ກຸ່ມບໍລິສັດ ໂຄລາວ ຈັບມືກັບ ລາວ ໂທລະຄົມ ສຶກສາຄວາມເປັນໄປໄດ້ທາງທຸລະກິດຮ່ວມກັນໃນຫຼາຍໂຄງການ

141

ພິທີລົງນາມ ບົດບັນທຶກການຮ່ວມມືສຶກສາຄວາມເປັນໄປໄດ້ທາງທຸລະກິດຮ່ວມກັນໃນຫຼາຍໂຄງການລະຫວ່າງກຸ່ມບໍລິສັດ ໂຄລາວ ແລະ ບໍລິສັດ ລາວ ໂທລະຄົມ ຈັດຂຶ້ນວັນທີ 9 ທັນວາ 2022 ທີ່ຫ້ອງປະຊຸມໃຫຍ່ ກຸ່ມບໍລິສັດໂຄລາວ ໂດຍການເຂົ້າຮ່ວມຂອງ ທ່ານ ເຊ ຢັງ ໂອ ປະທານໃຫຍ່ ກຸ່ມບໍລິສັດໂຄລາວ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ແລະ ຄະນະອຳນວຍການ ຄະນະຜູ້ບໍລິຫານຂອງທັງສອງຝ່າຍເຂົ້າຮ່ວມ.

ການເຊັນບົດບັນທຶກການຮ່ວມມືໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນຕໍ່ສອງກຸ່ມບໍລິສັດ ເປັນຄວາມຄິດລິເລີ່ມຂອງການເຊື່ອມໂຍງທຸລະກິດ ທີ່ດຶງເອົາຈຸດແຂງຂອງແຕ່ລະຝ່າຍມາຮ່ວມກັນຄົ້ນຫາ ແລະ ສຶກສາໂອກາດທາງທຸລະກິດໃຫມ່ໆ ລວມທັງວິວັດທະນາການ ການພັດທະນາທຸລະກິດໃນຮູບແບບໃຫມ່ ເພື່ອຕອບໂຈດສັງຄົມແຫ່ງຄວາມທັນສະໄໝໃນຍຸກດິຈີຕອນ ແລະ ກ້າວສູ່ອະນາຄົດຢ່າງສ້າງສັນ ອັນສ້າງຜົນປະໂຫຍດອັນສູງສຸດມາຍັງສອງບໍລິສັດ ເພື່ອຄວາມເຂັ້ມແຂງກວ່າເກົ່າ ແລະ ສ້າງຄວາມຍິ່ງໃຫຍ່ຂຶ້ນກວ່າເກົ່າໃນການສະແດງເຖິງວິໄສທັດຂອງສອງບໍລິສັດ ໃນການສ້າງປະກົດການໃໝ່ໃຫ້ກັບວົງການທຸລະກິດຂອງ ສປປ ລາວ.

ບົນພື້ນຖານການສຶກສາຄວາມເປັນໄປໄດ້ ໃນການບໍລິການສ້າງສະຖານີສາກລົດໄຟຟ້າ ໃນສູນບໍລິການຂອງ ລາວໂທລະຄົມ ເປັນການອຳນວຍຄວາມສະດວກໃຫ້ກັບລູກຄ້າ ແລະ ພ້ອມກັນນັ້ນຍັງເພີ່ມຄຸນຄ່າທີ່ການສ້າງການຮັບຮູ້ຂອງແບຣນສອງບໍລິສັດຢ່າງກ້ວາງຂວາງ, ທຸລະກິດຫຼັກໃນການຮ່ວມມືໃນຄັ້ງນີ້ ຍັງເປັນການຕອບສະໜອງນະໂຍບາຍແຜນຍຸດທະສາດຂອງລັດຖະບານ ຄາດໝາຍສູ້ຊົນການຫຼຸດຜ່ອນການປ່ອຍ ແລະ ການດູດຊັບທາດອາຍເຮືອນແກ້ວໃຫ້ເປັນສູນໃນປີ 2050 ຂອງ ສປປ ລາວ ແລະ ທັງເປັນການກະຕຸ້ນການໃຊ້ລົດໄຟຟ້າໃຫ້ບັນລຸ 30% ຂອງປະລິມານການນໍາໃຊ້ລົດ ຕັ້ງແຕ່ປີ 2030-2050 ໃນ ສປປ ລາວ.

ນອກຈາກນັ້ນ, ທັງສອງກຸ່ມບໍລິສັດ ມີແຜນໃນການຮ່ວມມືໃນທຸລະກິດປິ່ນອ້ອມຮ່ວມກັນອີກຫລາຍໂຄງການເຊັ່ນ: 1) ນໍາໃຊ້ E–SIM ເພື່ອເຊື່ອມຕໍ່ກັບລົດ ເຊິ່ງບໍ່ພຽງແຕ່ເພີ່ມຄວາມສະດວກສະບາຍ ແຕ່ຍັງເປັນການເພີ່ມຄວາມປອດໄພໃຫ້ກັບລູກຄ້າ ໂດຍນຳໃຊ້ລະບົບ E-SIM ຂອງ ລາວ ໂທລະຄົມ ທີ່ມີສັນຍານເຄືອຂ່າຍໂທລະສັບມືຖື ທີ່ຄວບຄຸມທຸກພື້ນທີ່ ມີປະສິດທິພາບສູງສຸດ ແລະ ລໍ້າໜ້າທີ່ສຸດໃນ ສປປ ລາວ; 2) ນຳໃຊ້ M-Money ກະເປົ໋າເງິນດິຈິຕອນເທິງມືຖືຂອງ ບໍລິສັດ ລາວ ໂມບາຍມັນນີ່ ເຊິ່ງເປັນບໍລິສັດໃນເຄືອຂອງ ກຸ່ມບໍລິສັດ ລາວ ໂທລະຄົມ ທີ່ໄດ້ຖືກດາວໂຫຼດ ແລະ ນຳໃຊ້ຢ່າງກ້ວາງຂວາງໃນສັງຄົມ ເປັນຊ່ອງທາງໃນການຊຳລະສະສາງຄ່າບໍລິການຂອງ ກຸ່ມບໍລິສັດໂຄລາວ; 3) ສື່ບັນເທີງ KOKKOK TV ທີ່ກຸ່ມບໍລິສັດໂຄລາວ ໄດ້ພັດທະນາເນື້ອຫາບັນເທີງໃນຮູບແບບຕ່າງໆ ສາມາດເບິ່ງແບບອອນລາຍຜ່ານມືຖື ໂດຍການນໍາໃຊ້ອິນເຕີເນັດຄວາມໄວສູງ ແລະ ມີຄວາມສະຖຽນທີ່ສຸດຂອງ ລາວ ໂທລະຄົມ; 4) ການນໍາໃຊ້ສູນບໍລິການລູກຄ້າ ລາວ ໂທລະຄົມ ເປັນຈຸດກະຈາຍສິນຄ້າອຸປະໂພກ ແລະ ບໍລິ ໂພກຂອງ KOKKOK-M ຊຸບເປີມາເກັດ ໂດຍການນຳໃຊ້ລະບົບບໍລິການຂົນສົ່ງ KOK KOK EXPRESS.

ທັງນີ້, ໂດຍອີງໃສ່ເນື້ອໃນ ແລະ ຂອບເຂດຂອງການຮ່ວມມືທີ່ລະບຸໄວ້ໃນ MOU ເຫັນວ່າ: ບາງເນື້ອໃນ ທັງສອງອົງກອນມີຄວາມພ້ອມໃນການຕອບສະໜອງເຊິ່ງກັນ ແລະ ກັນ ແລະ ສາມາດລົງມືຈັດຕັ້ງປະຕິບັດໄດ້ເລີຍ ສ່ວນບາງເນື້ອໃນແມ່ນວິຊາຊາການທັງສອງຝ່າຍຈະໄດ້ສຶກສາ ແລະ ເຮັດວຽກຮ່ວມກັນ ເພື່ອເຮັດໃຫ້ບັນລຸຕາມແຜນການ ແລະ ທັນກັບເວລາທີ່ໄດ້ວາງໄວ້.