ຈີນ ລົງທຶນໂຄງການອະນຸຮັກນ້ຳ ຫຼາຍກວ່າ 1 ພັນຕື້ຢວນ

29

ສໍານັກຂ່າວຊິນຫົວລາຍງານໃນວັນທີ 15 ທັນວາ 2022 ວ່າ ກະຊວງອຸດສາຫະກຳ ຊັບພະຍາກອນນ້ຳ ຂອງ ສປ ຈີນ ລະບຸວ່າ: ປະລິມານການລົງທຶນໃນໂຄງການອະນຸຮັກນ້ຳ ລະຫວ່າງ ເດືອນມັງກອນ ຫາ ພະຈິກປີນີ້ ມີຫຼາຍກວ່າ 1 ພັນຕື້ຢວນ ເຊິ່ງເປັນຕົວເລກສະຖິຕິສູງສຸດ ນັບຕັ້ງແຕ່ປີ 1949 ເປັນຕົ້ນມາ.

ຂະນະທີ່ປະລິມານການລົງທຶນເພີ່ມຂຶ້ນ 33% ເມື່ອທຽບໃສ່ ປີ 2021. ສປ ຈີນ ໄດ້ສ້າງໂຄງການອະນຸຮັກນ້ຳ ປະມານ 25.000 ໂຄງການ ໃນທົ່ວປະເທດ ໃນໄລຍະ 11 ເດືອນຜ່ານມາ ເພີ່ມຂຶ້ນ 3.767 ໂຄງການ ເມື່ອທຽບໃສ່ປີຜ່ານມາ. ການລົງທຶນສ່ວນຫຼາຍແມ່ນເນັ້ນໃສ່ ການປ້ອງກັນນໍ້າຖ້ວມ, ໂຄງການສູບນ້ຳ ແລະ ການຟື້ນຟູລະບົບນິເວດສິນໃນນ້ຳ.