ຊຽງຂວາງ ຈັດງານວາງສະແດງ, ຂາຍສິນຄ້າໂອດ໊ອບ 5 ແຂວງພາກເໜືອ ສະຫຼອງງານມະຫາກຳກິລາແຫ່ງຊາດ

65

ແຂວງຊຽງຂວາງ ຈັດງານວາງສະແດງ ແລະ ຂາຍສິນຄ້າໂອດ໊ອບ 5 ແຂວງພາກເໜືອ ແລະ 1 ແຂວງພາກກາງ ຂຶ້ນທີ່ບ້ານໂພນມີໄຊ ເມືອງແປກ ມີສິນຄ້າໂອດ໋ອບ 60 ກວ່າລາຍການ ເຂົ້າຮ່ວມງານວາງສະແດງ ເພື່ອສ້າງຂະບວນການຄໍານັບຮັບຕ້ອນວັນຄ້າຍວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ 102 ປີ, ສະເຫຼີມສະຫຼອງງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI, ສະຫຼອງໄຫຫີນເປັນມໍລະດົກໂລກ ແລະ ກະກຽມສົມໂພດພະເຈົ້າໃຫຍ່ອົງຫຼວງປະທານພອນ ຢູ່ແຂວງຊຽງຂວາງ.

ໂອກາດດັ່ງກ່າວນີ້, ທ່ານ ບົວວອນ ວົງປັນຍາ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຊຽງຂວາງ ໃຫ້ສໍາພາດໃນວັນທີ 15 ທັນວາ 2022 ວ່າ: ຈຸດປະສົງການຈັດວາງສະແດງ ແລະ ຂາຍສິນຄ້າໃນຄັ້ງນີ້ ເພື່ອສ້າງໂອກາດໃຫ້ຜູ້ຊື້ ແລະ ຜູ້ຂາຍມາພົບກັນ, ເຈລະຈາທາງທຸລະກິດແບບຕົວຕໍ່ຕົວ ເຮັດໃຫ້ຜູ້ປະກອບການເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນຂອງງານຈັດວາງສະແດງສິນຄ້າ ທີ່ຖືເປັນເຄື່ອງມືການຕະຫຼາດທີ່ສຳຄັນ ສາມາດຊ່ວຍໃຫ້ພາກສ່ວນທຸລະກິດຕ່າງໆທີ່ມາວາງສະແດງນໍາສະເໜີຂາຍ ຫຼື ໂຄສະນາສິນຄ້າຂອງຕົນໃຫ້ກຸ່ມລູກຄ້າຖືກເປົ້າໝາຍ

ທັງເປັນສື່ກາງທີ່ມີປະສິດທິຜົນໃນການເລີ່ມຕົ້ນ ແລະ ຮັກສາຄວາມສຳພັນລະຫວ່າງຜູ້ປະກອບການ ແລະ ລູກຄ້າ ເພື່ອນຳໄປສູ່ອຸດສາຫະກຳ ແລະ ທຸລະກິດຂອງຜູ້ປະກອບການມີປະສິດທິຜົນ. ນອກນີ້ຜູ້ມາຮ່ວມງານຍັງໄດ້ຮັບຮູ້ຂໍ້ມູນສິນຄ້າໃໝ່ເພື່ອຕິດຕໍ່ສືສານການຊື້-ຂາຍສິນຄ້າໃນອະນາຄົດ ແລະ ຊ່ວຍຜູ້ປະກອບການປັບປຸງທັກສະການຂາຍ ເປັນເງື່ອນໄຂການພັດທະນາສິນຄ້າໃຫ້ສາມາດສົ່ງອອກນັບມື້ນັບຂະຫຍາຍຕົວຂຶ້ນ ແລະ ເປີດໂອກາດໃຫ້ຫົວໜ່ວຍທຸລະກິດພາຍໃນ ແລະ ຕ່າງປະເທດ ໄດ້ແລກປ່ຽນບົດຮຽນກ້າວໄປເຖິງການຊື້-ຂາຍ, ເຮັດໃຫ້ນັກທ່ອງທ່ຽວພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ເຂົ້າທ່ຽວຊົມງານວາງສະແດງສິນຄ້າ ສ້າງເງື່ອນໄຂໃນການຊຸກຍູ້ສົ່ງເສີມຜູ້ຜະລິດເພື່ອພັດທະນາສິນຄ້າເພື່ອທົດແທນການນໍາເຂົ້າເທື່ອລະກ້າວ.

ທັ້ງນີ້, ງານວາງສະແດງ ແລະ ຂາຍສິນຄ້າໂອດ໊ອບ 5 ແຂວງພາກເໜືອ ແລະ 1 ແຂວງພາກກາງ ຄັ້ງນີ້ຈັດຂຶ້ນທີ່ ບ້ານໂພນມີໄຊ ເມືອງແປກ ແຂວງຊຽງຂວາງ ແລະ ໄດ້ມີພິທີເປີດຢ່າງເປັນທາງການໃນຕອນແລງວັນທີ 15 ທັນວາ ແລະ ຈະດໍາເນີນໄປຮອດວັນທີ 22 ທັນວາ 2022 ເຊິ່ງມີຫົວໜ່ວຍການຜະລິດສິນຄ້າໂອດ໊ອບ, ສິນຄ້າຕົວແບບເຂົ້າຮ່ວມວາງສະແດງ 38 ຫ້ອງ, ສ່ວນໃຫຍ່ມີສິນແຂວງຊຽງຂວາງ 20 ຫົວໜ່ວຍ 22 ລາຍການ ມູນຄ່າ 3 ຕື້ກວ່າກີບ, ບັນດາຫົວໜ່ວຍຜະລິດສິນຄ້າໂອດ໊ອບບາງແຂວງພາກເໜືອ ແລະ ພາກກາງ 42 ລາຍການ ມູນຄ່າ 130 ລ້ານກວ່າກີບ. ນອກນີ້, ຍັງມີຜະລິດຕະພັນກະສິກຳຂອງພະແນກກະສິກຳ ແລະ ປ່າໄມ້ ແລະ ສິນຄ້າທ່າແຮງຂອງແຂວງຊຽງຂວາງຈຳນວນໜຶ່ງອີກ.

ໃນຕອນທ້າຍ, ທ່ານຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ຍັງໄດ້ເຊີນຊວນພໍ່ແມ່ປະຊາຊົນລາວບັນດາເຜົ່າ ລວມທັງແຂກພາຍໃນ ແລະ ຕ່າງເທດ ມາທ່ຽວຊົມງານວາງສະແດງ ແລະ ຂາຍສິນຄ້າຄັ້ງນີ້ດ້ວຍ.

[ຂ່າວ-ພາບ: ສັນຕິ]