ຄົບຮອບ 102 ປີ ວັນຄ້າຍວັນເກີດຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວ ໄກສອນ ພົມວິຫານ

107

ມື້ນີ້ 13 ທັນວາ ເປັນມື້ງາມຍາມດີມື້ທີ່ການນຳລາວຜູ້ຍິ່ງໃຫຍ່ ແລະແສນເຄົາລົບຮັກຄືປະທານໄກສອນ ພົມວິຫານໄດ້ເກີດມາ ແລະນຳພາຊາດລາວປ່ຽນແປງຄັ້ງໃຫຍ່ໃນປະຫວັດສາດ ນຳເອົາຄວາມເອກະລາດ ແລະຜືນແຜ່ນດິນອັນຄົບຖ້ວນມາໃຫ້ປວງຊົນລາວໄດ້ຢູ່ອາໄສຄືທຸກວັນນີ້ທີ່ເປັນຢູ່.

ມື້ນີ້ເຮົາມາລະນຶກວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ຜູ້ນຳທີ່ປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກ ແລະ ລັດ, ວີລະບຸລຸດຂອງຊາດລາວ ເພື່ອສະແດງຄວາມອາໄລຮັກຢ່າງສຸດຊຶ້ງ ແລະ ຈົດຈຳຄຸນງາມຄວາມດີ ອັນລໍ້າເລີດ ແລະໃຫຍ່ຫຼວງ ທີ່ເພິ່ນໄດ້ອຸທິດໃຫ້ແກ່ພາລະກິດປະຕິວັດ ແລະ ປະເທດຊາດ  ຊຶ່ງໄດ້ວຽນມາບັນຈົບຄົບຮອບ 102 ປີ ( 13/12/1920-13/12/2022) ມື້ນີ້ເຮົາມາຫວນຄືນປະຫວັດ ແລະງານຂອງເພິ່ນ.

No photo description available.

ປະທານ ໄກສອນ ພົມວິຫານ ເກີດເມື່ອວັນທີ 13 ທັນວາ 1920 ທີ່ ບ້ານ ນາເຊັງ, ເມືອງ ຄັນທະບຸລີ (ນະຄອນ ໄກສອນ ພົມວິຫານໃນປັດຈຸບັນ) ແຂວງ ສະຫວັນນະເຂດປະທານແລະ ເພິ່ນໄດ້ ມໍລະນະກຳ ໃນວັນທີ 21 ພະຈິກ ປີ 1992 ລວມອາຍຸ ໄດ້ 72 ປີ ທ່ານເກີດໃນຄອບຄົວປັນຍາຊົນຮັກຊາດ ຊຶ່ງ ທ່ານ ລວນ ພໍ່ຂອງເພິ່ນ ເປັນຂ້າລາຊະການທີ່ເຮັດວຽກເປັນນາຍພາສາຢູ່ຫ້ອງການຂອງທ່ານ ກອມມີແຊຝຼັ່ງ ຢູ່ສະຫວັນນະເຂດ ແລະ ແມ່ດົກ ແມ່ຂອງເພິ່ນທີ່ເປັນຊາວນາ ຊຶ່ງປະທານ ໄກສອນ ພົມວິຫານ ເປັນລູກຊາຍກົກ ແລະ ມີນ້ອງສາວ 2 ຄົນ.

No photo description available.
ໂດຍກຳເນີດຢູ່ໃນຄອບຄົວ ຊຶ່ງພຽບພ້ອມໄປດ້ວຍຄວາມຮັກທີ່ອົບອຸ່ນ, ປະທານ ໄກສອນ ພົມວິຫານ ໄດ້ຮັບການລ້ຽງດູ, ສຶກສາອົບຮົມບົ່ມສອນ ແລະ ເຕີບໃຫຍ່ຢູ່ໃນຄອບຄົວ ຊຶ່ງດຳເນີນຊີວິດທີ່ລຽບງ່າຍ, ແຕ່ຫາກມີລະບຽບເຄັ່ງຄັດ ແລະ ເຂັ້ມງວດ, ອັນໄດ້ສ້າງໃຫ້ ປະທານ ໄກສອນ ພົມວິຫານ ກາຍເປັນຜູ້ທີ່ມີຊີວິດທີ່ພຽບພ້ອມໄປດ້ວຍຄຸນນະທຳ ແລະ ຄຸນສົມບັດທີ່ສູງສົ່ງ, ໜັກແໜ້ນ, ມີຄວາມເຄົາລົບນັບຖື, ມີສຳມາຄາລະວະຕໍ່ຜູ້ເຖົ້າຜູ້ແກ່ ແລະ ມີຄວາມສະຫງວນຮັກສິລະປະວັນນະຄະດີ.

May be an image of 3 people
ດ້ານໜຶ່ງ, ຍ້ອນໄດ້ເຕີບໃຫຍ່ ຢູ່ໃນທ່າມກາງ ສະພາວະທີ່ປະເທດຊາດ ໄດ້ສູນເສຍຄວາມເປັນເອກະລາດ, ຕົກເປັນເມືອງຂຶ້ນເມືອງສ່ວຍ ຂອງຈັກກະພັດຜູ້ຮຸກຮານ, ປະຊາຊົນລາວບັນດາເຜົ່າ ຕົກຢູ່ໃນສະພາບທີ່ບໍ່ມີອິດສະຫຼະພາບ, ໄດ້ຮັບຄວາມທຸກທໍລະມານຈາກການດຳລົງຊີວິດຢູ່ໃນຄວາມເປັນຂ້ອຍຂ້າ ແລະໄດ້ຮັບຄວາມເຈັບປວດ, ທຸກທໍລະມານ ຈາກການກົດຂີ່ຂົ່ມເຫັງ ຂອງພວກລ່າເມືອງຂຶ້ນ ອັນໄດ້ພາໃຫ້ ປະທານໄກສອນ ພົມວິຫານ ໄດ້ຊຶມຊັບ ແລະມີພື້ນຖານ ທາງດ້ານແນວຄິດ ແລະ ຄວາມຕື່ນຕົວຮັກຊາດມາຕັ້ງແຕ່ເຍົາໄວ.

May be an image of 5 people
ເມື່ອອາຍຸໄດ້ 7 ປີ, ປະທານ ໄກສອນ ພົມວິຫານ ໄດ້ເລີ່ມຮຽນໜັງສືໃນຊັ້ນປະຖົມສຶກສາພາສາລາວຢູ່ໂຮງຮຽນບ້ານ ໄຊຍະພູມ ແລະ ສືບຕໍ່ຮຽນຊັ້ນປະຖົມພາສາຝຼັ່ງທີ່ໂຮງຮຽນ ບ້ານ ທ່ານ ແຮ່ , ເມືອງ ຄັນທະບຸລີ, ແຂວງ ສະຫວັນນະເຂດ ຊຶ່ງໃນຍາມຮຽນ, ປະທານ ໄກສອນ ພົມວິຫານ ແມ່ນຜູ້ທີ່ມີຄວາມດຸໝັ່ນ ແລະ ມີແວວແຫ່ງຄວາມສະຫາດຫຼັກແຫຼມ ໄດ້ກາຍເປັນພື້ນຖານເຮັດໃຫ້ຜົນການຮຽນຂອງເພິ່ນມີຜົນດີເລີດຕະຫຼອດມາ.

ປີ 1934, ພາຍຫຼັງຮຽນຈົບຊັ້ນປະຖົມທີ່ສະຫວັນນະເຂດ, ປະທານ ໄກສອນ ພົມວິຫານ ໄດ້ໄປຮຽນຕໍ່ຊັ້ນມັດທະຍົມ ທີ່ ໂຮງຮຽນ ໂປຣເຕັກໂຕລາ ຢູ່ຮ່າໂນ້ຍ ສສ. ຫວຽດນາມ ອັນເປັນສູນກາງທາງດ້ານການເມືອງ-ການປົກຄອງ, ວັດທະນະທຳ-ສັງຄົມ ຂອງບັນດາປະເທດອິນດູຈີນໃນເວລານັ້ນ ແລະຕໍ່ມາທ່ານໄດ້ສຶກສາຢູ່ມະຫາວິທະຍາໄລກົດໝາຍທີ່ຮ່າໂນ້ຍ, ສະພາບການຢູ່ໃນ 3 ປະເທດອິນດູຈີນໄດ້ມີການຜັນແປໄປຢ່າງສັບສົນ, ໂດຍສະເພາະແມ່ນການເກີດສົງຄາມໂລກຄັ້ງທີ II ແລະການລ່າເມືອງຂຶ້ນຂອງພວກຈັກກະພັດ, ໄດ້ເຮັດໃຫ້ປະຊາຊົນບັນດາປະເທດອິນດູຈີນ ກໍຄືບັນດາປະຊາຊາດໃນທົ່ວໂລກ ຊອກຊ່ອງທາງຕໍ່ສູ້ເພື່ອຫຼຸດພົ້ນອອກຈາກແອກກົດຂີ່ຂູດຮີດ ແລະ ການເປັນຫົວເມືອງຂຶ້ນຂອງພວກເຂົາ.

May be an image of 2 people and people standing

ສະນັ້ນ, ມາຮອດປີ 1944 ປະທານ ໄກສອນ ພົມວິຫານ ໄດ້ຕັດສິນໃຈເຂົ້າເປັນສະມາຊິກສະມາຄົມຊາວໜຸ່ມກູ້ຊາດຂອງຫວຽດນາມ ແລະ ມາຮອດເດືອນ 4 ປີ 1945 ເພິ່ນກໍໄດ້ຕັດສິນໃຈເດີນທາງກັບມາລາວ ເພື່ອເລີ່ມຕົ້ນນຳພາຂະບວນການຕໍ່ສູ້ປະຕິວັດຂອງປະຊາຊົນລາວຕັ້ງແຕ່ມື້ນັ້ນມາ ຈົນມາຮອດມື້ສຸດທ້າຍໃນຊີວິດຂອງເພິ່ນ.

May be an image of 1 person
ປະທານ ໄກສອນ ພົມວິຫານ ແມ່ນຜູ້ນຳທີ່ດີເດັ່ນຂອງພັກ ແລະ ລັດ ທີ່ມີຄວາມປີຊາສາມາດສະຫຼາດສ່ອງໃສແມ່ນຜູ້ນຳ ທີ່ມີແນວຄິດປະຕິວັດອັນແນວແນ່, ມີອຸດົມການທີ່ເດັດດ່ຽວໜຽວແໜ້ນ ຊຶ່ງໄດ້ຮັບການທົດສອບຮ້ອຍແປດພັນປະການ ດ້ວຍຄວາມຮັບຜິດຊອບນຳພາໜ້າທີ່ຕ່າງໆ ທີ່ສຳຄັນແຕ່ນ້ອຍຫາໃຫຍ່ ແລະ ສາມາດນຳພາເຮັດສຳເລັດຢ່າງໜັກແໜ້ນ.
ປະທານ ໄກສອນ ພົມວິຫານ ເປັນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ ແລະ ແມ່ນວີລະບຸລຸດຂອງຊາດລາວພວກເຮົາ. ຊີວິດ ແລະ ການເຄື່ອນໄຫວ ຂອງປະທານ ໄກສອນ ພົມວິຫານ ແມ່ນຊີວິດປະຕິວັດທີ່ມີກຽດອັນສູງສົ່ງ ແລະ ສະຫງ່າງາມ ຊຶ່ງໄດ້ອຸທິດສະຕິປັນຍາກຳລັງວັງຊາໃຫ້ແກ່ພາລະກິດປະຕິວັດຂອງປະຊາຊົນເຮົາໃນຕະຫຼອດໄລຍະເວລາເກືອບເຄິ່ງສະຕະະວັດ

May be an image of 1 person
ຊີວິດ ແລະ ການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ແມ່ນການເຄື່ອນໄຫວປະຕິວັດທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລໍາບາກ, ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງ ໂດຍໄດ້ເລີ່ມຈາກນັກຮັກຊາດທີ່ແທ້ຈິງ ຈົນກາຍ ມາເປັນນັກປະຕິວັດຜູ້ກ້າແກ່ນ, ເປັນຜູ້ນຳສູງສຸດຂອງພັກ ແລະ ລັດ ທີ່ມີຄວາມສະຫຼາດສ່ອງໃສ, ມີໄຫວພິບເປັນເລີດ,ເພິ່ນແມ່ນຜູ້ນຳທີ່ມີຜົນງານ ອັນໃຫຍ່ຫຼວງຊຶ່ງໄດ້ອຸທິດໃຫ້ແກ່ຂະບວນການຕໍ່ສູ້ ແລະ ການຂະຫຍາຍຕົວຂອງການປະຕິວັດລາວ.
ພາລະກິດປົດປ່ອຍປະເທດຊາດໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາພັດທະນາປະເທດຊາດເພື່ອກ້າວຂຶ້ນໃນປັດຈຸບັນ, ຍາມໃດກໍໄດ້ຕິດພັນຢ່າສະໜິດແໜ້ນກັບຊື່ສຽງຮຽງນາມຂອງ ປະທານ ໄກສອນ ພົມວິຫານ ຊຶ່ງແມ່ນຜູ້ນຳພາສ້າງຕັ້ງພັກປະຊາຊົນປະຕິວັດລາວ, ຜູ້ນຳພາການສ້າງຕັ້ງກອງທັບປະຊາຊົນລາວ, ຜູ້ນຳພາການສ້າງຕັ້ງລັດ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເປັນຜູ້ລິເລີ້ມນຳພາການດຳເນີນພາລະກິດປ່ຽນແປງໃໝ່.

May be an image of 4 people and people standing
ພາລະກິດປົດປ່ອຍປະເທດຊາດໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາພັດທະນາປະເທດຊາດເພື່ອກ້າວຂຶ້ນໃນປັດຈຸບັນ, ຍາມໃດກໍໄດ້ຕິດພັນຢ່າສະໜິດແໜ້ນກັບຊື່ສຽງຮຽງນາມຂອງ ປະທານ ໄກສອນ ພົມວິຫານ ຊຶ່ງແມ່ນຜູ້ນຳພາສ້າງຕັ້ງພັກປະຊາຊົນປະຕິວັດລາວ, ຜູ້ນຳພາການສ້າງຕັ້ງກອງທັບປະຊາຊົນລາວ, ຜູ້ນຳພາການສ້າງຕັ້ງລັດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເປັນຜູ້ລິເລີ້ມນຳພາການດຳເນີນພາລະກິດປ່ຽນແປງໃໝ່.

No photo description available.
ຊີວິດ ແລະ ພາລະກິດແຫ່ງການຕໍ່ສູ້ປະຕິວັດຂອງເພິ່ນ ຍາມໃດກໍຕິດພັນກັບການອຸທິດໝົດສະຕິປັນຍາ, ກຳ ລັງວັງຊາທີ່ບໍ່ມີຍາມບົກເແຫ້ງ ເພື່ອຄວາມມັ່ງຄັ່ງ, ເຂັ້ມແຂງຂອງປະເທດຊາດ, ເພື່ອຄວາມຍຸຕິທຳຢູ່ໃນສັງຄົມ ແລະ ເພື່ອຊີວິດທີ່ຢູ່ດີກິນດີອິມໜໍໍາລານຂອງປະຊາຊົນລາວບັນດາເຜົ່າ; ແມ່ນຊີວິດ ແລະ ການເຄື່ອນໄຫວທີ່ສູງສົ່ງ, ຈົບງາມ ແລະ ມີຄຸນຄ່າ ໃນທຸກໆສະພາວະ, ເພິ່ນແມ່ນນັກແນວຄິດ-ທິດສະດີປະຕິວັດທີ່ດີເດັ່ນ, ແມ່ນນັກການເມືອງ, ນັກການທະຫານທີ່ເກັ່ງກ້າ, ນັກຍຸດທະສາດທີ່ປີຊາສາມາດ, ສະຫຼາດສ່ອງໃສ, ຍາມໃດເພິນກໍຮູ້ເສີມຂະຫຍາຍຫົວຄິດປະດິດສ້າງຂອງຕົນ, ຂອງໝູ່ຄະນະ ແລະ ຂອງມະຫາຊົນຢ່າງຖືກຕ້ອງ, ກົມກຽວ, ແມ່ນຜູ້ທີ່ມີໄຫວພິບ, ມີຄວາມສະດຸ້ງໄວ, ຮູ້ຄິດ, ຮູ້ປະດິດສ້າງ ແລະ ຊອກຫາບາດກ້າວເດີນ, ວິທີການ ແລະ ມາດຕາການທີ່ສອດຄ່ອງ, ເໝາະສົມ, ມີປະສິດທິຜົນໃນການນຳພາພາລະກິດປະຕິວັດຢູ່ສະເໝີ.

No photo description available.
ດ້ວຍເຫດນີ້ຈັ່ງບໍ່ແປກທີ່ ປະທານ ໄກສອນ ພົມວິຫານ ຈະກາຍເປັນແວ່ນແຍງອັນໃສແຈ້ງທາງດ້ານຄຸນສົມບັດປະຕິວັດ ເພາະເພິ່ນເປັນແບບຢ່າງທີ່ດີເລີດ ກ່ຽວກັບນ້ຳໃຈອົດທົນ, ໜຽວແໜ້ນ, ດຸໝັ່ນ, ປະຢັດ, ສັດທ່ຽງ, ຮັກສາໄດ້ແບບ ແຜນດຳລົງຊີວິດທີ່ປົກກະຕິ, ງ່າຍດາຍ, ມີນ້ຳໃຈອາດຫານ ອຸທິດຕົນໃຫ້ແກ່ປະເທດຊາດ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນບັນດາເຜົ່າຕະຫຼອດມາ ອຸດົມການຂອງເພິ່ນຄືຕໍ່ສູ້ກັບພະຍາດອາດຍາສິດ, ການໂລບມາໂລພາ, ສໍ້ລາດບັງຫຼວງ ແລະ ການກິນສິນບົນ ຊຶ່ງປາກົດການ ແລະ ພະຍາດເຫຼົ່ານີ້ ແມ່ນໄພອັນຕະລາຍຂອງປະເທດຊາດ. ເພິ່ນແມ່ນຜູ້ທີ່ເປັນແບບຢ່າງອັນປະເສີດ ກ່ຽວກັບນ້ຳໃຈສາກົນກຳມະຊີບ ທີ່ໃສແຈ້ງ, ເລິກເຊິ່ງ ແລະ ກວ້າງຂວາງ ຈົນຫາສິ່ງໃດມາປຽບທຽບ ແລະ ພັນລະນາບໍ່ໄດ້.

May be an image of 2 people and outdoors

ປະທານ ໄກສອນ ພົມວິຫານ ບໍ່ພຽງແຕ່ເປັນຜູ້ນຳສູງສຸດຂອງ ສປປລາວ, ແຕ່, ຫາກຍັງແມ່ນຜູ້ນຳ ທີ່ເພື່ອນມິດຢູ່ໃນທົ່ວໂລກ ມີຄວາມຮັກແພງ, ສະໜິດສະໜົມ ແລະ ເຊື່ອໝັ້ນສູງ ພວກເຮົາຄົນລຸ້ນໃໝ່າລຶກໄວ້ຢູ່ສະເໝີ ຊຶ່ງຄຸນງາມຄວາມດີ, ຜົນງານ ແລະ ແບບຢ່າງທີ່ໃສແຈ້ງ ທີ່ເພິນໄດ້ອຸທິດໃຫ້ແກ່ປະເທດຊາດ ແລະ ພາລະກິດປະຕິວັດຂອງປະຊາຊົນເຮົາ. ປະທານ ໄກສອນ ພົມວິຫານ ຍາມໃດ ກໍຈະຍືນຍົງຢູ່ໃນພາລະກິດປະຕິວັດ ແລະ ດວງໃຈຂອງປະຊາຊົນລາວບັນດາເຜົ່າຕະຫຼອດການ.