ນັບຖືໂຮງຮຽນນີ້ ນອກຫຼັກສູດເຄື່ອນໄຫວດີທຸກກ້າວ

35

ໂຮງຮຽນສາມັນກິນນອນຊົນເຜົ່າ ເປັນບ່ອນທີ່ສ້າງຂຶ້ນມາເພື່ອຊ່ວຍໃຫ້ນ້ອງນຸ່ງລູກຫຼານລາວຜູ້ທີ່ມີຖານະຄອບຄົວຂາດເຂີນໄດ້ມາພັກພາອາໄສ ສຶກສາຮ່ຳຮຽນໃຫ້ສາມາດອ່ານໄດ້ຂຽນເປັນ ແລະກ້າວໄປເປັນບຸກຄົນທີ່ມີຄຸນນະພາບຂອງຊາດ.

อาจเป็นรูปภาพของ 7 คน และ เด็ก

ເຊັ່ນກັນກັບໂຮງຮຽນຊົນເຜົ່າແຂວງອຸດົມໄຊກໍ່ເປັນ ສະຖາບັນການສຶກສາແຫ່ງໜຶ່ງທີ່ໄດ້ເຕົ້າໂຮມເອົາບັນດານັກຮຽນທີ່ຢູ່ເຂດພູດອຍ,ຫ່າງໄກສອກຫຼີກ,ທຸກຍາກຂາດເຂີນ ແລະ ລູກກຳພ້າກຳພອຍ ດ້ອຍໂອກາດທາງການສຶກສາຢູ່ພາຍໃນ 4 ແຂວງພາກ ເໜືອຂອງລາວຄື: ແຂວງຜົ້ງສາລີ,ບໍ່ແກ້ວ,ຫຼວງນ້ຳທາ ແລະ ແຂວງອຸດົມໄຊໃຫ້ໄດ້ສຶກສາຮ່ຳຮຽນ ເຊິ່ງນັກຮຽນເຂົ້າມາຮຽນຕ້ອງຈົບຊັ້ນປະຖົມສຶກສາ,ໄດ້ຜ່ານການຄັດເລືອກຈາກຄະນະກຳມະການ ຂັ້ນເມືອງ ແລະ ແຂວງທີ່ກ່ຽວຂ້ອງ.

May be an image of 1 person and outdoors

ສຳລັບໂຮງຮຽນຊົນເຜົ່າແຂວງອຸດົມໄຊ ຕະຫຼອດໄລຍະຜ່ານມາ ນອກຈາກການເຄື່ອນໄຫວການຮຽນ-ການສອນຄືກັບໂຮງຮຽນສາມັນອື່ນໆແລ່ວ ຍັງໄດ້ນຳພານ້ອງນັກຮຽນເຮັດກິດຈະກຳປູກຜັກສວນຄົວ ເພື່ອສ້າງໃຫ້ນັກຮຽນ ຮູ້ຈັກການດຳລົງຊີວິດປະຈຳວັນ, ຮູ້ມັກຮັກໃນການອອກແຮງງານ, ມີຄວາມດຸໝັ່ນຂະຫຍັນພຽນ ສ້າງລາຍຮັບເຂົ້າຫ້ອງຮຽນຂອງໃຜລາວ.

No photo description available.

ທີ່ສຳຄັນໃຫ້ນ້ອງໆທຸກຄົນທີ່ໄດ້ຮຽນຜ່ານຈາກໂຮງຮຽນນີ້ເມື່ອອອກໄປປະກອບອາຊີບໃນຊີວິດຈີງຫາກບໍໄດ້ມີໂອກາດໄປສຶກສາຮ່ຳຮຽນຕໍ່ໃນວິຊາຊີບຊັ້ນສູງກໍ່ໃຫ້ມີອາຊີບຕິດຕົວທີ່ສາມາດນຳໃຊ້ ເພື່ອສ້າງລາຍຮັບພັດທະນາຄອບຄົວໄດ້.

อาจเป็นรูปภาพของ 5 คน, เด็ก, ผู้คนกำลังยืน และ กลางแจ้ง

ຫຼ້າສຸດນີ້ຫ້ອງຮຽນສາມັນ-ວິຊາຊີບ ສາຂາປູກຝັ່ງລ້ຽງສັດ ໄດ້ເລີ່ມປູກເຫັດນາງລົມໄປພ້ອມກັບການຮຽນຮູ້ແລະປະຕິບັດຕົວຈິງ ເຊິ່ງຕັ້ງເປົ້າໄວ້ຈະປູກໃຫ້ໄດ້ 3.500 ເບົ້າ.

May be an image of 9 people, people sitting, people standing and outdoors