ມາແລ້ວ! ລົດຮຸນໄດໄຟຟ້າທ່ານສາມາດມາສຳຜັດດ້ວຍໂຕເອງທີ່ຈຸດຂາຍໂຄລາວມື້ນີ້ເປັນຕົ້ນໄປ

183

ນັບແຕ່ມີການນຳໃຊ້ລົດໄຟຟ້າໃນລາວ ແມ່ນມີຄຳຖາມມາເປັນໄລຍະໆວ່າປານໃດໂຄລາວຈະນຳເອົາລົດໄຟຟ້າເຂົ້າມາ ແລະມາຮອດມື້ນີ້ ບໍ່ຕ້ອງຖາມອີກຕໍ່ໄປເພາະລົດໄຟຟ້າຈາກບໍລິສັດໂຄລາວມາຮອດນະຄອນຫຼວງວຽງຈັນເປັນທີ່ຮຽບຮ້ອຍແລ້ວ.

May be an image of car

ແລະໃນປີນີ້ຖືເປັນປີແຫ່ງການສ້າງປະກົດການໃໝ່ອີກຄັ້ງຂອງຮຸນໄດ ທີ່ີຈະເຂົ້າມາບຸກ ຕະຫຼາດລົດໄຟຟ້າ ຫຼື EV ໃນ
ປະເທດລາວ ໂດຍທຳອິດນີ້ແມ່ນຈະນຳເອົາລົດ Hyundai IONIQ5 ເຊີ່ງເປັນລົດໄຟຟ້າລຸ້ນທຳອິດຂອງຮຸນໄດ ຈາກ
ປະເທດເກົາຫຼີມາເປີດໂຕກ່ອນ ໃນປີນີ້ເຊີ່ງເປັນລົດທີ່ຫຼູຫຼາສວຍງາມ ແລະ ເທັກໂນໂລຍີທີ່ລ້ຳສະໄໝລະດັບໂລກ ຢາກໃຫ້ທ່ານໄດ້ມາສຳຜັດດ້ວຍໂຕເອງ.

May be an image of car and text

ທ່ານໜູໄຊ ແຫວນສະຫວັນ ປະທານກຸ່ມບໍລິສັດໂຄລາວກ່າວ່າ:  HYUNDAI ແມ່ນຍີ່ຫໍ້ລົດທີ່ໄດ້ຮັບຄວາມນິຍົມສູງ ໃນ ສປປ ລາວ ແລະ ໃນທົ່ວໂລກ ໂດຍສະເພາະແມ່ນປະເພດລົດເກັງທີ່ໄດ້ຮັບຄວາມນິຍົມໃນການນໍາໃຊ້ທົ່ວສັງຄົມລາວ ມາຫລາຍກວ່າ 20 ປີ ບໍລິສັດ ໂຄລາວ ແມ່ນບໍລິສັດຕົວແທນຈໍາຫນ່າຍລົດ ຍີ່ຫໍ້HYUNDAI ໃນ ສປປ ລາວ ຢ່າງເປັນທາງການ.

May be an image of 2 people and people standing

ຕະຫຼອດໄລຍະເວລາຫຼາຍປີທີ່ຜ່ານມາ ດ້ວຍຄວາມໄວ້ວາງໃຈຂອງລູກຄ້າທີ່ໄດ້ຊົມໃຊ້ລົດ Hyundai ມາຫຼາຍໆລຸ້ນຍັງຄົງເຊື່ອໝັ້ນໃນຄຸນນະພາບ ມາດຕະຖານ ແລະ ທຸກຄົນກໍ່ຍັງຄົງເຝົ້າລໍຄອຍລົດໄຟຟ້າຈາກຍີ່ຫໍ້ຮຸນໄດ.

May be an image of 10 people and people standing

ມາຮອດມື້ນີ້ຕ້ອງບອກວ່າ ສິ້ນສຸດການຄອງຄອຍເພາະທາງບໍລິສັດໂຄລາວໄດ້ນໍາເອົາລົດໄຟຟ້າ ຍີ່ຫໍ້ຮຸ່ນໄດ ລຸ້ນIONIQ5 ທີ່ເປັນລົດຈິບໄຟຟ້າ 100% ຂະໜາດ 5 ບ່ອນນັ່ງ ທີ່ມີຮູບໂສມທີ່ໂດດເດັ່ນ ເທັກໂນໂລຍີທີ່ລໍ້າສະໄຫມ ແລະ ສະມັດທະນະພາບລົດທີ່ເຫນືອກວ່າມາຍັງທ່ານລູກຄ້າຂອງບໍລິສັດໂຄລາວ ໄດ້ນໍາໃຊ້ກັນແລ້ວ.

May be an image of 1 person, standing and indoor

ລົດໄຟຟ້າ HYUNDAI IONIQ5 ລຸ້ນນີ້ແມ່ນລົດທີ່ໄດ້ຮັບລາງວັນຊະນະເລີດລົດຍົນດີເດັ່ນລະດັບໂລກໃນປີ 2022 ຫລື The Winner of World Car Award 2022 ດັ່ງນັ້ນສາມາດເຊື້ອໝັ້ນໄດ້ເລີຍວ່າ ເປັນລົດໄຟຟ້າທີ່ດີທີ່ສຸດແຫ່ງປີ ມີການອອກແບບສວຍງາມໂດດເດັ່ນທີ່ສຸດ ເປັນລົດໄຟຟ້າແຫ່ງປີ ທີ່ມາພ້ອມມາຄຸນນະພາບທີ່ດີເລີດ ແລະ ມາດຕະຖານຄວາມປອດໄພລະດັບໂລກ.

May be an image of 10 people and people standing

ແລະ ທີ່ສໍາຄັນ ດ້ວຍວັດສະດຸຕ່າງໆທີ່ເປັນອົງປະກອບຂອງລົດໄຟຟ້າ HYUNDAI IONIQ5 ຄັນນີ້ ແມ່ນມີສ່ວນປະສົມຂອງສານຊີວະພາບ ເຊິ່ງເປັນແນວຄິດໃສ່ໃຈສິ່ງແວດລ້ອມ ຖືເປັນຕົ້ນແບບຂອງແນວຄວາມຄິດພື້ນຖານ ໃນການອອກແບບລົດລຸ້ນນີ້ ສະນັ້ນຈຶ່ງຖືໄດ້ວ່າ“ນີ້ແມ່ນລົດໄຟຟ້າແຫ່ງອານາຄົດຢ່າງແທ້ຈິງ”.

May be an image of 1 person, standing and car

ຄຽງຄູ່ກັບການເປີດໂຕລົດໄຟຟ້າ HYUNDAI IONIQ5 ໃນຄັ້ງນີ້ ທາງບໍລິສັດໂຄລາວຍັງໄດ້ແນະນໍາສະຖານີສາກ ແລະ ແຜນຂະຫຍາຍສະຖານີສາກໄຟຟ້າໄປທົ່ວປະເທດ ເພື່ອເພີ່ມຄວາມສະດວກ ແລະ ຄວາມຫມັ້ນໃຈໃນການນໍາໃຊ້ລົດໄຟຟ້າ ເດີນທາງໄປສູ່ຈຸດຫມາຍປາຍທາງຕ່າງໆ ຂອງທ່ານລູກຄ້າ ບໍລິສັດໂຄລາວ ພ້ອມກັນນັ້ນ ເພື່ອຮອງຮັບການໃຫ້ບໍລິການ ແລະ ການເຕີບໂຕຂອງລົດໄຟຟ້າໃນ ສປປ ລາວ ໃນອະນາຄົດອັນໃກ້.

May be an image of car and road