ເປີດຢ່າງເປັນທາງການ​ ມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ

664

ມະ​ຫະ​ກຳ​ກິ​ລາ​ແຫ່ງ​ຊາດ ຄັ້ງ​ທີ XI ຫຼື ຊ​ຽງ​ຂວາງ​ເກມ 2022 ໄດ້​ເປີດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ໃນ​ຕອນຄ່ຳວັນ​ທີ 13 ທັນ​ວາ 2022.ໃຫ້​ກຽດ​ເຂົ້າ​​ຮ່ວມ​ໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາການນໍາຂັ້ນສູນກາງ ແລະ ທ້ອງຖິ່ນ,ຄະນະນັກກິລາ, ລວມ​ເຖິງ​ມວນ​ຊົນ ທັງພາຍ​ໃນ ແລະ ຕ່າງປະເທດຳເຂົ້າຊົມເຕັມສະໜາມໄຫຫີນ ບ້ານຄັງໜອງຫຼວງ ເມືອງແປກ ແຂວງຊຽງຂວາງ.


ພິທີເປີດເລີ່ມຕົ້ນດ້ວຍການສະແດງບິນຂອງເຮືອບິນ LE500​ ແລະ ເຮືອບິນຍັກ 130, ຕໍ່ດ້ວຍການໂດດຈ້ອງ​ ຈາກກອງທັບປະຊາຊົນລາວ (ກອງຮ້ອຍໂດດຈ້ອງ) ແລະ ການສະແດງສິລະປະວັນນະຄະດີຫລາຍຮູບແບບ ເປັນຕົ້ນ, ບົດຟ້ອນ, ຮ້ອງເພງ, ຂັບລຳ ແລະ ການເດີນສວນສະໜາມ ຂອງກ້ອນກຳລັງຕ່າງໆ ເຊິ່ງມີທັງໝົດ 31 ກ້ອນກຳລັງ ຂອງບັນດາແຂວງ ໃນຂອບເຂດທົ່ວປະເທດ ແລະ ຂອງບັນດາກະຊວງ, ອົງການ ທີ່ກ່ຽວຂ້ອງ.


ໂອກາດດັ່ງກ່າວ ທ່ານ ບຸນ​ຈັນ ສີ​ວົງ​ພັນ ເຈົ້າ​ແຂວງ​ຊຽງ​ຂວາງໄດ້ລາຍ​ງານ​​ວ່າ: ງານມະຫະກໍາກິລາແຫ່ງຊາດ ແມ່ນການແຂ່ງຂັນກິລາຫຼາຍປະເພດຮ່ວມກັນ ປະ​ກອບ​ມີ​ໝວດ​ກິ​ລາ​ສາ​ກົນ ແລະ ກິ​ລາ​ພື້ນ​ເມືອງ ຊຶ່ງຕາມ​​ກຳ​ນົດໄດ້ຈັດຂຶ້ນທຸກໆ 3 ປີ ໂດຍຄັດເລືອກແຂວງຜັດປ່ຽນກັນເປັນເຈົ້າພາບ ເພື່ອຊຸກຍູ້ຂະບວນການກິລາກາຍະ​ກຳຢູ່ພາຍໃນປະເທດ ທັງເປັນການປຸກລະດົມສົ່ງເສີມມະຫາຊົນເຂົ້າຮ່ວມຢ່າງກ້ວາງຂວາງ ແນໃສ່ເສີມສ້າງສຸຂະພາບ, ມິດຕະພາບ, ການພັດທະນາ, ການຮ່ວມມື ແລະ ຄວາມ​ສາ​ມັກ​ຄີ​​​ເປັນ​ປຶກ​ແຜ່ນຂອງ​ປວງ​ຊົນ​ລາວ​ທັງ​ຊາດ ທັງເປັນການພັດທະນາຊັບພະຍາກອນມະນຸດ​ຂອງ​ຊາດ, ເປັນການປຸກລະດົມຊາວໜຸ່ມ, ເຍົາວະຊົນ, ນັກຮຽນ-ນັກສຶກສາ ໃຫ້ມີສ່ວນຮ່ວມໃນ​ຂະ​ບວນ​ການຫຼີ້ນ​ກິ​ລາ ແລະ ​ແຂ່ງ​ຂັນ​ກິ​ລາ​ປະ​ເພດຕ່າງໆ ເພື່ອຫ່າງ​ໄກ​ສິ່ງ​ເສບ​ຕິດ ແລະ ປາກົດການຍໍ້ທໍ້​ຕ່າງໆ ທັງ​ເປັນ​ການຝຶກຝົນຮ່າງກາຍ ແລະ ຈິດໃຈເບີກ​ບານເຂັ້ມແຂງ, ກຽມ​ພ້ອມສືບທອດມູນ​ເຊື້ອ​ພາລະກິດແຫ່ງ​ການ​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ.


ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຢ່າງເປັນທາງການ ໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ການຫ້າງຫາກະກຽມຄວາມພ້ອມທຸກໆດ້ານ ຂອງເຈົ້າພາບ ແລະ ຄະນະຮັບຜິດຊອບ, ຊົມເຊີຍທຸກພາກສ່ວນທີ່ສົ່ງນັກກິລາເຂົ້າຮ່ວມ​ແຂ່ງ​ຂັນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ ພ້ອມທັງເຊື່ອໝັ້ນວ່າ ງານມະຫະກຳກິລາແຫ່ງຊາດຄັ້ງນີ້ເປັນ​ການ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມັກ​ຄີ ແລະ ຄວາມເປັນປຶກແຜ່ນແໜ້ນໜາ ຂອງປວງຊົນລາວທັງຊາດ.


ສໍາລັບມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ນີ້ ແຂ່ງຂັນທັງໝົດ 25 ປະເພດກິລາຄື: ຍິງປືນ, ລອຍນໍ້າ, ບານບ້ວງ, ເທຄວັນໂດ, ໝາກແລ້, ຍິງທະນູ, ໜ້າເກັກ, ແລ່ນ-ລານ, ມວຍສາກົນ, ໝາກເສິກ, ປັນຈັກສີລັດ, ມວຍປໍ້າ, ຄາຣາເຕໂດ, ກະຕໍ້-ຊິນລອນ, ບານເຕະ, ໝາກຂ່າງ, ເປຕັງ, ກ໊ອຟ, ດອກປີກໄກ່, ເຕັນນິສ, ລົດຖີບ, ປິງປ໋ອງ, ມວຍລາວ, ຢູໂດ ແລະ ວູຊູ ແລະ ມີນັກກິລາ 3.093 ຄົນຈາກ 17 ແຂວງ, 1 ນະຄອນຫລວງ ແລະ 4 ກະຊວງເປັນຕົ້ນ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງສາທາລະນະສຸກ ເຂົ້າຮ່ວມຊີງຫລຽນທັງໝົດ 2.598 ຫລຽນ.

ສຳລັບບາງປະເພດກິລາ ໄດ້ແຂ່ງຂັນ​ມາ​ແຕ່​ວັນ​ທີ 14 ພະ​ຈິກ 2022 ຢູ່​ນະ​ຄອນຫລວງວຽງ​ຈັນ​​​ຄື: ກິ​ລາ​ລອຍ​ນ້ຳ ແລະ ກິ​ລາ​ຍິງ​ປືນ, ສ່ວນ​​​ຢູ່​ແຂວງ​ຊຽງ​ຂວາງ​​ເລີ່ມ​ມາ​ແຕ່​ວັນ​ທີ 1 ທັນ​ວາ 2022 ແລະ ມາຮອດວັນທີ 13 ທັນວາ 2022 ມີ 11 ປະເພດກິລາແຂ່ງສໍາເລັດແລ້ວ ຄື: ກິລາລອຍນໍ້າ, ແລ່ນ-ລານ, ເທຄັວນໂດ, ມວຍປໍ້າ, ຍິງທະນູ-ຍິງໜ້າເກັກ, ຄາຣາເຕໂດ, ໝາກເສິກ, ບານບ້ວງ, ປັນຈັກສີລັດ, ມວຍສາກົນ ແລະ ໝາກແລ້ ແລະ ຈະ​ດຳ​ເນີນ​ໄປ​ຈົນ​ຮອດ​ວັນ​ທີ 22 ທັນ​ວາ 2022 ຈິ່ງຈະສໍາເລັດ.

.

.


ພາບໂດຍ: ທີມຂ່າວກີລາຊຽງຂວາງເກມ