຂົ້າງົບປະມານແຫ່ງລັດໂດຍທາງກົງ ແລະ ທາງອ້ອມ ເຊິ່ງຍອດມູນຄ່າການຊື້ສິນຄ້າ, ບໍລິການ ຢູ່ທ້ອງຖິ່ນແມ່ນຫຼາຍກວ່າ 13 ຕື້ກີບ.

May be an image of outdoors

ຖ້າໂຄງການໄດ້ດໍາເນີນການຮອດເວລາທີ່ມີງົວ 8.000 ໂຕແລ້ວ ຕາມແຜນການ ກໍຈະສາມາດສ້າງວຽກເຮັດງານທຳໂດຍກົງໃຫ້ແຮງງານລາວຫຼາຍຮ້ອຍຄົນ ແລະ ສ້າງວຽກເຮັດງານທຳທາງອ້ອມໃຫ້ຫຼາຍກວ່າພັນຄົນ ຜ່ານການຂະຫຍາຍການຜະລິດ ເພື່ອສະໜອງສະບຽງອາຫານ ກໍຄືການບໍລິການໃຫ້ແກ່ໂຄງການ ທັງເປັນການປະກອບລາຍຮັບອາກອນມູນຄ່າເພີ່ມ ແລະ ອາກອນລາຍໄດ້ຂອງບໍລິສັດເຂົ້າງົບປະມານຂອງລັດນຳອີກ.
[ຂ່າວ-ພາບ: ສັນຕິ]