ທ່ານ ສະເຫຼີມໄຊ ກົມມະສິດ ເດີນທາງເຂົ້າຮ່ວມຫາລືການສົ່ງເສີມພາກທຸລະກິດ ແລະ ການລົງທຶນອາຊຽນ-ອີຢູ ທີ່ແບນຊິກ

53

ໃນວັນທີ 13 ທັນວາ 2022, ໂດຍການມອບໝາຍຂອງ ທ່ານ ພັນຄໍາ ວິພາວັນນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມງານລ້ຽງອາຫານທ່ຽງ ພົບປະລະຫວ່າງຜູ້ນໍາອາຊຽນ ແລະ ພາກທຸລະກິດອາຊຽນ-ອີຢູ ໂດຍການເປັນເຈົ້າພາບຂອງສະພາທຸລະກິດອາຊຽນ-ອີຢູ ທີ່ ບຣຸກແຊນ, ປະເທດແບນຊິກ.

May be an image of 13 people, people standing and indoor
ໂອກາດນີ້, ຜູ້ນໍາອາຊຽນ ແລະ ຕົວແທນພາກທຸລະກິດ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບການສົ່ງເສີມພາກທຸລະກິດ ແລະ ການລົງທຶນລະຫວ່າງອາຊຽນ ແລະ ອີຢູ ໂດຍສະເພາະແມ່ນການຊອກຫາຊ່ອງທາງ ໃນການອໍານວຍຄວາມສະດວກ ໃຫ້ແກ່ການດໍາເນີນທຸລະກິດຮ່ວມກັນຢ່າງໂລ່ງລ່ຽນ ແນໃສ່ຟື້ນຟູເສດຖະກິດພາຍຫລັງການແພ່ລະບາດຂອງພະຍາດໂຄວິດ-19.

May be an image of 9 people, people standing and text that says '10" "ASEAN-EU BUSINESS SUMMIT SEAN Booki com DẠN hofi supernal TUR AIRL perna DGE'
ບັນດາຜູ້ນໍາອາຊຽນ ໄດ້ຕີລາຄາສູງຕໍ່ບົດບາດຂອງພາກທຸລະກິດ ໃນການຂັບເຄື່ອນເສດຖະກິດ ແລະ ການຈ້າງງານໃນແຕ່ລະປະເທດ ພ້ອມທັງຊຸກຍູ້ໃຫ້ຫົວໜ່ວຍທຸລະກິດຂອງອີຢູ ເຂົ້າມາລົງທຶນຢູ່ພາກພື້ນອາຊຽນໃຫ້ຫລາຍຂຶ້ນ ໃນຂົງເຂດທີ່ພາກທຸລະກິດມີຄວາມສົນໃຈ ແລະ ອາຊຽນມີທ່າແຮງ.

May be an image of 2 people, people standing and suit

ພ້ອມນີ້, ບັນດາຜູ້ນໍາອາຊຽນ ແລະ ພາກທຸລະກິດຂອງອີຢູ ຍັງໄດ້ປຶກສາຫາລື ກ່ຽວກັບການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການຄ້າ-ການລົງທຶນ ແລະ ໄດ້ແລກປ່ຽນຂໍ້ມູນ, ປະສົບການ, ສິ່ງທ້າທາຍ ແລະ ບົດຮຽນທີ່ດີໃນການດໍາເນີນທຸລະກິດ ໂດຍສຸມໃສ່ການຫັນເປັນເສດຖະກິດ ດີຈິຕອນທີ່ທັນສະໄໝ ໄປຄຽງຄູ່ກັບການຄໍານຶງເຖິງຜົນກະທົບຕໍ່ສິ່ງແວດລ້ອມ.

May be an image of text
ໃນຕອນທ້າຍຂອງງານລ້ຽງອາຫານທ່ຽງ, ອີຢູ ໄດ້ແຈ້ງຂໍ້ລິເລີ່ມໃໝ່ໃນການເຊື່ອມໂຍງສາກົນ (Global Gateway) ຊຶ່ງເປັນຂໍ້ລິເລີ່ມໃນການຊຸກຍູ້ການຮ່ວມມື ເພື່ອການຫັນປ່ຽນທາງດ້ານພະລັງ ງານ ແລະ ການເຊື່ອມຈອດດ້ານດີຈິຕອນ ທີ່ຈະຊ່ວຍໃຫ້ຄູ່ຮ່ວມມືສາມາດບັນລຸເປົ້າໝາຍການພັດທະ ນາທີ່ຍືນຍົງ.

ຂ່າວ-ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ