ແປກໃຈບໍ ທຸກມື້ນີ້ເຫັນແຈ້ງການນ້ຳມັນຫຼັງລາຄາປ່ຽນແລ້ວ?

523

ລາຄານ້ຳມັນປ່ຽນແປງໄປຫຼາຍງວດ ເຮັດໃຫ້ຜູ້ຊົມໃຊ້ງົງກັນທົ່ວໜ້າປ່ຽນເມື່ອໃດຫວາບໍເຫັນມີແຈ້ງການ? ຄຳຖາມນີ້ແອັດເອງກໍ່ຕັ້ງກັບໂຕເອງຢູ່ຈົນມື້ນີ້ຈັ່ງຮູ້ຄວາມຈີງເປັນຫຍັງເຮົາຈັ່ງເຫັນແຈ້ງການຫຼັງລາຄາປ່ຽນແລ້ວເພາະເຫດຜົນນີ້ເອງ!

No photo description available.

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈງ ແລະ ແລກປ່ຽນ ໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 7 ທັນວາ 2022 ວ່າ: ເລີ່ມແຕ່ກາງປີ 2022 ເປັນຕົ້ນມາ ໄດ້ມີສະພາບການຂາດແຄນນ້ຳມັນເຊື້ອໄຟເປັນວົງກວ້າງ ແຕ່ມາຮອດເດືອນ 7 ເຖິງປັດຈຸບັນແມ່ນຢູ່ໃນສະພາບປົກກະຕິໂດຍພື້ນຖານ.

May be an image of 1 person, standing and flower

ປັດຈຸບັນ ເຮົານຳເຂົ້ານ້ຳມັນເຊື້ອໄຟຈາກໄທ ປະມານ 90%, ຈາກຫວຽດນາມ ປະມານ 10%, ແຕ່ໃນໄລຍະຜ່ານມາການສົ່ງອອກນໍ້າມັນຈາກໄທມາລາວມີການຈໍາກັດ ນັ້ນໄດ້ສົ່ງຜົນໃຫ້ປະເທດເຮົາຂາດແຄນນ້ຳມັນເຊື້ອໄຟ ແຕ່ລັດຖະບານກໍໄດ້ມີຄວາມເອົາໃຈໃສ່ແກ້ໄຂດ້ວຍຄວາມຮັບຜິດຊອບ ແລະ ເອົາຈິງເອົາຈັງ ເປັນຕົ້ນ ໄດ້ສຸມໃສ່ການແກ້ໄຂບັນຫາການສະໜອງນ້ຳມັນພາຍໃນປະເທດ ຢ່າງໃກ້ຊິດຕິດແທດ ໂດຍໄດ້ໃຊ້ຫລາຍມາດຕະການ.

No photo description available.

ພ້ອມດຽວກັນນີ້ ລັດຖະບານ ກໍໄດ້ອອກແຈ້ງການປັບລາ ຄານ້ຳມັນເຊື້ອໄຟ ພາຍຫລັງປ້ຳນ້ຳມັນປິດ ເພື່ອແກ້ໄຂການຍາດໃສ່ນ້ຳມັນ ເພາະໄລຍະຜ່ານມາປະຊາຊົນເວລາເຫັນແຈ້ງການລາຄານໍ້າມັນກໍພາກັນແຫ່ໄປໃສ່ຢ່າງຫຼວງຫຼາຍ ນອກນັ້ນ ກໍຍັງໄດ້ມີການຫລຸດອາກອນລົງ ໂດຍສະເພາະອາກອນຊົມໃຊ້ນ້ຳມັນ.

No photo description available.

ໃນໄລຍະກາງນີ້ພວກເຮົາກໍຈະໄດ້ປະສານ ກັບປະເທດເພື່ອນມິດໃນລະ ດັບລັດຖະບານ ເປັນຕົ້ນແມ່ນປະເທດຜູ້ຜະລິດນ້ຳມັນ ເພື່ອສ້າງເງື່ອນໄຂໃຫ້ບໍລິສັດຜູ້ນຳເຂົ້ານຳມັນເຊື້ອໄຟຂອງລາວ ສາມາດເຈລະຈາກັບຜູ້ຜະລິດນ້ຳມັນ ແລະ ກ້າວໄປສູ່ການຊື້ຂາຍຮ່ວມກັນໃນແບບມີຕົ້ນທຶນທີ່ຕ່ຳກວ່າຕະຫລາດໃນປັດຈຸບັນ.