ຊີ້ແຈງກ່ຽວກັບ ສະຫລະ ໃນທະນະບັດ ໃບ 50.000 ກີບ (ໃໝ່) ຈາກທະນາຄານ ແຫ່ງ ສປປ ລາວ

330

ກຳລັງເປັນຂ່າວແຊຕໍ່ກັນໃນສື່ສັງຄົມອອນລາຍກ່ຽວກັບສະຫຼະທີ່ສະກົດໃນທະນະບັດໃບ 50.000 ກີບໃໝ່ ທີ່ຫາກໍ່ຖະແຫຼງຂ່າວອອກໄປໝາດໆໃນທ້າຍອາທິດແລ້ວນີ້ ໂດຍຈາກສາຍຕາຜູ້ເຫັນ ສະຫຼະ ອີ ກາຍເປັນ ສະຫຼະ ອື ຈາກກີບເປັນກືບ ຈິ່ງເຮັດໃຫ້ມວນຊົນວິຈານກັນເປັນຈຳນວນຫຼາຍ.

May be an image of 2 people, money and text

ແນວໃດກໍ່ຕາມ ຕໍ່ຫາງສຽງຂອງສັງຄົມ ທີ່ເຂົ້າໃຈວ່າ ທະນະບັດໃບ ຫ້າສິບພັນກີບ ລຸ້ນໃໝ່ ຂຽນສະຫລະບໍ່ຖືກຕ້ອງຄືຄຳວ່າ: ສິບ ແລະ ກີບ ໂດຍໃຊ້ ສະຫລະ Xຶ , Xື ເຊິ່ງທະນາຄານແຫ່ງ ສປປ ລາວ ຊີ້ແຈງວ່າ: “ຕົວໜັງສືທີ່ກໍານົດໃນທະນະບັດໃບ 50.000 ກີບ ລຸ້ນໃໝ່ ທີ່ກໍານົດວ່າ “ຫ້າສິບພັນກີບ“ ເປັນການອອກແບບໂດຍໃຊ້ເອັບເຟັກເງົາຂອງຟັອນຕົວໜັງສື ຈະເຮັດໃຫ້ຕົວໜັງສືໜາ ແລະໂດດເດັ່ນຂຶ້ນ.

May be an image of 2 people and money

ຊຶ່ງນັ້ນແມ່ນເຕັກນິກການອອກແບບ ເພື່ອເຮັດໃຫ້ແຕ່ລະອົງປະກອບຂອງໃບທະນະບັດມີຄວາມຈະແຈ້ງ ຊັດເຈນ ຖ້າໃຊ້ກ້ອງທີ່ມີຄວາມຄົມແຈ້ງ ໃນການຖ່າຍ ກໍ່ຈະສາມາດຈໍາແນກ ສະຫລະ ໄດ້ຢ່າງຊັດເຈນ”

May be an image of text

ສ່ວນການຍົກປະເດັນທີ່ປະກົດຕາມສື່ສັງຄົມອອນລາຍນັ້ນແມ່ນເປັນພຽງພາບສະທ້ອນອອກຈາກພື້ນລາຍໃນໃບເງິນ ເຊິ່ງອາດຈະເກີດມາຈາກຄວາມຄົມຊັດຂອງກ້ອງຖ່າຍຮູບຂອງຜູ້ຖ່າຍທີ່ບໍ່ຊັດເຈນ ແລະ ຮູບພາບທີ່ເຫັນກໍ່ຂຶ້ນກັບຄວາມລະອຽດຂອງກ້ອງຖ່າຍຮູບຂອງໃຜລາວ. ຖ້າໃຊ້ກ້ອງຖ່າຍຮູບທີ່ມີຄວາມລະອຽດສູງ ແລະ ຢູ່ໃນຈັງຫວະການວາງກ້ອງທີ່ຖືກຕ້ອງກໍ່ຈະສາມາດຈໍາແນກສະຫຼະເທິງທະນະບັດໄດ້ຢ່າງຊັດເຈນ.

May be an image of money