ນຳອຸປະກອນມອບໃຫ້ກັບກຸ່ມລ້ຽງສັດ ງົວ-ຄວາຍ ບ້ານນາໜອກ ເມືອງທົ່ງມີໄຊ

60

ການເຮັດແທ້ທຳຈີງ ແລະໄດ້ຮັບການສະໜັບສະໜູນຈາກພາກລັດຖືເປັນກຳລັງໃຈສຳຄັນໃຫ້ພໍ່ແມ່ປະຊາຊົນຢາກສູ້ຕໍ່ ແລະເຮັດໃຫ້ດີທີ່ສຸດ ເພື່ອໃຫ້ມີຊີວິດການເປັນຢູ່ທີ່ດີກວ່າ ຍິນດີນຳຄອບຄົວລ້ຽງສັດໃນເມືອງທົ່່ງມີໄຊທີ່ໄດ້ຮັບອຸປະກອນເປັນມູນຄ່າຫຼາຍກວ່າ 70 ລ້ານກີບ.

May be an image of 9 people, people sitting and people standing
ອາທິດແລ້ວນີ້ຢູ່ທີ່ຫໍປະຊຸມບ້ານນາໜອກເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຈັດພິທີ ມອບ-ຮັບ ອຸປະກອນ ໃຫ້ກັບກຸ່ມລ້ຽງສັດງົວ-ຄວາຍ ບ້ານນາໜອກ ຂອງໂຄງການຊົນລະກະເສດ ແລະ ຜະລິດເປັນສິນຄ້າຂະໜາດນ້ອຍ ຢູ່ເມືອງທົ່ງມີໄຊຂຶ້ນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນຈັນ ໄຊພູໂຂງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງທົ່ງມີໄຊ, ມີທີມງານຈັດຕັ້ງປະຕິບັດໂຄງການຂອງເມືອງ, ອົງການປົກຄອງບ້ານ, ຕະຫຼອດຮອດສະມາຊິກກຸ່ມຜູ້ຜະລິດເຂົ້າຮ່ວມ ບ້ານທີ່ໄດ້ຮັບທຶນຊ່ວຍເຫຼືອມີທັງໝົດ 3 ບ້ານຄື: ບ້ານດ່ານ, ບ້ານນາໜອກ, ບ້ານນາເປືອຍ.

May be an image of 14 people and people standing

ຈໍານວນຄອບຄົວທີ່ໄດ້ຮັບອຸປະກອນຢູ່ບ້ານດັ່ງກ່າວໃນຄັ້ງນີ້ມີ20 ຄອບຄົວ ປະກອບມີຜ້າບັດຈໍານວນ60ຜືນ, ລວດໜາມໝາກຈັບ140ໂຄ້ງ, ສັງກະສີ 240 ແຜ່ນ,ກ່ອງຢາວັກຊິນ 20ຊຸດ, ແລະ ຢາວັກຊິນ 40ຊຸດ ລວມມູນຄ່າທັງໝົດ 75.800.000ກີບ ເຊິ່ງເປັນການຊຸກຍູ້ສົ່ງເສີມການລ້ຽງສັດ ຢູ່ບ້ານດັ່ງກ່າວໃຫ້ກາຍເປັນບ້ານແບບຢ່າງໃນການລຽງສັດງົວ-ຄວາຍ ຂອງວຽກໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍ.

May be an image of 10 people and people standing

ທັ້ງນີ້ກໍ່ເພື່ອຊ່ວຍແກ້ໄຂບັນຫາຄວາມທຸກຍາກຂອງປະຊາຊົນ, ສ້າງລາຍຮັບໃຫ້ແກ່ຄອບຄົວ, ເປັນການຊ່ວຍສ້າງເສີມຂະຫຍາຍຄອບຄົວຕົວແບບດ້ານການລ້ຽງ ໃຫ້ມີທ່າຂະຫຍາຍຕົວຢູ່ພາຍໃນເມືອງ ປະກອບສ່ວນເຂົ້າໃນການສ້າງເສດຖະກິດຄອບຄົວຂອງຊາວກະສິກອນໃຫ້ມີຄວາມເຂັ້ມແຂງ ແລະ ເພີ່ງຕົນເອງເທື່ອລະກ້າວ.