ການນຳຂັ້ນສູງພັກ, ລັດ ເຂົ້າວາງກະຕ່າດອກໄມ້ ຕ້ອນຮັບງານກິລາຊຽງຂວາງເກມ ແລະ ວັນຄ້າຍວັນເກີດປະທານໄກສອນ

104

ຕອນເຊົ້າວັນທີ 14 ທັນວາ 2022 ການນຳຂັ້ນສູງພັກ, ລັດ ແລະ ທ້ອງຖິ່ນແຂວງຊຽງຂວາງ ນຳໂດຍທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ, ທ່ານ ບຸນຈັນ ສີວົງພັນ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ, ທັງເປັນປະທານຈັດງານມະຫາກຳກິລາແຫ່ງຊາດຄັ້ງທີ XI, ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ອານຸສາວະລີປະທານ ໄກສອນ ພົມວິຫານ, ອານຸສາວະລີ ທ່ານ ພູມີ ວົງວິຈິດ ແລະ ອານຸສາວະລີ ຕູ້ຢ່າ ໄຊຈູ ເນື່ອງໃນໂອກາດສະເຫລີມສະຫລອງຕ້ອນຮັບງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 102 ປີ.

ການວາງກະຕ່າດອກໄມ້ໃນຄັ້ງນີ້, ເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ ຂອງ ປະທານ ໄກສອນ ພົມວິຫານ ທີ່ໄດ້ອຸທິດຕະຫລອດຊີວິດຂອງຕົນ ເພື່ອຜົນປະໂຫຍດລວມຂອງຊາດ, ເພື່ອອານາຄົດຂອງລູກຫລານບັນດາເຜົ່າ, ທ່ານໄດ້ສຸມສະຕິປັນຍາເຂົ້າໃນການນຳພາຂະບວນການຕໍ່ສູ້ ຕ້ານການຮຸກຮານຂອງພວກຕ່າງດ້າວ ສາມາດຍາດໄດ້ໄຊຊະນະ ແລະ ນຳເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ, ຜົນງານ ແລະ ຄຸນງາມຄວາມດີຂອງທ່ານ ແມ່ນໄດ້ຈາລຶກໃນຄວາມຊົງຈຳ ຂອງປະຊາຊົນລາວບັນດາເຜົ່າ ຕະຫລອດກາລະນານ.

ປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຜູ້ປະເສີດຂອງປະຊາຊົນລາວ ບັນດາເຜົ່າ, ແມ່ນນັກປະຕິວັດຜູ້ດີເລີດ, ເພິ່ນເປັນຜູ້ນຳສູງສຸດຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ, ມີຄວາມສະຫລາດຫລັກແຫລມ, ມີໄຫວພິບອັນແຫລມຄົມ, ມີນ້ຳໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ, ເປັນຜູ້ນຳທີ່ແສນເຄົາລົບຮັກ ຂອງ ພັກ, ລັດ ແລະ ປະຊາຊົນ ແລະ ເປັນວິລະບູລຸດຂອງຊາດລາວເຮົາ.

ພ້ອມນີ້, ທັງເປັນການສະແດງເຖິງຄວາມເຄົາລົບຮັກ, ລະນຶກເຖິງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງຂອງທ່ານ ພູມີ ວົງວິຈິດ ໃນພາລະກິດຕໍ່ສູ້ກູ້ຊາດ ທ່ານເປັນຜູ້ນໍາທີ່ມີບົດບາດສໍາຄັນໃນຂົງເຂດການສຶກສາຂອງລາວ ທັງເປັນນັກກະວີ, ນັກອັກສອນສາດ, ນັກການເມືອງທີ່ດີເດັ່ນຂອງຊາດ ໃນພາລະກິດຕໍ່ສູ້ກູ້ຊາດ ແລະ ໄລຍະປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ. ພ້ອມນັ້ນ, ຍັງເປັນການສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນ, ລະນຶກເຖິງຄຸນ ງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງຂອງ ທ່ານ ຕູ້ຢ່າ ໄຊຈູ ໃນພາລະກິດຕໍ່ສູ້ກູ້ຊາດ, ທ່ານ ຕູ້ຢ່າ ໄຊຈູ ເປັນວິລະຊົນແຫ່ງຊາດລາວ, ເປັນນາຍທະຫານຜູ້ມີໄຫວພິບ, ສະຫລາດສ່ອງໃສ ແລະ ວ່ອງໄວ, ທ່ານ ໄດ້ທຸ່ມເທສະຕິປັນຍາ ແລະ ເສຍສະລະເລືອດເນື້ອເຫື່ອໄຄເພື່ອປະເທດຊາດ, ເພື່ອປະຊາຊົນ, ເພື່ອການປະຕິວັດລາວ.