ມະຫາກໍາກິລາແຫ່ງຊາດລາວ ກັບປະຫວັດຄວາມເປັນມາທີ່ທ່ານອາດບໍ່ເຄີຍຮູ້

142

ງານມະຫາກຳກິລາແຫ່ງຊາດຂອງລາວກຳລັງເດີນທາງມາຮອດຄັ້ງທີ XI ແລ້ວ ໂດຍປີນີ້ແມ່ນ ແຂວງຊຽງຂາວງເປັນເຈົ້າພາບ ແລະຈະດຳເນີນໄປຮອດວັນທີ 22 ທັນວາ ຈິ່ງຈະສິ້ນສຸດລົງ ແຕ່ກ່ອນອື່ນແອັດຈະພາແຟນຂ່າວເສດຖະກິດ-ການຄ້າໄປຮູ້ຈັກປະຫວັດຂອງງານມະຫະກຳກິລາແຫ່ງຈາກເລີ່ມມາແຕ່ເມື່ອໃດ ເຊື່ອວ່າຍັງເປັນເລື່ອງໃໝ່ສຳລັບຫຼາຍຄົນ.

May be an image of 3 people and people standing
ຄວາມຈີງແລ້ວການແຂ່ງຂັນກິລາລະດັບທົ່ວປະເທດ ຈຸດປະສົງກໍເພື່ອສົ່ງເສີມ,​ ຊຸກຍູ້ຂະບວນການກິລາຢູ່ພາຍໃນປະເທດລາວຢ່າງຕໍ່ເນື່ອງ,ທັງເປັນການປຸກລະດົມມະຫາຊົນເຂົ້າຮ່ວມງານກິລາໃຫ້ນັບມື້ນັບກວ້າງຂວາງ, ເພື່ອສົ່ງເສີມສຸຂະພາບຈິດ, ສຸຂະພາບຮ່າງກາຍ, ສ້າງພົນລະເມືອງລາວທຸກຄົນໃຫ້ມີສຸຂະພາບແຂງແຮງ. ປະຕິບັດທິດຊີ້ນໍາທີ່ວ່າ: “ຫັນກິລາກາຍເປັນທົ່ວປວງຊົນ,ກາຍເປັນຄວາມຮັບຜິດຊອບ ຂອງສັງຄົມ”.

May be an image of outdoors

ງານມະຫະກໍາກິລາແຫ່ງຊາດແຕ່ລະຄັ້ງ ແມ່ນເພື່ອປຸກລະດົມຊາວໜຸ່ມເຍົາວະຊົນ,​ນັກຮຽນ, ນັກສຶກສາ, ທະຫານ, ພະນັກງານ ແລະ ປະຊາຊົນບັນດາເຜົ່າໃຫ້ຫັນມາຫຼີ້ນກິລາ, ໃຊ້ເວລາວ່າງໃຫ້ເປັນປະໂຫຍດ ຝຶກຝົນຮ່າງກາຍໃຫ້ສົມບູນແຂງແຮງ ເພື່ອສືບຕໍ່ພາລະກິດປ່ຽນແປງໃໝ່ອັນມີກຽດສະຫງ່າຂອງພັກ.

May be an image of 1 person
ງານມະຫະກໍາກິລາແຫ່ງຊາດ ແມ່ນການແຂ່ງຂັນກິລາ ເພື່ອຄັດເລືອກເອົານັກກິລາທີ່ມີຄວາມສາມາດ, ນັກກິລາ
ທີ່ດີເດັ່ນ,ນັກກິລາທີ່ມີຜົນສໍາເລັດຈາກການຝຶກຊ້ອມເພື່ອເປັນຕົວແທນທີມງານເຂົ້າຮ່ວມແຂ່ງຂັນລາຍການສໍາຄັນຕ່າງໆທັງພາຍໃນ ແລະ ຕ່າງປະເທດກໍຄືເວທີສາກົນ ເພື່ອສ້າງຊື່ສຽງມາໃຫ້ແກ່ປະເທດຊາດ.

May be an image of standing and outdoors
ງານມະຫາກໍາກິລາແຫ່ງຊາດຄັ້ງທີ I ແມ່ນເຂດ 5 ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 21 ພະຈິກ ຫາວັນທີ 2 ທັນວາ ປີ 1985, ແຂ່ງຂັນ 10 ປະເພດກິລາ, ມີນັກກິລາ 620​ຄົນ ຈາກ 5 ເຂດ ແລະ 8 ກະຊວງເຂົ້່າຮ່ວມແຂ່ງຂັນ, ມີຊີງໄຊກັນທັງໝົດ 34 ຫຼຽນຄໍາ, 34 ຫຼຽນເງິນ ແລະ 37 ຫຼຽນທອງ, ລວມທັງໝົດ 105​ ຫຼຽນ, ຜ່ານການແຂ່ງຂັນແມ່ນເຂດ 5ນະຄອນ ຫຼວງວຽງຈັນ ເປັນ ເຈົ້າຫຼຽນຄໍາ.

May be an image of outdoors
ຄັ້ງທີ II ແຂວງສະຫວັນນະເຂດເປັນເຈົ້າພາບ ຈັດຂຶ້ນລະຫວ່າງວັນທີ 22 ພະຈິກ ຫາວັນທີ 2 ທັນວາ ປີ 1987 , ແຂ່ງຂັນ 12 ປະເພດກິລາ, ມີນັກກິລາເຂົ້າຮ່ວມ 1.376​ ຄົນ ຈາກ 7 ເຂດ ແລະ 9​ ກະຊວງ, ມີຊີງໄຊທັງໝົດ 54 ຫຼຽນຄໍາ, 58​ ຫຼຽນເງິນ ແລະ 54 ຫຼຽນທອງ, ລວມທັງໝົດ 166 ​ຫຼຽນ, ​ຜ່ານການແຂ່ງຂັນແມ່ນເຂດ 5​ນະຄອນຫຼວງເປັນເຈົ້າຫຼຽນຄໍາ.

May be an image of 3 people, people standing and outdoors
ຄັ້ງທີ III ແຂວງຄໍາມ່ວນເປັນເຈົ້າພາບຈັດຂຶ້ນລະຫວ່າງວັນທີ 21-29 ທັນວາ 1991 ແຂ່ງຂັນກັນໃນ 11 ປະເພດກິລາ, ມີນັກກິລາ 950 ຄົນ ຈາກ 9 ເຂດເຂົ້າຮ່ວມແຂ່ງຂັນ ມີຊີງໄຊກັນທັງໝົດ 56 ຫຼຽນຄໍາ, 52 ຫຼຽນເງິນ ແລະ 59 ຫຼຽນທອງ, ລວມທັງໝົດ 167​ຫຼຽນ, ຜ່ານການແຂ່ງຂັນແມ່ນເຂດ 5 ນະຄອນຫຼວງເປັນເຈົ້າຫຼຽນຄໍາ.

May be an image of 1 person, standing and outdoors

ຄັ້ງທີ IV ແມ່ນແຂວງຈໍາປາສັກເປັນເຈົ້າພາບງານມະຫາກຳກິລາແຫ່ງຊາດຈັດຂຶ້ນໃນປີ 1994 ໂດຍແຂ່ງຂັນກັນໃນ 14 ປະເພດກິລາ ມີນັກກິລາ 1.600 ຄົນ ຈາກ 9 ເຂດ ເຂົ້າຮ່ວມ, ຜ່ານການແຂ່ງຂັນແມ່ນເຂດ 5 ນະຄອນຫຼວງວຽງຈັນເປັນເຈົ້າຫຼຽນຄໍາ.

May be an image of 1 person and outdoors
ຄັ້ງທີ V ແມ່ນແຂວງຫຼວງພະບາງເປັນເຈົ້າພາບຈັດຂຶ້ນລະຫວ່າງວັນທີ 9-18 ເດືອນກຸມພາ 1997 ໂດຍແຂ່ງຂັນກັນໃນ 14 ປະເພດກິລາ ມີນັກກິລາເຂົ້າຮ່ວມ 1.668 ຄົນ ຈາກ 9 ເຂດ ຊີງໄຊທັງໝົດ 107 ຫຼຽນຄໍາ, 106​ຫຼຽນເງິນ ແລະ 332​ຫຼຽນທອງ ຜ່ານການແຂ່ງຂັນ ນະຄອນຫຼວງເຂດ 5 ເປັນເຈົ້າຫຼຽນຄໍາ.

May be an image of outdoors
ຄັ້ງທີ VI ນະຄອນຫຼວງວຽງຈັນເປັນເຈົ້າພາບຈັດຂຶ້ນລະຫວ່າງວັນທີ 1-9 ທັນວາ 2000 ໂດຍແຂ່ງຂັນກັນໃນ 22 ປະເພດກິລາ ມີນັກກິລາ 3.210 ຄົນ ຈາກ 18 ແຂວງ ແລະ 16 ກະຊວງເຂົ້າຮ່ວມ. ຊີງໄຊກັນທັງໝົດ 150 ຫຼຽນຄໍາ, 150 ຫຼຽນເງິນ ແລະ 156​ ຫຼຽນທອງ ລວມທັງໝົດ 486 ຫຼຽນ ຜ່າກນາແຂ່ງຂັນນະຄອນຫຼວງເປັນເຈົ້າຫຼຽນຄໍາ.

May be an image of 7 people, people standing and outdoors

ຄັ້ງທີ VII ແຂວງສະຫວັນນະເຂດເປັນເຈົ້າພາບຈັດຂຶ້ນໃນລະຫວ່າງວັນທີ 13-21 ທັນວາ 2005 ໂດຍແຂ່ງຂັນກັນໃນ 22 ປະເພດກິລາ ມີນັກກິລາ 3.257 ຄົນ ຈາກ 15 ແຂວງງ ແລະ 13 ກະຊວງເຂົ້າຮ່ວມ. ຊີງໄຊກັນທັງໝົດ 172 ຫຼຽນຄໍາ, 172 ຫຼຽນເງິນ ແລະ 230 ຫຼຽນທອງ ລວມທັງໝົດ 574 ຫຼຽນ ນະຄອນຫຼວງວຽງຈັນເປັນເຈົ້າຫຼຽນຄໍາ.

May be an image of 4 people and people standing
ຄັ້ງທີ VIII ແມ່ນແຂວງຈໍາປາສັກເປັນເຈົ້າພາບຈັດຂຶ້ນລະຫວ່າງວັນທີ 13-22 ທັນວາ 2008 ໂດຍແຂ່ງຂັນກັນໃນ 24 ປະເພດກິລາ ມີ 16 ແຂວງ ແລະ 13​ ກະຊວງ ເຂົ້າຮ່ວມແຂ່ງຂັນ. ຊີງໄຊກັນທັງໝົດ 234 ຫຼຽນຄໍາ, 233​ຫຼຽນເງິນ ແລະ 351​ຫຼຽນທອງ, ລວມທັງໝົດ 818 ຫຼຽນແຂວງຈໍາປາສັກເປັນເຈົ້າຄອງຫຼຽນຄໍາ.

May be an image of one or more people, people standing and indoor
ຄັ້ງທີ IX ແຂວງຫຼວງພະບາງເປັນເຈົ້າພາບງານມະຫາກຳກິລາແຫ່ງຊາດ  ຈັດຂຶ້ນໃນລະຫວ່າງວັນທີ 13-22ທັນວາ 2011,ມີ25ປະເພດກິລາ,ມີນັກກິລາຈາກ 17​ແຂວງ ແລະ 3 ກະຊວງເຂົ້າຮ່ວມແຂ່ງຂັນ.ຊີງໄຊກັນທັງໝົດ 293 ຫຼຽນຄໍາ, 293 ຫຼຽນເງິນ ແລະ 422 ​ຫຼຽນທອງ, ລວມທັງໝົດ 1.009 ຫຼຽນ, ຜ່າກການແຂ່ງຂັນນະຄອນຫຼວງວຽງຈັນເປັນເຈົ້າຫຼຽນຄໍາ.

May be an image of 3 people and indoor
ຄັ້ງທີ X ແມ່ນແຂວງອຸດົມໄຊເປັນເຈົ້າພາບຈັດຂຶ້ນລະຫວ່າງວັນທີ 13-21 ທັນວາ2014 ມີນັກກິລາເຂົ້າຮ່ວມ 3.970 ຄົນ ຈາກ 18 ແຂວງ ແລະ 7 ກະຊວງ, ແຂ່ງຂັນທັງໝົດ 25 ປະເພດກິລາ, ມີຊີງໄຊກັນທັງໝົດ 324 ຫຼຽນຄໍໍາ, 324​ ຫຼຽນເງິນ ແລະ427​ຫຼຽນທອງ, ລວມທັງໝົດ 1.120 ຫຼຽນ ຜ່ານການແຂ່ງຂັນນະຄອນຫຼວງວຽງຈັນເປັນເຈົ້າຫຼຽນຄໍາ.

May be an image of 9 people and outdoors

ຄັ້ງທີ XI ແມ່ນແຂວງຊຽງຂວາງເປັນເຈົ້າພາບຈັດຂຶ້ນລະຫວ່າງວັນທີ 13-22 ທັນວາ 2022 ມີນັກກິລາເຂົ້າຮ່ວມ 3.003 ຄົນ ຈາກ 18 ແຂວງ ແລະ 4 ກະຊວງ, ລວມ22ພາກສວ່ນ,ແຂ່ງຂັນທັງໝົດ 25 ປະເພດກິລາ.

May be an image of one or more people, people standing, crowd and outdoors
ໃນນັ້ນກິລາບາງປະເພດໄດ້ດຳເນີນການແຂ່ງຂັນແລ້ວແລະສະຫລຸບຫລຽນລາງວັນ ປະຈຳວັນທີ 12 ທັນວາ 2022 ເວລາ 18:00 ມະຫະກຳກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ 2022 ອັນດັບທີ 1 ຊຽງຂວາງ ຄວ້າມາແລ້ວ 35 ຫລຽນຄຳ,ອັນດັບທີ 2 ນະຄອນຫລວງວຽງຈັນ 30 ຫຽນຄຳແລະ ອັນດັບທີ 3 ກະຊວງປ້ອງກັນປະເທດ 23 ຫລຽນຄຳ.