ເຈົ້າພາບ ຂໍໄຟສັກສິດສູ່ສະໜາມໄຫຫີນ ພ້ອມກຽມ 5 ລາຍການສະແດງເປີດຊຽງຂວາງເກມ

71

ເຈົ້າພາບ ແຂວງຊຽງຂວາງ ພ້ອມທຸກດ້ານໃນການກະກຽມງານເປີດງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ໃນວັນທີ 13 ທັນວາ 2022 ທີ່ສະໜາມທົ່ວໄຫຫີນ ( ສະໜາມໃໝ່ຂອງແຂວງຊຽງຂວາງ ) ໂດຍເຈົ້າພາບກຽມການສະແດງ 5 ລາຍການໃນພິທີເປີດ ແລະ ຫຼ້າສຸດໃນຕອນເຊົ້າກໍໄດ້ມີພິທີຂໍໄຟສັກສິດຈາກວັດສັນຕິພາບ ທີ່ເປັນສະຖານທີ່ສັກສິດ, ເປັນປູສະນິຍະສະຖານ ມໍລະດົກວັດທະນາທຳອັນລ້ຳຄ່າ ແລະ ເປັນສູນລວມນໍ້າໃຈຂອງຊາວຊຽງຂວາງບັນດາເຜົ່າ, ໂດຍສະເພາະຂອງຊາວເມືອງແປກ ມາແຕ່ບູຮານນະການ.

ໃນຕອນເຊົ້າຂອງວັນທີ 12 ທັນວາ 2022 ຄະນະພັກ, ອົງການປົກຄອງທຸກຂັ້ນ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ທົ່ວແຂວງຊຽງຂວາງ ໄດ້ຈັດພິທີຂໍໄຟສັກສິດຈາກວັດສັນຕິພາບ ບ້ານໂພນສະຫວັນ ເມືອງແປກແຂວງຊຽງຂວາງ ອອກຈາກວັດ ເຂົ້າສະໜາມກີລາໄຫຫີນ ບ້ານຄັງໜອງຫຼວງ ເມືອງແປກ ແຂວງຊຽງຂວາງ ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ພຸດ ສີມມະລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ, ມີການນໍາກະຊວງສຶກສາທິການ ແລະ ກີລາ, ການນໍາທີ່ມາຈາກແຂວງຕ່າງໆ ໃນທົ່ວປະເທດ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ກ່ອນໜ້ານີ້ ເມື່ອທ້າຍອາທິດ ທີ່ຜ່ານມາ ເຈົ້າພາບໄດ້ມີການທົດສອບພິທີເປີດ ຊຽງຂວາງ ເກມ ຢ່າງຍິ່ງໃຫຍ່ ອະລັງການ ສະໜາມບານເຕະໄຫຫີນ ໂດຍໃຊ້ຄົນຈຳນວນ 1.100 ຄົນ ຈາກ 5 ລາຍການ ໂດຍມີຜູ້ຊົມເຂົ້າຮ່ວມຊົມການສະແດງເຖິງ 6 ພັນກວ່າຄົນ ກໍຍັງຄືກຄັກ ແລະ ຕື່ນຕາຕື່ນໃຈ.

ທ່ານ ອາຈານ ພິລາວັນ ຈັນທະກາລີ ອາຈານສອນ ແລະ ນັກກີລາມວຍລາຍລາວ ທີມຊາດລາວ ໃຫ້ສໍາພາດກັບທີມຂ່າວພວກເຮົາວ່າ: ສໍາລັບປີນີ້ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ມາເປັນຄູຝຶກກ້ອນກໍາລັງລາຍການສະແດງ ໃນງານເປີດ-ປິດຊຽງຂວາງເກມສ໌ໂດຍໄດ້ຮັບໜ້າທີ່ເປັນຄູຝຶກກ້ອນກໍາລັງມວຍລາຍລາວ ເຊິ່ງເປັນ 1 ໃນ 5 ລາຍການສະແດງທີ່ຈະໃຊ້ໃນພິທີເປີດງານຢ່າງເປັນທາງການ ທີ່ສ່ອງແສງເຖິງສີລະປະການປ້ອງກັນຕົວທີ່ມີການສືບທອດຂອງຊາວລາວ ມາແຕ່ບູຮານນະກາຍ ໂດຍສະເພາະຊາວແຂວງຊຽງຂວາງ ທີ່ເຄິີຍໃຊ້ມວຍລາຍລາວ ໄປແຂ່ງຂັນທົ່ວປະເທດ ແລະ ໄປຕົກຢູ່ໄສກໍໄດ້ຮັບຊະນະຢູ່ບ່ອນນັ້ນ ຈົນກາຍເປັນມູນເຊື້ອຄວາມພູມໃຈຂອງຊາວພວນທີ່ໄດ້ຮັບການສືບສານມວຍລາຍລາວຕະຫຼອດມາ.

ສຳລັບ 5 ລາຍການ ທີ່ຈະທຳການສະແດງໃນພິທີເປີດແມ່ນສ່ອງແສງເຖິງຄວາມເປັນລາວ ແລະ ສີລະປະວັດທະນາທໍາ ລວມເຖິງສ່ອງແສງເຖິງຊີວິດຂອງຊາວຊຽງຂວາງ ມີດັ່ງນີ້:
1. ລາຍການຍິນດີຕ້ອນຮັບ.
2. ຮ້ອງເພງລວມໝູ່ຍິງ-ຊາຍ ມີທັງໝົດ 3 ບົດເພງ ປະກອບມີ
– ໄຊຊະນະ ຊຽງຂວາງ
– ຫວນຄືນເມືອງໄຊ
– ຊຽງຂວາງ ເກມ

3. ສະແດງມວຍລາຍລາວ
4. ແອ່ນນ້ອຍລອຍລົມ
5. ມ່ວນຊື່ນງານມະຫາກຳກິລາແຫ່ງຊາດ.
ຂ່າວ: Larh Creators; ຮູບຈາກ: Dethaloun Keovilay ແລະ ເອກະສັນ