ສາຍ ງ ເປີດກວ້າງ ຫຼັງແຂວງຫົວພັນ ບຽດຊະນະ ສະຫວັນນະເຂດ ຕັດສິນເຂົ້າຮອບນັດສຸດທ້າຍ

114

ການແຂ່ງຂັນບານເຕະຊາຍ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ກໍາລັງເຂົ້ມຂຸ້ນໂດຍສະເພາະສາຍ ງ ຫຼັງຈາກນັດຫຼ້າສຸດ ແຂວງຫົວພັນ ບຽດຊະນະ ສະຫວັນນະເຂດ ເຮັດໃຫ້ເກັບເພີ່ມເປັນ 3 ຄະແນນ ລຸ້ນເຂົ້າຮອບນັດສຸດທ້າຍ ເຊັ່ນດຽວກັບອີກ 3 ແຂວງ ເນື່ອງຈາກມີຄະແນນໃກ້ຄຽງກັນຕັດສິນເຂົ້າຮອບນັດສຸດທ້າຍ.

ການແຂ່ງຂັນບານເຕະຊາຍໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ນັດທີ 2 ຮອບແບ່ງກຸ່ມໆ ງ ຈັດຂຶ້ນທີ່ສະໜາມບານເຕະໄຊຊະນະ ແຂວງຊຽງຂວາງ ໂດຍຄູ່ທໍາອິດ ຫຼວງພະບາງ ເສຍໃຫ້ກັບ ສາລະວັນ 0-1 ຈາກການຍິງປະຕູໄຊຂອງ ກູເຊັນ ມະນີງານ ນາທີໆ 33 ເຮັດໃຫ້, ສ່ວນຄູ່ທີ 2 ຫົວພັນ ກໍສາມາດບຽດເອົາຊະນະ ສະຫວັນນະເຂດ 1-0 ຈາກການສະກັດເຂົ້າປະຕູຕົວເອງ ໃນໄລຍະກ່ອນໝົດເຄິ່ງເວລາທໍາອິດ.

ຈາກຜົນດັ່ງກ່າວ ເຮັດໃຫ້ກຸ່ມ ງ ຍັງເປີດກວ້າງໃນການເຂົ້າຮອບຕ້ອງໄປລຸ້ນຕັດສິນນັດສຸດທ້າຍ ເນື່ອງຈາກປັດຈຸບັນຜ່ານໄປ 2 ນັດ ສາລະວັນ ມີ 4 ຄະແນນຢຶດທີມນໍາ, ອັນດັບ 2 ຫຼວງພະບາງ ມີ 3 ຄະແນນເທົ່າກັບ ຫົວພັນ ແລະ ອັນດັບ 4 ສະຫວັນນະເຂດ ມີ 1 ຄະແນນ.

ສໍາລັບ ນັດສຸດທ້າຍກຸ່ມ ງ ທີມໃດຊະນະເຂົ້າຮອບທັນທີ ຈະໄປແຂ່ງຂັນກັນທີ່ສະໜາມທົ່ງໄຫຫີນ ໃນວັນທີ 15 ທັນວາ 2022 ແຂ່ງຂັນພ້ອມກັນທັງ 2 ຄູ່ເວລາ 15:15 ໂມງ ແຂວງສາລະວັນ ພົບ ຫົວພັນ ທີ່ສະໜາມໄຊຊະນະ ແລະ ແຂວງຫຼວງພະບາງ ພົບ ສະຫວັນນະເຂດ ທີ່ສະໜາມໄຫຫີນ.
ຂ່າວ-ຮູບຈາກ: Larh Creators